ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ໄທ ຈັບມືລະເບີດ ສານເຈົ້າ ເອຣະວັນ


ວັນທີ 17 ສິງຫານີ້, ຮູບພາບທີ່ໄດ້ເປິດເຜີຍໂດຍ ໂຄສົກຕຳຫຼວດລາດຊະສຳນັກ ໄທ ພົນໂທ ​ປຣະວຸດ ຖາວອນ​ສິຣິ, ສະແດງໃຫ້ເຫັນ ຊາຍຄົນໜຶ່ງນຸ່ງເສື້ອສີເຫຼືອງ ຢູ່ໃກ້ກັບສານເຈົ້າ ເອຣະວັນ ກ່ອນເກີດການລະເບີດໃນ ບາງກອກ, ໄທ.
ວັນທີ 17 ສິງຫານີ້, ຮູບພາບທີ່ໄດ້ເປິດເຜີຍໂດຍ ໂຄສົກຕຳຫຼວດລາດຊະສຳນັກ ໄທ ພົນໂທ ​ປຣະວຸດ ຖາວອນ​ສິຣິ, ສະແດງໃຫ້ເຫັນ ຊາຍຄົນໜຶ່ງນຸ່ງເສື້ອສີເຫຼືອງ ຢູ່ໃກ້ກັບສານເຈົ້າ ເອຣະວັນ ກ່ອນເກີດການລະເບີດໃນ ບາງກອກ, ໄທ.

ຜູ້​ຕ້ອງ​ສົງ​ໄສ​ຄົນ​ໜຶ່ງ​ໄດ້​ຖືກ​ຈັບ​ກຸມ ​ເຊິ່ງ​ເປັນ​ຜູ້​ທີ່​ມີ​ຮູບ​ພາບ​ກົງ​ກັບ​ມື​ລະ​ເບີດ ທີ່ສານ​ເຈົ້າ​ໃນ ບາງກອກ. ເຫດ​ລະ​ເບີດແຕກ​ ​ໃນ​ວັນ​ທີ 17 ​ສິງ​ຫາທີ່​ຜ່ານ​ມາ, ​ໄດ້​ເຮັດ​ໃຫ້ມີ 20 ​ເສຍ​ຊີວິດແລະບາດ​ເຈັບ​ຫຼາຍກວ່າ 100 ຄົນ, ​ເຊິ່ງໃນ​ນັ້ນ ​ຫຼາຍ​ຄົນແມ່ນນັກ​ທ່ອງ​ທ່ຽວ
​ເອ​ເຊຍ. ນັກ​ຂ່າວ VOA Steve Herman ມີ​ລາຍ​ງານ​ຈາກ ບາງກອກ, ​ເຊິ່ງ ພຸດທະ​ສອນ ມີ​ລາຍ​ລະອຽດ ມາ​ສະ​ເໜີ​ທ່ານ.

ຜູ້ບັນຊາການຕຳຫຼວດ​ແຫ່ງ​ຊາດ ພົນ​ໂທ ​ປຣະວຸດ ຖາວອນ​ສິຣິ ​ໄດ້​ກ່າວຕໍ່ນັກ​ຂ່າວ​ວ່າ ຜູ້​ຊາຍ​ທີ່​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາແມ່ນ​ສະມາຊິກ​ຄົນ​ສຳຄັນ​ຂອງ​ກຸ່ມ​ທີ່​ມີ​ຄວາມ​ຮັບຜິດຊອບ​ກັບ​ການວາງລະ​ເບີດ.

Thailand Bombing Suspect
please wait

No media source currently available

0:00 0:01:51 0:00

​ໂຄສົກ​ຕຳຫຼວດຍັງ​ບໍ່​ຢືນຢັນ​ເທື່ອ​ວ່າ ຮູບ​ພາບ​ຜູ້​ຊາຍອາຍຸ 25 ​ປີ​ຈາກແຂວງ Xinjiang ທີ່ຢູ່​ໃນ​ໜັງສື​ເດີນທາງ ຈີນ ​ເຊິ່ງໄດ້​ມີການອອກອາ ກາດຢ່າງ​ກວ້າງ​ທາງໂທລະພາບ ວ່າ​ແມ່ນ​ຜູ້​ສົງ​ໄສ​ທີ່​ຖືກ​ຈັບ​ຢູ່​ເຂດ​ຊາຍ​ແດນ​ ຕິດກັບກຳປູ​ເຈຍ ຫຼື ບໍ່.

​ການ​ອອກ​ອາ​ກາດທາງໂທລະພາບທຸກໆ​ຊ່ອງ ​ໃນ​ຕອນແລງ​ຂອງ​ວັນ​ອັງຄານ​ວານນີ້, ນັກ​ຂ່າວໂທລະພາບ​ທະຫານ ຮ້ອຍ​ຕີ ປາຣິຍາ ​ເນ​ຕຣະວິ​ຊຽນ ​ໄດ້ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສແມ່ນ
“​ຄ້າຍຄື” ຜູ້​ຊາຍ​ນຸ່ງ​ເສື້ອ​ສີ​ເຫຼືອງ​ທີ່​ເຫັນ​ຢູ່​ໃນພາບ​ກ້ອງ​ວົງ​ຈອນ​ປິ​ດ ວ່າ​ເປັນ​ຜູ້​ທີ່​ໄດ້​ວາງ​ລະ
ເບີ​ດຢູ່​ສານ​ເຈົ້າ ​ເອຣະ​ວັນ ກ່ອນ​ເກີດເຫດລະ​ເບີດ​ພຽງ​ໜ້ອຍ​ດຽວ.

ທ່ານນາງ ປາຣິຍາ ກ່າວ​ວ່າ “ຜູ້​ຕ້ອງ​ສົງໄສ​ໄດ້ຖືກ​ນຳ​ມາ​ສືບສວນ​ສອບ​ສວນ​ເພື່ອ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ. ພວກ​ເຮົາ​ຢາກ​ຂໍ​ກ່າວ​ຢ້ຳວ່າ​ພວກ​ເຮົາ​ມີ​ຂັ້ນ​ຕອນ ​ແລະ ​ເຈົ້າ​ໜ້າ​ທີ່ຕ້ອງ​ ລະ​ມັດ​ລະວັງ​ແທ້ໆໃນ​ການ​ດຳ​ເນີນ​ວຽກ​ງານ​ຂອງ​ພວກເຂົາ. ດັ່ງ​ນັ້ນ​ພວກ​ເຮົາ​ຈິ່ງ​ຢາກ​ຂໍໃຫ້​ສະ​ທາ​ລະນະຊົນ​ທົ່ວ​ໄປ​ຈົ່ງ​ເຂົ້າ​ໃຈ ​ແລະ ອົດທົນ​ດ້ວຍ.”

​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ອັງຄານ​ວານ​ນີ້​ ​ຍັງ​ໄດ້ເປີດ​ເຜີຍ​ຮູບ​ພາບ​ຂອງ​ຜູ້​ຊາຍ​ສັນຊາດ​ ​ເທີ​ກີ​ ຄົນໜຶ່ງ ​ແລະຮູບແຕ້ມ ຜູ້​ຊາຍ​ອີກ​ສອງ​ຄົນ ທີ່ໄດ້ມີການອອກໝາຍຈັບ​ ໃນ​ຂໍ້​ຫາ “ການ​ຄອບ​ຄອງ​ລະ​ເບີດ ຢ່າງຜິດ​ກົດ ໝາຍ.”

​ຕັ້ງ​ແຕ່​ວັນ​ເສົາ​ແລ້ວເປັນຕົ້ນມາ, ອາຄານ​ຫ້ອງ​ພັກ​ສອງ​ຫຼັງ​ໄດ້​ຖືກ​ເຂົ້າ​ກວດ​ຄົ້ນ, ເຊິ່ງເປັນ​ຜົນ​ເຮັດ​ໃຫ້​ມີ​ການ​ຈັບ​ກຸມ​ຊາຍຊາວ​ຕ່າງຊາດອາຍຸ 28 ປີ​ຄົນ​ໜຶ່ງ ​ແລະ ໃນອັນທີ່ບັນດາ​ເຈົ້າ​ໜ້າ​ທີ່ໄ​ດ້ກ່າວ​ວ່າ ລາວ​ມີ​ລະ​ເບີດ​ຫຼາຍ​ຊະນິດ ​ແລະອົງ​ປະກອບ​ຂອງ​ການ​ຜະລິດ​ລະ​ເບີດຫຼາຍ ຢ່າງ. ນອກນັ້ນ ລາວຍັງ​ໄດ້​ຖືກ​ພົບ​ວ່າ​ ມີ​ໜັງສື​ເດີນທາງ ​ເທີ​ກີ ປອມ​ຈຳນວນ​ຫຼາຍເຫລັ້ມອີກ​ດ້ວຍ.

ມີ​ການ​ຄາດ​ຄະ​ເນ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ ​ອາດ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການທີ່ ​ໄທ ​ໄດ້​ສົ່ງ​ຊົນ​ເຜົ່າ​ ວີ​ເກີ​ ຫຼາຍ​ກວ່າ​ຮ້ອຍ​ຄົນ​ໄປ​ປະ​ເທດ ຈີນ ​ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ.

Thailand Bombing Probe
please wait

No media source currently available

0:00 0:00:48 0:00

XS
SM
MD
LG