ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຢູ່​ໄທ ສ້າງກຳແພງ ຊີມັງ ອ້ອມຕຶກ ທຳນຽບ ລັດຖະບານ (ວີດີໂອ)

Refugees gather to watch the arrival of United Nations High Commissioner for Refugees Antonio Guterres at the sprawling Dadaab refugee camp in Kenya. The camp currently houses some 350,000 people and for more than 20 years has been home to generations of Somalis who have fled their homeland wracked by conflicts. Kenya's government has asked UNHCR to close the camp after an attack on Kenya’s Garissa University by Somalia-based al-Shabab gunmen in April, whom are suspected to have planned and launched their attack from the camp.

ທີ່​ປະ​ເທດໄທ ພວກ​ປະ​ທ້ວງຫລາຍ​ພັນ​ຄົນ ​ພາກັນ​ອ້ອມຕຶກ
ຫ້ອງ​ວ່າການ​ລັດຖະບານ ຢູ່​ໃນ​ເມືອງ​ຫລວງບາງກອກ ໃນ
ການ​ທ້າ​ທາ​ຍກັບຕຳຫລວດ ​ທີ່​ໄດ້​ສັນຍາ​ວ່າ​ຈະເຂົ້າ​ຍຶດ​ເອົາ​
ພື້ນ​ທີ່​ດັ່ງກ່າວຄືນ​ມາ​ຈາກພວກ​ປະ​ທ້ວງ​ທີ່ໄດ້​ພາກັນຍຶດຄອງ
ຢູ່​ມາ​ໄດ້​ຫລາຍ​ອາທິດ​ແລ້ວ​ນັ້ນ.

ພວກ​ປ​ະທ້ວງ ​ໄດ້​ສ້າງ​ກຳແພງຊິ​ມັງຂຶ້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​
ຕັນທາງ​ເຂົ້າສູ່ທຳນຽບລັດຖະບານ ​ທີ່ຕັ້ງ​ຂອງ​ຫ້ອງການ​ຂອງ
ນາຍົກລັດຖະມົນຕີ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດນັ້ນ. ​ແຕ່​ວ່າ
ນາຍົກລັດຖະມົນຕີ ​ໄດ້​ຖືກ​ບັງຄັບ​ໃຫ້​ນຳພາ ລັດຖະບານ​ຮັກ
ສາການ​ຂອງ​ທ່ານ​ນາງ​ແລະ​ບໍລິຫານ​ປະ​ເທດຈາກ​ແຫ່ງ​ອື່ນໆ
ຫລາຍ​ແຫ່ງຢູ່​ທົ່ວ​ເມືອງ.

ຕຳຫລວດ​ປາບ​ປາມ​ຈາລະ​ຈົນ ​ໄດ້​ເລີ້ມ​ປະຕິບັດງານ​ໃນ​ວັນ​ສຸກຜ່ານ​ມາ​ເພື່ອ​ກວດ​ລ້າງ​ຫຼາຍໆ
ເຂດຂອງບາງກອກ ບ່ອນ​ທີ່​ພວກປະ​ທ້ວງຕໍ່​ຕ້ານ​ລັດຖະບານ​ໄດ້​ຕັ້ງ​ຄ້າຍ​ມາ​ເປັນ​ເວລາ​ຫລາຍ​ອາທິດ.

ຕຳຫລວດ ທີ່​ຖື​ໄມ້ຄ້ອນ ​ໄດ້ມ້າງ​ເພ​ຕູບ​ຜ້າໃບ ແລະ​ສິ່ງ​ກີດຂວາງ​ຕ່າງໆ ທີ່ພວກ​ປະ​ທ້ວງ​ໄດ້​ຕັ້ງ​ຂຶ້ນ ແລະ​ໄດ້ເຕືອນ​ພວກ​ປະ​ທ້ວງ ​ທາງ​ໂທລະ​ໂຄ່ງ ບໍ່ໃຫ້ຂັດ​ຂືນ.

​ເດືອນ​ແລ້ວ​ນີ້ ທາງ​ການ​ໄທ ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ໄດ້​ອອກ​ໝາຍ​ຈັບ ພວກ​ຜູ້​ນຳປະ ທ້ວງ​ຫລາຍ​ໆຄົນ.

Thailand Protests 2-17-14
please wait

No media source currently available

0:00 0:01:35 0:00
XS
SM
MD
LG