ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ​ໄທ ກ່າວ​ວ່າ ຕົນຮູ້ຈັກ ໃຜຢູ່ເບື້ອງຫຼັງ ການວາງລະເບີດ ທີ່ຫົວຫີນ


ຄະນະສືບສວນ​ສອບ​ສວນ​ຂອງຕຳຫຼວດ​ໄທ ທຳການສຳຫຼວດ ຢູ່ບ່ອນເເກີດເຫດລະເບີດ ທີ່ເມືອງຕາກອາກາດຫົວຫີນ, ປະມານ 240 ກິໂລແມັດ ທາງພາກໃຕ້ບາງກອກ 12 ສິງຫາ, 2016.
ຄະນະສືບສວນ​ສອບ​ສວນ​ຂອງຕຳຫຼວດ​ໄທ ທຳການສຳຫຼວດ ຢູ່ບ່ອນເເກີດເຫດລະເບີດ ທີ່ເມືອງຕາກອາກາດຫົວຫີນ, ປະມານ 240 ກິໂລແມັດ ທາງພາກໃຕ້ບາງກອກ 12 ສິງຫາ, 2016.

ຄະນະສືບສວນ​ສອບ​ສວນ​ຂອງຕຳຫຼວດ​ໄທກ່າວ​ວ່າ ມີ​ເຖິງ 20 ຄົນ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ສຸກ​ຜ່ານ​ມາ​ນີ້ ​ແຕ່​ວ່າການ​ລະບຸ​ໂຕພວກ​ທີ່​ກໍ່ການ​ນັ້ນ ​ຍັງ​ເປັນ​ເລື້ອງ ທີ່​ມີ​ການ​ຄາດ​ເດົາ​ກັນ​ຢູ່.

ແຫຼ່ງຂ່າວ​ຂອງ​ພວກ​ຕຳຫຼວດ ​ໄດ້​ແຈ້ງ​ໃຫ້ VOA ຊາບວ່າ ມີ​ຢ່າງ​ນ້ອຍ 7 ຄົນ ​ໄດ້​ຖືກກັກ​ຂັງ​ເພື່ອ​ທຳ​ການ​ສອບ​ຖາມ ກ່ຽວ​ກັບ​ການ​ໂຈມ​ຕີ ໃສ່​ສະຖານ​ທີ່ີ​ທ່ອງ​ທ່ຽວທີ່​ນິຍົມກັນ​ນັ້ນ ທີ່​ຍັງ​ຜົນ​ໃຫ້​ມີ 30 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດຂອງ​ໄທ ກ່າວ​ວ່າ ​ພວກ​ນັກ​ການ​ເມືອງທີ່ຕໍ່​ຕ້ານ​ລັດຖະບານ​ທະຫານ ​ແມ່ນ​ຢູ່​ເບື້ອງຫຼັງການ​ໂຈມ​ຕີ​ທີ່​ວ່າ​ນີ້ ຊຶ່ງ​ມີຂຶ້ນ​ໃນ​ຂະນະ​ທີ່​ໄທ ກຳລັງ​ສະຫຼອງ​ວັນ​ຄ້າຍ​ວັນ​ປະສູດ​ຂອງ​ພະ​ລາ​ຊີ​ນີ ທີ່​ຈັດ​ໃຫ້​ເປັນ​ວັນ​ພັກ​ລາດຊະ​ການ.

​ແຕ່​ວ່າ ພັກ​ການ​ເມືອງ​ທັງຫຼາຍ​ ຮວມທັງ ພັກ​ເພື່ອ​ໄທ ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ໃນການ​ເຮັດ​ລັດຖະ ປະຫານ​ເມື່ອ​ເດືອນ​ພຶດສະພາ 2014 ​ແລະ​ພວກ​ທີ່​ສະໜັບສະໜຸນ ​ແນວ​ໂຮມ​ເພື່ອ​ປະຊາທິປະ​ໄຕຕ້ານ​ຜະ​ເດັດ​ການ ຫຼື UDD ​ໄດ້​ກ່າວ​ປະຕິ​ເສດວ່າ ຕົນ​ບໍ່ມີ​ສ່ວນ​ພົວພັນ​ກັບ​ການ​ວາງ​ລະ​ເບີດ​ທີ່​ວ່າ​ນີ້.

ບັນດາເຈົ້າໜ້າຊ່ອຍກູ້ໄພແລະການແພດ ຮີບເລັ່ງພາກັນຊ່ອຍເຫຼືອ ພວກທີ່ໄດ້ຮັບເຄາະຈາກການໂຈມຕີດ້ວຍລະເບີດ ໃນຫົວຫີນ, ໃຕ້ກຸງເທບ, ເປັນພາບທີ່ເກັບມາຈາກພາບວີດີໂອ, 12 ສິງຫາ, 2016.
ບັນດາເຈົ້າໜ້າຊ່ອຍກູ້ໄພແລະການແພດ ຮີບເລັ່ງພາກັນຊ່ອຍເຫຼືອ ພວກທີ່ໄດ້ຮັບເຄາະຈາກການໂຈມຕີດ້ວຍລະເບີດ ໃນຫົວຫີນ, ໃຕ້ກຸງເທບ, ເປັນພາບທີ່ເກັບມາຈາກພາບວີດີໂອ, 12 ສິງຫາ, 2016.

ການ​ໂຈມ​ຕີ ​ໄດ້​ມີ​ຂຶ້ນ ບໍ່​ຮອດນຶ່ງ​ສັບປະດາ ຫຼັງ​ຈາກ​ທີ່​ຊາວ​ໄທ ​ໄດ້​ລົງ​ປະຊາ​ມະຕິ​ໃຫ້ການ​ສະໜັບ ສະໜຸນ​ຮ່າງ​ລັດຖະທຳ​ມະນູນ​ທີ່​ໜຸນ​ຫຼັງ​ໂດຍ​ລັດຖະບານ​ທະຫານ​ນັ້ນ ທີ່​ຈະ​ນຳ​ໄປ​ສູ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ປີໜ້າ​ນີ້.

ລັດຖະທຳ​ມະນຸູນສະບັບ​ໃໝ່ ຈະ​ຕັດ​ບົດບາດ​ຂອງ​ບັນດາ​ພັກ​ການ​ເມືອງ ຊຶ່ງ​ຮວມທັງພັກ​ເພື່ອ​ໄທ ​ແລະ​ພັກ​ປະຊາທິປັດ​ ​ພ້ອມ​ທັງສືບ​ຕໍ່​ຂະຫຍາຍອຳນາດ​ທາງ​ທະຫານ​ໃນ​ການ​ປົກຄອງ​ປະ​ເທດ ​ໄປ​ອີກຢ່າງ​ນ້ອຍ​ 5 ປີ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG