ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝ່າຍຄ້ານ ໂຮມຊຸມນຸມ ປະທ້ວງຄັ້ງໃຫຍ່ ໃນໄທ (ວີດີໂອ)


ເບິ່ງວີດີຂອງຂ່າວນີ້
ເບິ່ງວີດີຂອງຂ່າວນີ້
ພວກ​ປະ​ທ້ວງຫຼາຍພັນ​ຄົນ ​ໄດ້​ເດີນທາງ​ໄປ​ເຖິງ​ບໍລິ​ເວ​ນນອກ​ບ້ານ​ຂອງ ນາຍົກລັດຖະ ມົນຕີ ຢິ່ງລັກ ຊິນນະ​ວັດ ທີ່​ບາງກອກ ​ເພື່ອ​ທວງ​ໃຫ້​ມີ​ການ​ປະຕິຮູບ​ການ​ເມືອງ ​ແລະ​ໃຫ້​ທ່ານ​ນາງ​ລາ​ອອກ.

ມີ​ການ​ປະ​ທະ​ກັນ​ເລັກ​ນ້ອຍ ລະຫວ່າ​ງພວກ​ປະ​ທ້ວງກັບ​ຕໍາ
ຫຼວດໃນ​ວັນ ອາທິດ​ມື້​ນີ້ ​ເວລາ​ພວກປະ​ທ້ວງຫຼາຍໝື່ນ​ຄົນ ​
ໄປ​ເຕົ້າ​ໂຮມກັນ​ຢູ່​ໃນ​ເຂດ​ອື່ນໆ​ຂອງ​ເມືອງຫຼວງບາງກອກ
ໃນ​ການ​ຕຽມ​ຕົວເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່.

ພວກ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ ໄດ້​ທວງ​ໃຫ້​ນາຍົກ​ຮັກສາ
​ການ​ຊົ່ວ​ຄາວລາ​ອອກ ມາໄດ້​ຫຼາຍອາທິດ​ແລ້ວ ກ່ອນ​ໜ້າການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດໃນ
ວັນ​ທີ 2 ກຸມພາ. ອະດີດ​ຮອງ​ນາຍົກລັດຖະມົນຕີ ​ສຸ​ເທບ ​ເທືອ​ກສະ​ບັນ ຜູ້​ນໍາການ​ປະ​ທ້ວງ
ຕ້ອງການ​ໃຫ້​ໂຈະ​ເລຶ່ອງປະຊາທິປະ​ໄຕ​ໄວ້ ​ແລະ​ຈັດ​ຕັ້ງ​ສະພາ​ປະຊາຊົນ ທີ່​ແຕ່ງ​ຕັ້ງ​ເອົານັ້ນ​
ຂຶ້ນມາ ຈົນ​ກວ່າຈະ​ມີການ​ເລືອກ​ຕັ້ງໃໝ່ ​ເວລາ​ໃດ​ເວລາ​ນຶ່ງໃນ​ປີ 2015.

ທ່ານ​ນາງ​ຢິ່ງລັກ ​ໄດ້​ຍຸບສະພາ ​ເມື່ອ​ວັນ​ທີ 9 ທັນວາ ​ແລະ​ຮຽກ​ໃຫ້​ມີການ​ເລືອກ​ຕັ້ງ​ໃນ​ທັນ​ທີ ​ເພື່ອ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ ​ແຕ່​ການ​ຄັດຄ້ານ​ທ່ານນາງ ຍັງ​ມີ​ທ່າ​ທີ​ ທີ່ເຂັ້ມ​ແຂງ​ຢູ່ຕໍ່​ມາ.

Thailand Protest Dec 22 New
please wait

No media source currently available

0:00 0:00:50 0:00
XS
SM
MD
LG