ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ​ກໍາລັງຈະສູນ​ເສຍ​ ສະຖານະ​ພາບ​​ ປະ​ເທດສົ່ງ​ອອກ​ເຂົ້າ ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ (ວີດີໂອລາວ/ອັງກິດ)


ນະໂຍບາຍເກື້ອກຸນຊາວນາ ຂອງລັດຖະບານໄທ
please wait

No media source currently available

0:00 0:03:19 0:00

ວີດີໂອພາສາລາວ: ໄທ​ກໍາລັງຈະສູນ​ເສຍ​ ສະຖານະ​ພາບ​​ ປະ​ເທດສົ່ງ​ອອກ​ເຂົ້າ ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຍ້ອນນະໂຍບາຍເກື້ອກຸນຊາວນາ.

ປະ​ເທດໄທ​ກໍາລັງ​ສ່ຽງ​ທີ່​ຈະສູນ​ເສຍ​ສະຖານະ​ພາບ​​ ເປັນ​ປະ​ເທດສົ່ງ​ອອກ​ເຂົ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໄປ ຍ້ອນ​ນະ​ໂຍບາຍ​ການ​ເໝົາ​ຊື້​ເຂົ້າ ຂອງ​ລັດຖະບານ ​ເພື່ອ​ສົ່ງ​ເສີມລາຍ​ໄດ້​ຂອງພວກ​ຊາວນາ​ໄທ. ພວກ​ທີ່ຢູ່ພາຍ​ໃນ​ວົງ​ການອຸດສາຫະກໍາ​ເຂົ້າ​ໄທ​ກ່າວ​ວ່າ ​ໂຄງການ​ທີ່​ສິ້ນ​ເປືອງ​​ເງິນຫລາຍດັ່ງ ກ່າວ​ນີ້​ບໍ່​ຄຸ້ມ​ຄ່າ ​ແລະ​ການ​ເອົາເງິນ​​ໄປ​ໃຊ້​ຈ່າຍ​ໃນ​ການ​ລົງທຶນ​ໄລຍະ​ຍາວ​ນັ້ນ ​ແມ່ນຈະ​ດີກ​ວ່າ.

ເຂົ້າທີ່ສະ​ສົມໄວ້ຂອງ​ໄທ​ຍັງມີ​ຢູ່ເຕັມ​ສາງ​ ​ແຕ່ຍັງ​ທະຍອຍ​ເຂົ້າມາ​ຢ່າງບໍ່ລົດ​ລະ.

ນະ​ໂຍບາຍ​ເໝົາຊື້​ເຂົ້າ​ຂອງ​ລັດຖະບານ​ໄທ ​ຮັບປະກັນລາຄາທີ່ດີກ​ວ່າ​ທ້ອງ​ຕະຫຼາດ ໃຫ້​ພວກຊາວນາ​ທັງຫຼາຍ ສໍາ​ລັດ​ເຂົ້າທັງ​ໝົດ​ທີ່​ພວກ​ເຂົາ​ເຈົ້າມີ ຂາຍ​ໃຫ້. ​ແຕ່​ວ່າ​ນະ​ໂຍບາຍ​ດັ່ງກ່າວ​ນີ້​ກໍາລັງເຮັດ​ໃຫ້ປະ​ເທດ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ໄປ​ ເປັນ​ຈໍານວນ​ຫຼາຍ​ພັນ​ລ້ານ​ໂດ​ລາ.

ຊາວນາ ນາງອໍາ​ໄພ ບຸນຣອດ ກ່າວ​ວ່າ ນາງ​ເຄີຍ​ຂາຍ​ເຂົ້າ​ທີ່​ປູກໄດ້​ ທັງ​ໝົດປະມານ 7,000 ​ໂດ​ລາຕໍ່​ປີ ​ແຕ່​ຕົກ​ມາ​ປີ​ນີ້ ລັດຖະບານ​ຈະ​ຈ່າຍ​ຄ່າ​ເຂົ້າໃຫ້​ນາງ​ເກືອບ 9,000 ​ໂດ​ລາ.

ນາງ​ອໍາ​ໄພ ​ເວົ້າ​ວ່າ: ນະ​ໂຍບາຍອັນ​ນີ້ຂອງ​ລັດຖະບານ​ແມ່ນ​ດີ​ຫຼາຍ ຍ້ອນ​ວ່າ​ໂຮງສີ​ເຂົ້າ​ເຄີຍຈ່າຍ​ຄ່າ​ເຂົ້າ​ໃຫ້​ພວກ​ເຮົາ​ຕໍ່າ​ກວ່າ​ລາຄາ​ຂອງ​ນະ​ໂຍບາຍ.”

​ໃນ​ຂະນະ​ທີ່ການໄດ້​ລາຄາ​ດີ​ຂຶ້ນແມ່ນ​ດີ​ສໍາລັບຊາວນານັ້ນ ຜູ້​ຈັດການ​ໂຮງສີ​ເຂົ້າ ນາງ ​ເປຣມທິບ ບຸນ​ຢະປຣະທີບຣັດ ກັບກ່າວ​ວ່າ ນະ​ໂຍຊື້​ເຂົ້າຂອງ​ລັດຖະບານ​ບໍ່​ດີ ຕໍ່​ທຸລະ​ກິດ.

ນາງ​ປຣະທີບ​ ​ເວົ້າ​ວ່າ: “ລາຍ​ໄດ້​ຂອງ​ພວກ​ເຮົາ​ບໍ່​ໄດ້​ດີ​ຂຶ້ນ ​ເພາະວ່າ​ເຮົາ​ຕ້ອງ​ເກັບເຂົ້າໄວ້​ໃນ​ສາງ​ເປັນ​ເວລາ​ດົນ​ນານ ຊຶ່ງ​ວ່າມັນ​ຈະ​ດີ​ກ​ວ່າ​ ຖ້າເຮົາ​ສາມາດຂາຍ​ເຂົ້າໂດຍ​ກົງ​ ໃຫ້​ພວກ​ຮັບເໝົາຊື້​ເຂົ້າທັງ​ຫຼາຍ ​ເຊັ່ນ​ຢູ່​ໃນ​ບາງກອກ ​ເປັນ​ຕົ້ນ.”

​ເພື່ອ​ຫລຸດ​ຜ່ອນ​ການ​ໃຊ້​ຈ່າຍ​ຂອງ​ຕົນ​ລົງ​ໄປ​ນັ້ນ ລັດຖະບານ​ໄທ​ຕ້ອງ​ໄດ້​ລໍ​ຖ້າໃຫ້ລາຄາ​ເຂົ້າສົ່ງ​ອອກ​ ​ແພງ​ຂຶ້ນ​ເສຍ​ກ່ອນ. ​ແຕ່ວ່າ ​ໃນ​ຂະນະ​ທີ່​ລາຄາ​ເຂົ້າ​ໂລກຍັງຂ້ອນ​ຂ້າງ​ຈະ​ທຸ່ນ​ທ່ຽງຢູ່​ນັ້ນ ​ໄທ​ກໍ​ກໍາລັງຈະ​ສູນ​ເສຍ​ສະຖານະ ພາບ​ ຜູ້​ສົ່ງ​ອອກເຂົ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໄປ​.

ນາງ ກອບ​ສຸກ ອ່ຽມສຸຣີ ປະທານ​ສະມາຄົມ​ສົ່ງ​ອອກ​ເຂົ້າຂອງ​ໄທ ກ່າວ​ວ່າ ​ມາ​ຮອດປັດຈຸບັນ​ນີ້ ການສົ່ງ​ອອກ​ເຂົ້າ​ໄດ້​ຕົກ​ຕໍ່າລົງ​ໄປ​ເຖິງ 47 ​ເປີ​ເຊັນ ສົມທຽບ​ໃສ່​ປະລິມານ​ສົ່ງ​ອອກ​ທີ່​ສູງເປັນ​ປະວັດ​ການ​ ເມື່ອ​ປີຜ່ານມາ​ນັ້ນ.

ນາງ ກອບ​ສຸກ ​ເວົ້າ​ວ່າ: “ປີ​ນີ້ ພວກ​ເຮົາ​​ໄດ້ຕົກ​ມາ​ຢູ່​​ໃນອັນ​ດັບ​ສາມ​ແລ້ວ ຍ້ອນ​ປັດ​ໃຈຫຼັກ​ສອງ​ປະການ. ຄື​ປະການ​ທີ່​ນຶ່ງ ນະ​ໂຍບາຍ​ແຊກ​ແຊງ​ລາຄາ​ເຂົ້າຂອງ​ລັດຖະບານ​ ທີ່​ເຮັດ​ໃຫ້​ພວກ​ເຮົາ​ຖືກເຂ່ຍອອກ​ນອກ​ຕະຫຼາດ​ເຂົ້າ​ ໃນ​ແງ່​ຂອງ​ລາຄາ. ​ແລະ​ປະການ​ທີ່​ສອງ ອິນ​ເດຍ​ໄດ້ກັບ​ຄືນ​ມາສູ່​ຕະຫຼາດ​ເຂົ້າ ​ແລະ​ກໍ​ໄດ້ຖອກ​ເທ​ເຂົ້າ​ທີ່​ໄດ້​ເກັບ​ສະ​ສົມ​ໄວ້​ນັ້ນ ​ໃສ່​ຕະຫລາດ​ໂລກ​ໃນລາຄາທີ່ຕໍ່າ​ຫຼາຍ ຊື່​ງເຮັດ​ໃຫ້​ຫວຽດນາມ ​ແລະ​ປະ​ເທດ​ໃດ​ກໍ​ຕາມ ​ຕ້ອງ​ໄດ້ ພາກັນພະຍາຍາມ​ປັບລາຄາ​ເຂົ້າ​ຂອງ​ຕົນ ໃຫ້ຕໍ່າລົງໃຫ້ ​ໄດ້ເທົ່າໆກັນ.”

ນອກ​ນີ້​ແລ້ວ ພວກຊາວນາ​ກໍພາກັນ​ຂາຍ​ເຂົ້າທີ່​ມີ​ຄຸນ​ນະພາ​ບຕໍ່າ​ກວ່າ​ຄຸນ ນະພາ​ບ​ເດີມ ​ແລະ​ກໍ​ປູກ​ເຂົ້າພັນ​ທີ່​ເກັບ​ກ່ຽວ​ໄດ້​ໄວ ​ເພື່ອ​ໃຫ້ຂາຍໄດ້ເງິນມາ​ ​ໄວ​ຂຶ້ນ ​ທີ່​ເຮັດ​ໃຫ້​ໄທ​ຕ້ອງ​ສ່ຽງ​ກັບ​ການສູນ​ເສຍ​ຊື່​ສຽງ​ໃນ​ຖານະ​ເປັນປະ​ເທດ ທີ່​ເຄີຍ​ມີ​ເຂົ້າຄຸນ​ນະພາ​ບສູງ​ມາ​ຕະຫຼອດ​ນັ້ນ.

ນາຍ ປຣ​ະສິດ ບຸນ​ຊ້ວຍ ປະທານສະມາຄົມ​ຊາວນາ​ໄທ ກ່າວ​ວ່າ ສິ່ງ​ທີ່ ພວກ​ຊາວນາ​ຕ້ອງການ​ແທ້ໆ​ນັ້ນ ກໍ​ຄື​ລະບົບ​ຊົນລະປະ​ທານທີ່​ດີ​ຂຶ້ນ ​ໂອກາດ​ໃນ​ການເຂົ້າຫາ​ທຶນ ການ​ປະກັນ​ໄພ ​ແລະ​ການ​ຄົ້ນຄວ້າ​ພືດ​ປູກ​ທີ່​ດີກ​ວ່າ​ເກົ່າ​.

ນາຍ​ປຣະສິດ​ເວົ້າ​ວ່າ: “ພວກ​ເຮົາ​ຢາກ​ເຫັນ​ການ​ພັດທະນາ​ແລະຄວາມ​ໝັ້ນ ຄົງທີ່​ຍືນ​ຍົງຖາວອນສໍາລັບ​ຊາວນາ ​ເພື່ອ​ວ່າ​ພວກ​ເຂົາ​ເຈົ້າຈະ​ໄດ້​ມີ​ສິ່ງ​ດືໆ ໃນ​ຊີວິດ​ ແລະມີສ​ະວັດ​ດີກາ​ນທີ່​ດີໆ. ເມື່ອ​ໃດ​ທີ່ເຮົາ​ມີ​ຄວາມ​ທຸ່ນ​ທ່ຽງ​ຢູ່​ໃນ​ວົງ​ການຊາວນາປູກ​ເຂົ້າທັງຫຼາຍ​ແລ້ວ ພວກ​ເຮົາ​ກໍ​ບໍ່​ຈໍາ​ເປັນຕ້ອງ​ເພິ່ງ​ພານະ​ໂຍບາຍຊ່ວຍ​ເຫຼືອ​ຈາກລັດຖະບານ ​ແລະງົບປະມານ​ຢ່າງ​ມະຫາສານ​ນັ້ນ​ເລີຍ.”

ເບິ່ງວີດີໂອພາສາອັງກິດ:

Rice Payment Scheme Threatens Thailand's Status as World's Top Exporter
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ


ທ່ານ Hiroyuki Konuma ​ໂຄສົກ​ອົງການ​ອາຫານ​ແລະ​ການກະ​ເສດ ກ່າວ​ວ່າ ປະ​ເທດ​ໄທ​ອາດ​ສາມາດກັບ​ຄືນ​ມາ​ຄອງ​ອັນ​ດັບ​ນຶ່ງ​ຄື​ເກົ່າ​ໄດ້ພາຍ​ໃນ​ທ້າຍ​ປີ​ນີ້ ​ແຕ່​ວ່າການ​ຫລຸດ​ນ້ອຍ​ລົງ​ໃນການ​ສົ່ງ​ອອກ​ເຂົ້າຂອງ​ໄທນັ້ນ ​ໄດ້​ກະ​ຕຸ້ນ​ໃຫ້ມີ​ການແຂ່ງຂັນ​ ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ໄທ.

ທ່ານ ​ໂຄ​ນູມະ ​ເວົ້າ​ວ່າ: “ແມ່ນ​ແລ້ວ ​ເລື້ອງນີ້​ມັນກໍ​ພໍໃຫ້​ກໍາລັງ​ໃຈ​ຫຼາຍ​ຢູ່. ​ເຊັ່ນ​ມຽນມາ ກໍ​ໄດ້​ອອກ​ນະ​ໂຍບາຍ​ຢ່າງ​ແຂງ​ແຮງ​ເພື່ອ​ເພີ່ມ​ປະລິມານ​ການ​ສົ່ງອອກເຂົ້າຂອງ​ຕົນ​ໃຫ້​ຫຼາຍ​ຂຶ້ນ ​ກໍາປູ​ເຈຍກໍ​ຄື​ກັນ ​ແລະ​ປະ​ເທດລາວ ນັ້ນນໍາ.”

ລັດຖະບານ​ໄທ ຢາ​ກຈະ​ຈັດ​ຕັ້ງ​ກຸ່ມ​ປະ​ເທດ​ສົ່ງ​ອອກ​ເຂົ້າ ຮ່ວມ​ກັບບັນດາປະ​ເທດທີ່​ສົ່ງ​ອອກ​ເຂົ້າທັງຫຼາຍ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ​ເພື່ອ​ຮັບປະກັນບໍ່​ໃຫ້​ລາຄາ​ເຂົ້າຕົກລົງ. ​ແຕ່​ວ່າ ​ເວລາ​ນີ້ ບັນດາ​ບໍລິສັດ​ສົ່ງ​ອອກ​ເຂົ້າຂອງໄທ ​ແມ່ນ​ຢາ​ກຈະ​ໃຫ້​ລັດຖະບານ ​ຢຸ​ດ​ເຊົາເຂົ້າມາແຊກ​ແຊງໃນ​ຕະ ຫຼາດເຂົ້ານັ້ນ​ເສຍ ກ່ອນ​ທີ່​ພວກ​ເຂົາ​ເຈົ້າທັງ​ໝົດ​ຈະ​ພາກັນຂາດທຶນ​ໄປ​ຕາມໆ​ກັນ​.
XS
SM
MD
LG