ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຍົາວະຊົນລາວເພດຍິງ 41 ຄົນ ທີ່ຂາຍບໍລິການທາງເພດ ຢູ່ໄທ ຖືກຊ່ວຍເຫລືອໄວ້


ປ້າຍໂຄສະນາ ບໍ່ໃຫ້ຍິງສາວ ແລະເຍົາວະຊົນ ຫລົງເຊື່ອຄົນ ແລະຖືກຫລອກໄປຂາຍບໍລິການທາງເພດໃນໄທ
ປ້າຍໂຄສະນາ ບໍ່ໃຫ້ຍິງສາວ ແລະເຍົາວະຊົນ ຫລົງເຊື່ອຄົນ ແລະຖືກຫລອກໄປຂາຍບໍລິການທາງເພດໃນໄທ

ທາງການຕໍາຫລວດໄທ ໃຫ້ການຊ່ວຍເຫລືອແກ່ເຍົາວະຊົນລາວ ເພດຍິງ 41 ຄົນທີ່ ຂາຍບໍ ລິການທາງເພດຢູ່ໃນພາກໃຕ້ຂອງໄທ ໂດຍທີ່ 21 ຄົນໃນຈໍານວນດັ່ງກ່າວນີ້ ຢືນຢັນວ່າ ຖືກບີບບັງຄັບໃຫ້ຂາຍບໍລິການ.

ເຈົ້າໜ້າທີ່ຕໍາຫລວດໄທ ພ້ອມດ້ວຍເຈົ້າໜ້າທີ່ກົມສອບສວນຄະດີພິເສດ ແລະຜູ້ຕາງ ໜ້າຂອງມູນນິທິພິທັກສັດຕີໄທ ໄດ້ຮ່ວມກັນເຂົ້າກວດກາ ແລະໃຫ້ການຊ່ວຍເຫລືອ
ແກ່ເຍົາວະຊົນລາວເພດຍິງ 41 ຄົນ ຢູ່ທີ່ຮ້ານຄາຣາໂອເກະແຫ່ງນຶ່ງ ໃນເຂດອໍາເພີ
ສຸໄຫງໂກ-ລົກ, ຈັງຫວັດນະຣາທິວາດ ໃນພາກໃຕ້ຂອງໄທ ເມື່ອອາທິດທີ່ຜ່ານມາ.

ການຊ່ວຍເຫລືອດັ່ງກ່າວ ໄດ້ມີຂຶ້ນພາຍຫລັງທີ່ເຍົາວະຊົນລາວເພດຍິງຄົນນຶ່ງໃນກຸ່ມນີ້ ໄດ້ໂທລະສັບກັບຄືນໄປຫາຜູ້ເປັນແມ່ຂອງຕົນ ຢູ່ໃນເຂດນະຄອນວຽງຈັນ ເພື່ອໃຫ້ໄປ
ຂໍການຊ່ວຍເຫລືອຈາກທາງການຕໍາຫລວດລາວ ທີ່ໄດ້ປະສານງານຮ່ວມກັນກັບທາງ
ການຕໍາຫລວດໄທອີກທອດນຶ່ງນັ້ນວ່າ ຕົນກັບໝູ່ຄູ່ອີກຫລາຍຄົນໄດ້ຖືກຫລອກ ແລະ ຖືກບີບບັງຄັບໂດຍເຈົ້າຂອງຮ້ານໃຫ້ຂາຍບໍລິການທາງເພດ ທັ້ງໆທີ່ວ່າ ກ່ອນໜ້າທີ່
ຈະເດີນ ທາງມາໄທນັ້ນ ນາຍໜ້າຄ້າແຮງງານໃນລາວໄດ້ຢືນຢັນວ່າ ງານທີ່ຈັດຫາໃຫ້
ຢູ່ໃນໄທນັ້ນ ເປັນງານບໍລິການຢູ່ຮ້ານອາຫານທໍາມະດາ.

ແຕ່ຢ່າງໃດກໍຕາມ ພາຍຫລັງການສອບປາກຄໍາ ເຍົາວະຊົນລາວເພດຍິງທັງ 41 ຄົນ
ດັ່ງກ່າວແລ້ວນັ້ນ ທາງການໄທກໍພົບວ່າ ມີ 21 ຄົນທີ່ຖືກຫລອກ ແລະຖືກບີບບັງຄັບ
ໃຫ້ຂາຍບໍລິການທາງເພດ ເພື່ອໃຊ້ໜີ້ໃຫ້ບັນດາ ນາຍໜ້າຄ້າແຮງງານໃນລາວ ແລະໄທ ຊຶ່ງເຍົາວະຊົນລາວເພດຍິງແຕ່ລະຄົນນັ້ນ ຈະຕິດໜີ້ຄ່າໃຊ້ຈ່າຍຕ່າງໆ ທີ່ຈະຕ້ອງຊໍາລະ ໃຫ້ແກ່ບັນດານາຍໜ້າຕັ້ງແຕ່ 4 ໝື່ນບາດຂຶ້ນໄປ ຈົນເຖິງແສນກວ່າບາດ ໂດຍຂຶ້ນຢູ່ກັບ
ຄວາມຍາກ ຄວາມງ່າຍຂອງການເດີນທາງເຂົ້າມາໃນໄທເປັນສໍາຄັນ. ສ່ວນອີກ 20 ຄົນ
ທີ່ເຫລືອນັ້ນ ໄດ້ໃຫ້ການຢືນຢັນວ່າ ພວກຕົນສະໝັກໃຈຂາຍບໍລິການທາງເພດ ໂດຍບໍ່
ໄດ້ຖືກບີບບັງຄັບແຕ່ຢ່າງໃດ.

ເຍົາວະຊົນຍິງລາວຈໍານວນນຶ່ງທີ່ຖືກບັງຄັບໃຫ້ຂາຍບໍລິການ ທາງເພດ ຢູ່ໃນພາກໃຕ້ຂອງໄທ
ເຍົາວະຊົນຍິງລາວຈໍານວນນຶ່ງທີ່ຖືກບັງຄັບໃຫ້ຂາຍບໍລິການ ທາງເພດ ຢູ່ໃນພາກໃຕ້ຂອງໄທ

ທາງດ້ານພັນຕໍາຫລວດໂທ
ໄພສິດ ສັງຄະຫະພົງ ຜູ້ຊ່ຽວ
ຊານຄະດີພິເສດ, ກົມສອບ
ສວນຄະດີພິເສດ ໄດ້ໃຫ້
ການຢືນຢັນວ່າ ທາງການ
ໄທຈະເບິ່ງແຍງ ແລະໃຫ້
ການຊ່ວຍເຫລືອເປັນຢ່າງດີ
ຕໍ່ເຍົາວະຊົນລາວ 21 ຄົນ
ທີ່ຖືກບັງຄັບໃຫ້ຂາຍບໍລິ
ການທາງເພດ ພາຍຫລັງ
ທີ່ໄດ້ຜ່ານການຟື້ນຟູຈິດໃຈ
ແລະຝຶກວິຊາຊີບສໍາເລັດແລ້ວນັ້ນ ກໍຈະສົ່ງກັບຄືນໄປພູມລໍາເນົາເດີມຢູ່ລາວຕໍ່ໄປ. ສ່ວນ
ອີກ 20 ຄົນ ທີ່ສະໝັກໃຈຂາຍບໍລິການທາງເພດນັ້ນ ກໍຈະຖືກດໍາເນີນຄະດີ ໃນຂໍ້ຫາເຂົ້າ ເມືອງໄທໂດຍຜິດກົດໝາຍ ແລະຂາຍບໍລິການທາງເພດທີ່ຜິດກົດໝາຍ ໃນໄທ ດັ່ງພັນຕີ
ຕໍາຫລວດໂທໄພສິດ ໄດ້ໃຫ້ການຊີ້ແຈງວ່າ:

ຂະນະທີ່ຢູ່ໃນເມືອງໄທ ກໍຢູ່ພາຍໃຕ້ການດູແລຂອງເຈົ້າໜ້າທີ່ກະຊວງ ພ.ນ
(ກະຊວງພັດທະນາສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ). ໃນສ່ວນນີ້ ກໍໜ້າ
ຈະບໍ່ມີບັນຫາຫຍັງ ແຕ່ສໍາລັບກໍລະນີທີ່ເຫຍື່ອຫລາຍລາຍ ໄດ້ສະແດງຄວາມ
ເປັນຫ່ວງວ່າ ບາງທີພໍ່ແມ່ພີ່ນ້ອງຂອງເຂົາໃນປະເທດຂອງເຂົາ ອາດຈະຖືກຂົ່ມ
ຂູ່ວ່າ ນີ້ນະ ທາງ
DSI (ກົມສອບສວນຄະດີພິເສດ) ກໍໄດ້ປະສານກັບທາງການ
ຕໍາຫລວດລາວຢູ່ແລ້ວນະ ໃຫ້ຊ່ວຍເຂົ້າໄປສອດສ່ອງດູແລຄວາມປອດໄພພໍ່ແມ່
ຂອງພວກເຂົາໃນໝູ່ບ້ານດ້ວຍ.

ສ່ວນກະຊວງແຮງງານຂອງໄທ ກໍໄດ້ລາຍງານວ່າ ຈົນເຖິງປັດຈຸບັນນີ້ ຍັງຄົງເຫລືອແຮງງານ
ລາວອີກ 62 ພັນກວ່າຄົນ ທີ່ຍັງບໍ່ໄດ້ຜ່ານການພິສູດສັນຊາດ ຕາມຂໍ້ຕົກລົງວ່າດ້ວຍການພັດ ທະນາການຈ້າງງານລະຫວ່າງລາວກັບໄທ ທີ່ໄດ້ລົງນາມຮ່ວມກັນນັບແຕ່ປີ 2002 ເປັນຕົ້ນມາ. ໂດຍການດໍາເນີນງານໃນຕະຫລອດໄລຍະທີ່ຜ່ານມານັ້ນ ກໍປາກົດວ່າທາງການລາວ ແລະ
ໄທ ສາມາດຮ່ວມກັນພິສູດສັນຊາດແຮງງານລາວໃນໄທ ໄດ້ຈໍານວນທັງໝົດພຽງແຕ່ 5 ໝື່ນ
ກວ່າຄົນເທົ່ານັ້ນ.

ໃນຂະນະທີ່ເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວໃນໄທກໍເຊື່ອວ່າ ມີແຮງງານລາວ ທີ່ລັກລອບທໍາງານໂດຍຜິດກົດໝາຍໃນໄທຫລາຍກວ່າ 4 ແສນຄົນ ໂດຍເກີນກວ່າ 60%
ເປັນແຮງງານເພດຍິງ ທີ່ສ່ຽງຕໍ່ການທີ່ຈະຕ້ອງຖືກບີບບັງຄັບໃຫ້ຂາຍບໍລິການທາງເພດ ເນື່ອງຈາກວ່າເປັນແຮງງານລັກລອບເດີນທາງເຂົ້າມາໃນໄທ ໂດຍຜິດກົດໝາຍ ຈຶ່ງບໍ່ໄດ້ຮັບ
ການຄຸ້ມຄອງສິດຕ່າງໆ ຕາມກົດໝາຍແຮງງານຂອງໄທນັ້ນເອງ.

XS
SM
MD
LG