ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນຫາການເມືອງ ໃນໄທ ເຮັດໃຫ້ ການປັກປັນເຂດແດນ ລາວ-ໄທ ຊັກຊ້າລົງ


ລັດຖະມົນຕີ ຕ່າງປປະເທດ ລາວ-ໄທ ເຊັນຂໍ້ຕົກລົງ ການຮ່ວມມື
ເລຶ່ອງການປັກປັນເຂດແດນ
ລັດຖະມົນຕີ ຕ່າງປປະເທດ ລາວ-ໄທ ເຊັນຂໍ້ຕົກລົງ ການຮ່ວມມື ເລຶ່ອງການປັກປັນເຂດແດນ
ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ໃນ​ໄທ ສົ່ງ​ຜົນ​ກະທົບ​ຕໍ່​ແຜນ
ການ​ປັກ​ປັນ​ເຂດ​ແດນ​ທາງບົກ ​ແລະ​ເຂດ​ແດນ​ທາງ​ນໍ້າ ລະ
ຫວ່າງ​ລາວ​ກັບ​ໄທ ​ໂດຍ​ຈະ​ເຮັດ​ໃຫ້ການ​ດໍາ​ເນີນ​ງານ​ຮ່ວມ​
ຕ້ອງ​ຊັກ​ຊ້າ​ຕໍ່​ໄປ​ອີກ.


​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ກິດຈະການ​ຊາຍ​ແດນ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ ກອງທັບ​ໄທ ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ໃນ​ໄທ​ໃນ​ເວລາ​ນີ້​ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ ​ແລະ​ເປົ້າໝາຍ​ໃນ​ການ​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ ທັງ​ທາງບົກ​ແລະ​ທາງ​ນໍ້າ​ ລະຫວ່າງ​ລາວ​ກັບ​ໄທ ຢ່າງ​ຫຼີກ​ລ່ຽງບໍ່​ໄດ້.

​ໂດຍ​ເຖິງ​ແມ່ນ​ວ່າ​ຄະນະ​ກໍາມາ​ທິການ​ຮ່ວມ​ ລະຫວ່າງ​ລາວ-​ໄທ ທີ່​ມີ​ລັດຖະມົນຕີວ່າການ
​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ ​ເປັນປະທານ​ຮ່ວມ​ກັນ​ນັ້ນ ຈະ​ໄດ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ເປັນ​ທາງ​ການ​ລ້ວ ວ່າການ​ດໍາ​ເນີນ​ການ​ປັກປັນ​ເຂດ​ແດ​ນທາງບົກ ​ຈະ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2015 ສ່ວນ​ເຂດ​ແດນ​ທາງ​ນໍ້າ​ຈະ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2017 ກໍ​ຕາມ ຫາກ​ແຕ່​ວ່າ ດ້ວຍ ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ໃນ​ໄທ ກໍ​ເຮັດ​ໃຫ້​ທາງ​ການ​ລາວ-​ໄທ​ ບໍ່​ສາມາດ​ດໍາ​ເນີນ​ການ​ສໍາ​ຫຼວດ​ແລະ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ກັນ​ໄດ້​ເລີຍ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ 2013 ​ເປັນ​ຕົ້ນ​ມາ ຈົນ​ເຖິງ​ປັດຈຸບັນ​ນີ້. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ-​ໄທ ກໍໄດ້​ປະສົບ​ກັບ​ການ​ຊັກ​ຊ້າ​ມາຢ່າງ​ຕໍ່​ເນື່ອງ​ນັບ​ຕັ້ງ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ ຊຶ່ງ​ນອກຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກ​ບັນ ຫາ ທາງ​ການ​ເມືອງ​ພາຍ​ໃນ​ຂອງ​ໄທ​ແລ້ວ ກໍ​ມີ​ສາ​ເຫດ​ທີ່​ສໍາຄັນ​ມາ​ຈາກ​ການ​ທີ່​ທາງ​ການ​ຂອງ​ທັງ ສອງຝ່າຍບໍ່​ສາມາດ​ຕົກລົງກັນ​ໄດ້​ໃນ​ຫຼາຍໆ​ພື້ນ​ທີ່ ​ໂດຍ​ສໍາລັບ​ເຂດ​ແດນ​ທາງ ບົກ​ທີ່​ທາງ​ການ ທັງ​ສອງ​ຝ່າຍ​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ນັ້ນ ກໍ​ມີ​ເຖິງ 15 ​ເຂດ ກໍ​ຄື​ເຂດ​ແກງ​ຜາ​ໄດ່ ພູຜາ ໝົນ ພູ​ຊີ້​ຟ້າ ພູສາ​ມ​ເສົ້າ ​ເຂດ​ສາມ​ບ້ານ ດອຍ​ກິ່ວ​ກ່ໍ່ ​ເຂດ​ຕົ້ນ​ນໍ້າ​ເຫືອງ ຫ້ວຍ​ໂດນ ວັງ​ເຕົ່າ-ຊ່ອງ​ເມັກ ບ້ານ​ທົ່ງ​ໜອງ​ບົວ ພູ​ປ່າ​ໄລ່ ພູ​ຊ້າງ ພູ​ດ່າງ ພູ​ໂຈະ​ໂກ ພູຈັນ​ ພູ​ແດນ​ເມືອງ ​ແລະ​ບໍລິ​ເວນ​ພູ​ເຄ-ຕີນ​ໂນ ຕາມ​ລໍາດັບ. ​

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ກິດຈະການ​ຊາຍ​ແດນ ຂອງກອງທັບ​ໄທ ແລະລາວ
​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ກິດຈະການ​ຊາຍ​ແດນ ຂອງກອງທັບ​ໄທ ແລະລາວ

ໂດຍສາ​ເຫດ​ທີ່​ທາງ​ການ​ທັງ​ສອງ​ຝ່າຍ ຍັງບໍ່ສາມາດ​ຕົກລົງ
​ກັນ​ໄດ້​ໃນ​ພື້ນ​ທີ່​ດັ່ງ​ກາວ ກໍ​ຍ້ອນ​ວ່າ ​ໄດ້​ມີ​ການ​ອ້າງ​ອິງ​ແຜນ​
ທີ່​ແລະ​ຕີ​ຄວາມໝາຍ​ທີ່​ແຕກ​ຕ່າງ​ກັນ ຊຶ່ງ​ລວມ​ເຖິງ​ສະພາບ​
ພື້ນ​ທີ່​ຕົວ​ຈິງ​ໃນ​ປັດຈຸບັນ​ ທີ່​ປ່ຽນ​ແປງ​ໄປ​ຈາກ ອະດີດ​ຢ່າງ​
ຫຼວງ​ຫຼາຍ ຫາກ​ແຕ່​ວ່າ​ທາງ​ການ​ລາວ-​ໄທ ກໍ​ໄດ້​ແກ້​ໄຂ​ບັນ
ຫາ​ຂັດ​ແຍ້​ງລະຫວ່າງ ກັນ​ດ້ວຍ​ການ​ເຈລະຈາ​ມາ​ໂດຍ​ຕະ
ຫຼອດ ຫຼັງ​ຈາກ​ທີ່​ເຄີຍ​ສູ້​ລົບ​ກັນ​ມາ​ແລ້ວ ​ເຖິງ 2 ຄັ້ງ ກໍ​ຄື ​ໃນ​
ປີ 1984 ​ແລະ​ໃນ​ທ້າຍ​ປີ 1987 ​ເຖິງ​ຕົ້ນ​ປີ 1988 ນັ້ນ ກໍ​
ເຮັ​ດ​ໃຫ້​ກອງທັບ​ ຂອງ​ທັງສອງປະ​ເທດ​ ເຊື່ອ​ໝັ້ນ​ວ່າ ດ້ວຍ​
ຄວາມສໍາພັນ​ອັນ​ດີ​ລະຫວ່າງ​ກັນຈະ​ບໍ່​ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງ
ກ່ຽວ​ກັບ​ຊາຍ​ແດນ ​ກາຍ​ໄປ​ເປັນຄວາມ​ຂັດ​ແຍ້​ງທາງ​ທະຫານ​ອີກ​ເທື່ອ​ໃໝ່​ຢ່າງ​ແນ່ນອນ ດັ່ງ​ທີ່​ນາຍ​ທະຫານ​ໄທ​ໄດ້​ໃຫ້ການ ຢືນຢັນ​ວ່າ:

“​ເນື່ອງ​ຈາກ​ວ່າຄວາມ​ສໍາພັນ​ຂອງ​ປະ​ເທດ​ໄທ​ກັບປະ​ເທດ​ລາວ ຊຶ່ງ​ມີ​ຄວາມ​ສໍາ ພັນ​ທີ່​ດີ ສະ​ນັ້ນ ​ໃນ​ເລຶ່ອງທາງ​ດ້ານການ​ທະຫານ​ນີ້ ​ບໍ່​ມີ​ບັນຫາ​ຕໍ່​ກັນ ບັນຫາ​ໃນ​ເລຶ່ອງຂອງ​ການ​ງານ​ດ້ານ​ໄພ​ຄຸກ​ຄາມ ດ້ານ​ການ​ທະຫານ​ນີ້ບໍ່​ເກີດ​ແນ່ນອນ ​ເພາະວ່າ​ປະ​ເທດ​ເຮົາ ກັບປະ​ເທດ​ລາວ​ນີ້ ຢູ່​ກັນ​ຢ່າງ​ເພື່ອນ​ບ້ານ ມີ​ມິດ​ສໍາພັນ​ທີ່​ດີ​ຕໍ່​ກັນ.”

​ໂດຍ​ນັບ​ຕັ້ງ​ແຕ່​ປີ 1996 ​ເປັນ​ຕົ້ນມາ ຈົນ​ເຖິງ​ປັດຈຸບັນ ທາງ​ການ​ລາວ​ໄທ​ສາມາດ​ຕົກລົງ ປັກ​ປັນ​ເຂດ​ແດນ​ທາງບົກ​ລະຫວ່າງ​ກັນ​ໄດ້​ແລ້ວ ​ໃນ​ລະຍະ​ທາງ​ລວມ 676 ກິ​ໂລ​ແມັດ ທີ່ ຄິດ​ເປັນ 93% ຂອງ​ເຂດ​ແດ​ນທາງບົກ​ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ລະຍະ​ທາງ​ຍາວ​ທັງ ໝົດ 735 ກິ​ໂລ​ແມັດ ຫຼື​ຄິດ​ເປັນ 37% ຂອງ​ເຂດ​ແດນ​ທັງ​ໝົດ​ລະຫວ່າງ​ລາວ-​ໄທ ​ໂດຍ ສໍາລັບ​ເຂດ​ທີ່​ສາມາດ​ຕົກລົງ​ກັນ​ໄດ້​ແລ້ວນັ້ນ ກໍ​ໄດ້ທໍາ​ການ​ປັກ​ຫຼັກ​ໝາຍ​ໄດ້​ທັງ​ໝົດ 204 ຫຼັກ​ໝາຍ ຊຶ່ງ​ແບ່ງ​ເປັນ 133 ຫຼັກ​ໝາຍ​ທາງ​ພາກ​ເໜືອ ​ແລະ 71 ຫຼັກ​ໝາຍ​ທາງ​ພາກ​ໃຕ້

ສໍາລັບ​ເຂດ​ແດນ​ທາງ​ນໍ້າ ກໍ​ຄື​ໃນ​ແນວ​ແມ່​ນໍ້ງ​ເຫືອງ ​ແລະ​ແມ່​ນໍ້າຂອງ​ນັ້ນ ທາງ​ການ​ລາວ-​ໄທ ກໍ​ໄດ້​ຕົກລົງ​ດໍາ​ເນີນ​ການຈັດ​ທໍາ​ພາບ​ຖ່າຍ​ທາງ​ອາກາດ​ເພື່ອ​ນໍາ​ມາ​ປະກອບ​ການ​ເຈລະ ຈາ​ຕົກລົງ​ຮ່ວມ​ກັນ​ຕໍ່​ໄປ ​ໂດຍ​ໃນ​ປັດຈຸບັນ ການ​ດໍາ​ເນີນ​ງານ​ດັ່ງກ່າວນີ້ກໍ​ຍັງ​ຄົງ​ບໍ່​ສໍາ​ເລັດສົມບູນແຕ່​ຢ່າງ​ໃດ.
XS
SM
MD
LG