ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ໃນໄທ ປະທ້ວງ ຕຽມປິດບາງກອກ ໃນອາທິດໜ້າ (ສະໄລດ໌/ວີດີໂອ)


ພວກປະທ້ວງ ລັດຖະບານໄທ ກໍາລັງພາກັນອຸ່ນເຄຶ່ອງ ຕຽມທີ່ ຈະປະທ້ວງຄັ້ງໃຫຍ່ ໃນວັນຈັນໜ້າ
ພວກປະທ້ວງ ລັດຖະບານໄທ ກໍາລັງພາກັນອຸ່ນເຄຶ່ອງ ຕຽມທີ່ ຈະປະທ້ວງຄັ້ງໃຫຍ່ ໃນວັນຈັນໜ້າ
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ພາກັນ​ເດີນ​ຂະ​ບວນຢູ່​ທີ່​ບາງ
ກອກ ໃນວັນ​ອັງຄານ​ວານ​ນີ້ ​ເພື່ອ​ໂຮມຊຸມນຸມ​ສະໜັບສະໜູນ
ການ​ປະ​ທ້ວງຂະໜາດ​ໃຫຍ່​ໃນອາທິດ​ໜ້າທີ່ເຂົາ​ເຈົ້າ​ມີ​ຄວາມ​
ຫວັງ​ວ່າ ຈະ​ປິດ​ນະຄອນ​ຫລວງຂອງ​ໄທ​ແລະ​ບັງ​ຄັບ​ໃຫ້ນາຍົກ
ລັດຖະມົນຕີລາອອກ.

ນຶ່ງ​ໃນ​ຈໍາ​ນວນພວກ​ປະ​ທ້ວງ​ ກໍ​ຄືນາງ Naprapat Prompi-
patpakdee ອາຍຸ 27 ປີ ກ່າວ​ວ່າ ນາງສະໜັບສະໜູນ​ຝ່າຍ
​ຄ້ານ ທີ່​ຮຽກຮ້ອງ​ໃຫ້ ນາຍົກລັດຖະມົນຕີ ຍິ່ງຣັກ ຊິນນະ​ວັດ
ມອບ​ອໍານາດ​ ໃຫ້​ແກ່ສະພາ​ປະຊາຊົນ ທີ່​ບໍ່​ຖືກ​ເລືອກ​ຕັ້ງ.

ນາງ​ເວົ້າວ່າ “ທຸກ​ສິ່ງ​ທຸກ​ຢ່າງ ທີ່​ລັດຖະບານ​ໄດ້​ກ່າວຫລື​ໄດ້​ປະຕິບັດ​ມາ​ນັ້ນ​ຜິດ​ໝົດ​ແລະ​ເຂົາ​ເຈົ້າ​ທໍາ​ທ່າ​ວ່າ ມັນ​ຖືກ. ຂ້າ​ພະ​ເຈົ້າບໍ່​ເຫັນ​ດີ​ກັບ​ເລື້ອງ​ນີ້. ເພາະສະ ນັ້ນ ຂ້າ​ພະ​ເຈົ້າ ຈຶ່ງ​ໄດ້​ມາ​ຮ່ວມ​ ກັບທ່ານ Suthep.”



ພວກ​ປະ​ທ້ວງ ທີ່ນໍາພາ​ໂດຍອະດີດ​ຮອ​ງນາຍົກລັດຖະມົນຕີ ທ່ານ SuthepThaugsuban ແມ່ນ​ມີ​ຈຸ​ດປະສົງ​ແນໃສ່​ ​ເຮັດ​ໃຫ້​ນະຄອນຫຼວງ​ຂອງ​ໄທ​ ເປັນອຳມະພາດ​ໃນ​ວັນ​ຈັນ​ໜ້າດ້ວຍ​ການ​ໂຮມ​ຊຸມ​ປະ​ທ້ວງ​ຂະໜາດ​ໃຫຍ່ ທີ່​ຈະ​ອັດທາງ​ຫລວງສາຍສໍາຄັນໆ ​ແລະ​ປ້ອງ​ກັນ​ ບໍ່​ໃຫ້
ໂຮງການ​ລັດຖະບານ​ປະຕິບັດ​ງານໄດ້.

ນາ​ຍົກ​ລັດ​ຖະມົນຕີ ຍິ່ງ​ຣັກ ​ໄດ້​ຍຸບສະພາ ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ​ແລະ​ສະ​ເໜີໃຫ້​ມີ​ການຈັດຕັ້ງ ສະພາ​ປະຕິ​ຮູບ​ສະພາແຫ່ງ​ຊາດເພື່ອ​ເປັນ​ຊ່ອງທາງ​ແກ້​ໄຂວິ​ກິ​ດການໆເມືອງ​ທີ່​ມີ​ມາ​ໄດ້​ຫລາຍ​ເດືອນ​ແລ້ວ​ນັ້ນ.

​ແຕ່​ພວກຝ່າ​ຍຄ້ານຂອງ​ໄທກ່າວ​ວ່າ ນີ້​ບໍ່​ເປັນ​ທີ່​ພຽງພໍ ​ໂດຍ​ກ່າວ​ວ່າ ການ​ປະຕິ​ຮູບ​ຕ້ອງເຮັດ​ກ່ອນການ​ເລືອກ​ຕັ້ງ ຊຶ່ງ​ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ພັກ​ລັດຖະບານ ຂອງນາຍົກລັດຖະມົນຕີ ມີ​ທ່າ​ທາງ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະນັ້ນ.

Thai
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG