ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປະທ້ວງໄທ ຄົນນຶ່ງ ທີ່ບາດເຈັບ ຍ້ອນລະເບີດ ເສຍຊີວິດ ແລ້ວ (ສະໄລດ໌/ວີດີໂອ)


ພວກປະທ້ວງ ລັດຖບານ ໂຮມຊຸມນຸມ ຢູ່ຕໍ່ໜ້າທະນາຄານ ຂາອອກຂາເຂົ້າ ຫລື Import Export Bank.
ພວກປະທ້ວງ ລັດຖບານ ໂຮມຊຸມນຸມ ຢູ່ຕໍ່ໜ້າທະນາຄານ ຂາອອກຂາເຂົ້າ ຫລື Import Export Bank.
ຜູ້​ປະ​ທ້ວງຕໍ່ຕ້ານລັດຖະບານຄົນ​ນຶ່ງ ທີ່​ໄດ້​ຮັບ​ບາດ​ເຈັບສາຫັດ
ຈາກ​ການໂຈມ​ຕີແກວ່ງ​ລະ​ເບີດໃສ່ ຢູ່ທີ່ບາງກອກ ​ໃນ​ວັນ​ສຸກ​
ວານ​ນີ້ ໄດ້​ເສຍ​ຊີວິດແລ້ວ.

ຜູ້​ເຄາະ​ຮ້າຍ ອາຍຸ 46 ປີຄົນນີ້ ກໍຄືນາຍ Prakong Chuhan ​
ໄດ້​ຖືກປະກາດ​ວ່າ​ເສຍ​ຊີວິດ ​ໃນ​ວັນເສົາ​ມື້​ນີ້. ລາວ​ແມ່ນ​ຄົນ​ນຶ່ງ
​ໃນ​ຈໍານວນ​ຢ່າງ​ໜ້ອຍ 28 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ຈາກ​ລະ​ເບີດ​
ທີ່ແຕກຂື້ນ ໃນ​ຕອນບ່າຍວັນ​ສຸກ​ວານ​ນີ້​ ໃນ​ລະ ຫວ່າງ​ທີ່​ມີ​ການ​
ເດີນຂະ​ບວນປະ​ທ້ວງຕໍ່ຕ້ານ​ລັດຖະບານທີ່ນໍາພາ​ໂດຍທ່ານ
​ສຸ​ເທບ ​ເທຶອກສຸບັນ ຜູ້ນຳຝ່າຍຄ້ານ.



ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້​ຖືກ​ແກວ່ງ​ໄປ​ໃສ່ພວກ​ເດີນ​ຂະ​ບວນ. ການ​ໂຈມຕີ​ນີ້ມີຂຶ້ນ
ບໍ່ດົນ ຫລັງຈາກໄດ້ມີການ​ຂີ່​ລົດຍິງ​ປືນສາດໃສ່ເປັນລຳດັບມາ ຊຶ່ງ​ພວກ​ປະ​ທ້ວງໄດ້ຖິ້ມ
ໂທດໃສ່ລັດຖະບານ.

ຜູ້​ນໍາ​ໃນການປະ​ທ້ວງ ທ່ານ​ສຸ​ເທບ ​ເທືອກສຸບັນ ຊຶ່ງບໍ່​ໄດ້​ຮັບ​ບາດ​ເຈັບ​ ຈາກ​ລະ​ເບີດ​ທີ່
ແຕກຂຶ້ນໃນວັນສຸກວານນີ້ ໄດ້ຮຽກຮ້ອງ​ ໃຫ້​ສະພາປະຊາຊົນ ທີ່ບໍ່ມີ​ການ​ເລືອກ​ຕັ້ງ ເຂົ້າ
ເຮັດໜ້າທີ່​ແທນ​ລັດຖະບານ​ປັດຈຸບັນຊຶ່ງ​ທ່ານ​ກ່າວ​ວ່າ ສໍ້​ລາດ​ບັງ​ຫລວງ ​ແລະ​ພົວພັນກັບ
ການຫລິ້ນພັກຫລິ້ນພວກນັ້ນ.

ນາຍົກລັດຖະມົນຕີຍິ່ງ​ຣັກ ຊິນນະ​ວັດໄດ້ປະຕິ​ເສດ​ບໍ່ຍອມລາ​ອອກ​ຈາກ​ຕໍາ​ແໜ່​ງ. ທ່ານ​ນາງ
ຢືນຢັດຕໍ່ການ​ເລືອກ​ຕັ້ງກ່ອນກຳນົດ ​ໃນ​ວັນ​ທີ 2 ກຸມພາ ​ເຖິງ​ແມ່ນ​ວ່າ​ຝ່າຍ​ຄ້ານ ​ໄດ້​ກ່າວວ່າ ຕົນຈະ​ບໍ່ເຂົ້າ​ຮ່ວມໃນການປ່ອນ​ບັດດັ່ງກ່າວນີ້ກໍຕາມ.


Thailand
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG