ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມຸນຕີໄທ ຈະບໍ່ລາອອກ ກ່ອນການເລືອກຕັ້ງ (ສະໄລດ໌)


ທ່ານ​ນາງຢິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມຸນຕີ​ໄທ
ທ່ານ​ນາງຢິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມຸນຕີ​ໄທ
ທ່ານ​ນາງ ຢິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມຸນຕີ​ໄທ ກ່າວ​ວ່າ
ທ່ານນາງຈະ​ບໍ່​ລາ​ອອກ​ຈາກໜ້າ​ທີ່​ກ່ອນການ​ເລືອກ​ຕັ້ງ ​ທີ່​ໄດ້
​ກໍ​ານົດ​ໃສ່​ວັນ​ທີ 2 ​ເດືອນ​ກຸມພານັ້ນ ​ເຖິງ​ແມ່ນ​ວ່າຝ່າຍ​ຄ້ານ​
ຮຽກຮ້ອງ​ໃຫ້ ທ່ານ​ນາງລາ​ອອກກໍ​ຕາມ.

ທ່ານ​ນາງ ຢິ່ງລັກ ​ໄດ້​ປະກາດ​ໃນ​ວັນ​ວັງ​ຄານ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ
​ໄດ້​ກ່າວ​ວ່າ ທ່ານນາງ​ຈະ​ຍຸບສະພາ​ແຫ່ງ​ຊາດ ຊຶ່ງ​ຕິດຕາມ​ມາ
​ຫລັງ​ຈາກ​ ການ​ປະ​ທ້ວງຕໍ່​ຕ້ານລັດຖະບານ ​ເປັນ​ເວລາກວ່ານຶ່ງ​
ເດືອນ ​ຢູ່​ນະຄອນຫລວງ​ບາງກອກ.

ຜູ້​ນໍາ​ໄທ ​ໄດ້​ຖະ​ແຫລ​ງ​ຜ່ານ​ທາງ​ໂທລະພາບ​ໃນວັນ​ຈັນ​ວານ​ນີ້​ວ່າ ທ່ານ​ນາງຈະປ່ອຍ​ໃຫ້​ປະຊາຊົນ ​ເປັນ​ຜູ້​ຕັດສິນອານາ​ຄົດ​ຂອງ​ປະ​ເທດຊາດ​ເອງ.

ຕໍ່​ມາ​ ກະສັດ​ພູມີ​ພົນ ອະດຸນ​ຍະ​ເດດ ໄດ້​ຊົງອອກ​ດໍ​າລັດ ກໍານົດ​ວັນ​ການ​ເລືອກ​ຕັ້ງໃໝ່​ດັ່ງກ່າວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຜູ້ນຳ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ ກ່າວ​ວ່າ ທ່ານ​ຈະ
ບໍ່ເຊົາ​ທຳ​ການ​ປະ​ທ້ວງ ​ຈົນ​ກວ່າ​ທ່ານ​ນາງຢິ່ງ​ລັກ ​ລາ​ອອກ ​ແລະ​ມອບໂອນທໍານຽບລັດຖະບານ​
ໃຫ້ສະພາ​ປະຊາຊົນ ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງເອົາ​ນັ້ນ. ຕຳຫຼວດ​ກ່າວວ່າ ພວກ​ຊຸມນຸມ​ປະ​ທ້ວງ​
ຈຳນວນ​ຫຼາຍ​ກວ່າ 1 ​ແສນ 4 ໝື່ນ​ຄົນ​ ໄດ້​ພາກັນ​ປິດ​ລ້ອມ​ຕຶກທໍານຽບລັດຖະບານ ​ໃນ​ວັນ​ຈັນ
ວານ​ນີ້.

ທ່ານ​ນາງ ຢິ່ງລັກ ກ່າວ​ວ່າ ຄະນະລັດຖະບານ​ຂອງ​ທ່ານ ຈະ​ຍັງຄົງ​ບໍລິຫານ​ປະ​ເທດ​ຕໍ່​ໄປ​ຢູ່ ​ເຖິງ​
ແມ່ນ​ວ່າ​ມີ​ອໍານາດ​ຈໍາກັດ ​ແລະທ່ານ​ນາງກໍ​ຈະ​ເປັນນາຍົກລັດ ຖະມົນຕີ ຮັກສາ​ການ​ຊົ່ວຄາວ. ພັກ​ຂອງ​ທ່ານກ່າວ​ວ່າ ທ່ານ​ນາງ ຈະ​ລົງສະມັກໃນການ​ເລືອກ​ຕັ້ງ​ໃໝ່.

ບັນດາ​ຜູ້​ແທນ​ຝ່າຍ​ຄ້ານ ພາກັນ​ລາ​ອອກ​ຈາກສະພາ ຢ່າງເປັນ​ຂະ​ບວນ ໃນ​ວັນ​ອາທິດ​.

XS
SM
MD
LG