ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕໍາຫຼວດໄທ ເລັ່ງສືບສວນ ການເສຍຊີວິດຂອງ ແຮງງານລາວ 20 ຄົນ


ແຮງງານລາວ ທີ່ເສຍຊີວິດ ໃນອຸບັດເຫດລົດຂໍ້ວາ ໃນຈັງຫວັດ
ບຸຣີລໍາ ພາກອີສານຂອງໄທ
ແຮງງານລາວ ທີ່ເສຍຊີວິດ ໃນອຸບັດເຫດລົດຂໍ້ວາ ໃນຈັງຫວັດ ບຸຣີລໍາ ພາກອີສານຂອງໄທ
ຜູ້​ບັນຊາ​ການ​ ຕໍາຫຼວດ​ແຫ່ງ​ຊາດ​ໄທ ສັ່ງ​ການ​ໃຫ້​ສືບສວນ​ຫາ​
ຄວາມ​ຈິງ​ ກ່ຽວ​ກັບ​ກໍລະນີ​ແຮງ​ງານ​ລາວ 20 ຄົນ​ ທີ່​ເສຍ​ຊີວິດ​
ຈາກ​ອຸບັດ​ເຫດ​ທາງ​ລົດຍົນ​ໃນ​ເຂດ​ຈັງ​ຫວັດ​ບຸລີ​ລໍາ ​ໃນ​ພາກ​
ອີສານ​ຂອງ​ໄທ. ຊົງຣິດມີລາຍງານ:


ພົນ​ເອກ ອ​ະດຸນ ​ແສງ​ສິງ​ແກ້ວ ຜູ້​ບັນຊາ​ການ​ຕໍາຫຼວດ​ແຫ່ງ​ຊາດ​ໄທ ​
ໄດ້​ສັ່ງ​ການ​ໃຫ້ ພັນ​ເອກ ​ໄຊ​ຍະ​ເດດ ປານຣັກສາ ຜູ້​ບັງຄັບ​ຕໍາຫຼວດ​ປະ​ຈໍາ​ຈັງຫວັດ​ບຸລີລໍາ ​
ໃນ​ພາກ​ອີສານຂອງ​ໄທໃຫ້ເລັ່ງດໍາ​ເນີນ​ການ​ສືບສວນສອບ​ສວນ​ຫາ​ຄວາມ​ຈິງ ກ່ຽວ​ກັບ​
ກໍລະນີ​ແຮງ​ງານລາວ 20 ຄົນ​ເສຍ​ຊີວິດ​ກັບ​ອີກ 6 ຄົນ​ທີ່​ບາດ​ເຈັບ​ສາຫັດ ໃນ​ອຸບັດ​ເຫດ​
ລົດ​ຍົນ​ທີ່​ເກີດ​ຂຶ້ນ​ໃນ​ຈັງຫວັດບຸລີ​ລໍາ ​ເມື່ອ​ວັນ​ທີ 7 ຕຸລາ​ທີ່​ຜ່ານ​ມາ ​ໃຫ້​ໄດ້​ຂໍ້​ສະ​ລຸບທີ່ເປັນ
ຄວາມ​ຈິງ​ໃຫ້​ໄວ​ທີ່ສຸດ.

ທັງ​ນີ້​ເນື່ອງ​ຈາກ​ທາງ​ການ​ຕໍາຫຼວດ​ໄທ​ເຊື່ອ​ວ່າ​ແຮງ​ງານ​ລາວ​ທີ່ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​
ທາງ​ລົດຍົນ​ຢູ່​ໃນ​ໄທ​ຄັ້ງ​ລ່າ​ສຸດ​ນີ້ ກໍ​ຄື​ສ່ວນ​ນຶ່ງ​ຂອງ​ແຮງ​ງານ​ລາວ​ ທີ່ເດີນທາງ​ເຂົ້າມາ​ລັກ
ລອບ​ທໍາ ງານ​ຢູ່​ໃນ​ໄທ​ຢ່າງ​ຜິດ​ກົດ​ໝາຍ ​ໂດຍ​ມີ​ບັນດາ​ນາຍ​ໜ້າ​ຄ່າ​ແຮງ​ງານໃນ​ລາວ​
ແລະ​ໄທ​ເປັນ​ເຄືອຂ່າຍ​ໃນ​ການຈັດ​ສົ່ງ​ແລະ​ຈັດ​ຫາ​ວຽກ​ເຮັດ​ງານ​ທໍາ​ ໃຫ້​ກັບ​ບັນດາ​ແຮງ​
ງານ​ລາວຢ່າງ​ເປັນ​ຂະ​ບວນການ ຊຶ່ງ​ກໍ​ຄື​ນາຍ​ໜ້າ​ທີ່​ເປັນ​ຄົນ​ລາວ ຈະ​ມີໜ້າ​ທີ່​ໃນ​ການຈັດ​
ຫາ​ແຮງ​ງານ​ຈາກ​ລາວ​ສົ່ງ​ໃຫ້ກັບ​ນາຍໜ້າ​ທີ່​ເປັນ​ຄົນ​ໄທ ​ໂດຍ​ຕໍ່​ຈາກ​ນັ້ນ ນາ​ຍໜ້າ​ໃນ​ໄທ
ກໍ​ຈະ​ຈັດ​ຫາ​ງານ​ ​ແລະ​ສົ່ງແຮງ​ງານ​ລາວ​ໃຫ້​ກັບບັນດາ​ນາຍ​ຈ້າງໃນໄທຕໍ່​ໄປ.

ທາງ​ດ້ານ​ອົງການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ​ໄດ້​ປະມານ​ການ​ວ່າ​ມີ​ແຮງ​ງານລາວ
ຫຼາຍ​ກວ່າ 6 ​ແສນ​ຄົນ​ທີ່​ລັກລອບ​ທໍາ​ງານ ​ຢ່າງ​ຜິດ​ກົດໝາຍ​ຢູ່​ໃນ​ໄທ​ທຸກ​ມື້​ນີ້ ​ໂດຍ​ແຮງງານ
ລາວແຕ່ລະຄົນ​ຈະ​ມີຄ່າ​ໃຊ້​ຈ່າຍ ບໍ່​ໜ້ອຍ​ກວ່າ 6,000 ບາດ ຊຶ່ງ​ນາຍ​ໜ້າ​ໃນ​ລາວແລະໄທ
ກໍ​ຈະ​ແບ່ງ​ຜົນ​ປະ​ໂຫຍ​ດກັນ​ຝ່າຍ​ລະ​ເຄິ່ງ ​ໂດຍ​ຜົນ​ປະ​ໂຫຍ​ດດັ່ງກ່າວ​ນີ້ ກໍ​ຍັງ​ບໍ່​ທັນລວມ​
ເຖິງ ສ່ວນ​ທີ່​ນາຍ​ໜ້າ​ຄ່າ​ແຮງ​ງານ​ລາວ​ຈະ​ໄດ້​ຮັບ​ຈາກ​ນາຍ​ຈ້າງ​ໃນ​ໄທ​ແຕ່​ຢ່າງ​ໃດ ຊຶ່ງ​ໃນ
​ທີ່​ນີ້​ກໍ​ຄື ​ເງິນ​ເດືອນ​ຂອງ​ແຮງ​ງານ​ລາວ​ນັ້ນ​ເອງ.

ລົດຍົນທີ່ບັນທຸກແຮງງານລາວ ທີ່ປະສົບອຸບັດເຫດ
ລົດຍົນທີ່ບັນທຸກແຮງງານລາວ ທີ່ປະສົບອຸບັດເຫດ

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ​ໃນ​ຂະນະທີ່​ແຮງ​ງານ​
ລາວ​ຍັງ​ພາກັນ​ເດີນທາງ​ໄປ ລັກລອບ​ທໍ​ງານ​ຢ່າງ​ຜິດ​ກົດໝາຍ​
ໃນ​ໄທ​ຫຼາຍ​ຂຶ້ນນັບ​ມື້​ນັ້ນ ກັບ​ປະກົດ​ວ່າ​ຢູ່​ພາຍ​ໃນ​ລາວ​ເອງ
ກໍ​ຍັງ​
ຈະ​ຕ້ອງ​ມີ​ການ​ນໍາ​ເຂົ້າ​ແຮງ​ງານ​ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນນັບ​ມື້​
ດ້ວຍ​ເຊັ່ນ​ກັນ ​ໂດຍ​ທ່ານ​ນາງ ອ່ອນ​ຈັນ ທໍາ​ມະ​ວົງ ລັດຖະມົນຕີ​
ວ່າການ​ກະຊວງ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນສັງຄົມ ​ໄດ້​ຖະ​ແຫຼ​ງ
ຍອມຮັບ​ວ່າ ​ໃນ​ລະຍະ 2 ປີ​ທີ່ຜ່ານມາ ລັດຖະບານ​ລາວ​ກໍ​ໄດ້​ອະ
ນຸຍາດ​ໃຫ້ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ ​ນໍາ​ແຮງ​ງານ​ມີ​ຝີ​ມື​
ຈາກ​ຕ່າງປະ​ເທດ​ເຂົ້າມາ​ໃນ​
​ລາວ​ແລ້ວ​ ຫຼາຍ​ກວ່າ 2 ໝື່ນ​ຄົນ.

ທັງ​ນີ້​ກໍ​ເພາະວ່າ ​ເມື່ອ​ໄດ້​ພິຈາລະ​ນາ​ຢ່າງຮອບ​ຄອບ​ ທັງ​ໃນ​ດ້ານ​ຄຸນສົມ​ບົດ​ຂອງ​ບຸກຄະລາ
ກອນ​ແລະ​ດ້ານ​ລັກສະ​ນະ​ງານ ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ແລ້ວ​ນັ້ນ ພົບ​ວ່າ​ແຮງ​
ງານລາວ​ ທີ່​ລາວ​ມີ​ຢູ່​ໃນ​ປັດຈຸບັນ​ນີ້ ນອກຈາກ​ຈະ​ບໍ່​ສາມາດ​ທີ່​ຈະ​ຕອບ​ສະໜອງ​ໄດ້ຢ່າງ
ແທ້​ຈິງ​ແລ້ວ ກໍ​ຍັງ​ມີ​ຄວາມ​ຮູ້-ຄວາມ​ສາມາດ​ບໍ່​ເຖິງ​ລະດັບ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດຕ້ອງ
ການ ​ແລະ​ນັບ​ແຕ່​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2015 ລາວ​ກໍ​ຍັງ​ຈະ​ຕ້ອງ​ນໍາ​ເຂົ້າ​ແຮງ​ງານຈາກ
ຕ່າງປະ​ເທດ ​ເພີ່ມ​ອີກ 7 ໝື່ນ​ກວ່າ​ຄົນ ດັ່ງ​ທີ່​ທ່ານ​ນາງ ອ່ອນ​ຈັນ ​ໄດ້​ກ່າວ​ວ່າ:

“ແຕ່​ປີ 2011 ຫາ ປີ 2015 ​ນີ້​ ແຮງ​ງານ​ລາວ​ເຮົາ​ຈະ​ຂາດ​ທາງ​ດ້ານ​ຈໍາ​ນວນ​ນີ້​
ແມ່ນ​ເກົ້າ​ໝື່ນ ​ເອີ້ນ​ວ່າ​ເກົ້າສິບ​ພັນ​ຄົນ ສະ​ນັ້ນຜ່ານ​ມາ​ລັດຖະບານ​ກໍ​ຄື​ຂະ​ແໜງ​
ແຮງ​ງານ​ນີ້ ໄດ້​ພ້ອມກັນ​ປະຕິບັດ​ແລ້ວ​ເອີ້ນ​ວ່າ​ສອງ​ປີຜ່ານມາ ພວກ​ເຮົາ​ໄດ້​ນໍາ​
ເຂົ້າ​ແຮງ​ງານ​ຕ່າງປະ​ເທດ​ນີ້ ​ເອີ້ນ​ວ່າ​ຊາວ​ປາຍ​ພັນ​ຄົນ ສໍາລັບ​ສອງ​ປີ​ເຄິ່ງ ຕໍ່ໜ້າ
​ນີ້ ຄາດ​ຄະ​ເນ​ວ່າ ພວກ​ເຮົາ​ຈະ​ຕ້ອງ​ດູດ ແຮງ​ງານ​ຕ່າງປະ​ເທດ​ຫັ້ນ​ນໍາ​ເຂົ້າ​ແຮງ​
ງານ​ຕ່າງປະ​ເທດ​ ອີ​ກປະມານ ​ເຈັດ​ໝື່ນ​ຄົນ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ແຮງ​ງານ​ລາວ​
ມີ​ຝີ​ມື ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 240,000 ຄົນ ພາຍ​ໃນ​ປີ2020 ​ເພື່ອ​ຕອບ​ສະໜອ​ງໃຫ້​ກັບ​
ບັນດາ​ບໍລິສັດ​ຂອງ​ຕ່າງ​ຊາດ ​ທີ່​ລົງທຶນ​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ ທັງ​ຍັງ​ຈະ​ປັບປຸງ​ກົດ
ໝາຍ​ແຮງ​ງານ​ໃຫ້​ສອດຄ່ອງ​ກັບ​ ສະພາວະ​ການ​ພັດທະນາ​ເສດຖະກິດ​ແລະ​ສາມາດ​
ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ອາ​ຊ່ຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.
XS
SM
MD
LG