ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານແພ່ງໄທ ເຕືອນ ລັດຖະບານ ບໍ່ໃຫ້ ໃຊ້ກຳລັງ ຕໍ່ພວກປະທ້ວງ (ສະໄລດ໌/ວີດີໂອ)


Thai Protests Continue as Tensions, Violence Mount
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
ສານແພ່ງຂອງ​ໄທ ​ໄດ້​ເຕືອນລັດຖະບານ ​ໃນ​ວັນ​ພຸດ​ມື້ນີ້ ບໍ່​
ໃຫ້​ໃຊ້​ກໍາລັງ​ຕໍ່​ພວກ​ປະ​ທ້ວງ ນຶ່ງ​ມື້​ຫຼັງ​ຈາກ​ການ​ປະ​ທະ​ກັນ​
ກັບ​ຕໍາຫລວດ ​ໄດ້​ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ.

​ແຕ່ສານ​ໄດ້​ປະຕິ​ເສດ ​ຕໍ່​ຄໍາ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ ທີ່​ຂໍ​ໃຫ້​
ລົບ​ລ້າງ​ກົດ​ພາວະ​ສຸກ​ເສີນ 90 ວັນທີ່​ລັດຖະບານ​ໄດ້​ປະກາດ
​ໃຊ້ ມາ​ແຕ່​ທ້າຍ​ເດືອນ​ມັງກອນ​ນັ້ນ.

ລັດຖະບານ​ໄດ້​ນໍາ​ໃຊ້ ​ກົດ​ພາວະ​ສຸກ​ເສີນ ​ທໍາ​ການ​ຈັບ​ກຸມພວກ
ແກນ​ນໍາ​ປະທ້ວງ​ແລະ​ທັບ​ມ້າງ​ຄ້າຍ​ຂອງ​ພວກ​ປະ​ທ້ວງໃນ​ເມືອງ​
ຫລວງ​ບາງກອກ.

​ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ປະ​ທ້ງ 4 ຄົນ ​ແລະ​ຕໍາຫລວດ​ນຶ່ງ​ຄົນ ​ເສຍ​ຊີວິດ ກັບ​ອີກ​ຫລາຍ
​ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ປະ​ທະ​ກັນ​ໃນ​ຕອນ​ທ່ຽງ​ວັນ ຢູ່​ຖະໜົນ​ສາຍ​ສໍາຄັນ​ແຫ່ງ​ນຶ່ງ​
ໃນ​ເມືອງ​ຫລວງ.



​ເຖິງ​ແມ່ນ​ໄດ້​ເກີດ​ຄວາມ​ຮຸນ​ແຮງດັ່ງກ່າວ ພວກ​ປະ​ທ້ວງ​ຈາກ​ຝ່າຍ​ຄ້ານ​ກໍ​ໄດ້​ເພີ້​ມທະວີ​ການ
ປຸກລະດົມ​ຂອງ​ພວກເຂົາ​ເຈົ້າຂຶ້ນ ແຕ່​ກໍ​ບໍ່​ໄດ້​ມີ​ການ​ປະ​ທະ​ກັນແຕ່ຢ່າງ​ໃດ.

ພວກ​ປະ​ທ້ວງຕໍ່ຕ້ານລັດຖະບານຫລາຍ​ພັນ​ຄົນ​ ​ໄດ້ພາກັນ​ໄປອ້ອມ ຕຶກ​ຫ້ອງ ການຊົ່ວຄາວ​
ຂອງນາ​ຍົກ​ລັກ​ຖະມົນຕີ​ ໃນບາງກອກ ​ໃນ​ຂະນະ​ທີ່ພວກທະຫານ​ພາກັນ​ຢືນ​ເບິ່ງ ຢູ່​ຫລັງ​ຮົ້ວ
ໜາ​ມໝາກ​ຈັບ.

​ແຕ່ນາຍົກລັດຖະມົນຕີຍິ່ງ​ລັກ ຊິນນະ​ວັດ ​ບໍ່ໄດ້ຢູ່ທີ່ຫ້ອງ​ການຂອງທ່ານ ​ໃນ​ວັນ​ພຸດ​ມື້​ນີ້. ​ເຈົ້າ​
ໜ້າ​ທີ່ດ້ານຄວາມປອດໄພ​ຂັ້ນ​ສູງ​ຄົນ​ນຶ່ງກ່າວ​ວ່າ ຈະ​ບໍ່​ມີ​ການ​ເຄື່ອນ​ໄຫວ​ໃນທັນທີ ​ເພື່ອ​ທັບ​
ມ້າງ​ການ​ປະ​ທ້ວງຕື່ມອີກ.

​ແຕ່​ວ່າ ຜູ້​ນໍາພາ​ການ​ປະ​ທ້ວງ ທ່ານສຸ​ເທບ ​ເທືອກສຸບັນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່​ຈະສືບຕໍ່​ກົດ
​ດັນ​ທ່ານ​ນາງຍິ່ງ​ລັກທີ່ທ່ານກ່າວ​ວ່າ ​ເປັນ​ຜູ້ຮັບຜິດຊອບ​ຕໍ່ການໃຊ້ຄວາມຮຸນ​ແຮງ “​ເກີນຂອບ
​ເຂດແລະ​ບໍ່​ມີ​ຄວາມ​ຈໍາ​ເປັນ.”

ທ່ານ​ສຸ​ເທບກ່າວ​ວ່າ “ມວນຊົນ ບໍ່​ຕ້ອງການ​ໃຫ້ທ່ານນາງຍິ່ງ​ລັກ ຊິນນະ​ວັດ ກັບ​ມາ​
ໃຊ້​ຕຶກ​ດັ່ງ​ກ່າວ​ນີ້ ທີ່​ສ້າງ​ຂື້ນ​ໂດຍເງິນ​ພາສີຂອງປະຊາຊົນ ​ເພື່ອ​ໃຊ້​ເປັນ​ບ່ອນຫຼົບ
ລີ້ ແລະເປັນຫ້ອງການຂອງທ່ານ​ນາງ ຕໍ່​ໄປ​ອີກ.”



Thailand
please wait
Embed

No media source currently available

0:00 0:02:34 0:00
XS
SM
MD
LG