ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພວກ​​ຝ່າຍ​ຄ້ານ ​ຍັງສືບຕໍ່ ເດີນ​ຂະ​ບວນປະ​ທ້ວງ ​ຢູ່ບາງກອກ (ວີດີໂອ/ສະໄລດ໌)


ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ​ໄດ້​ພາກັນໂຮມຊຸມນຸມເດີນ​ຂະ​ບວນ
ຢູ່ຂ້າງ​ນອກຕຶກ​ໂຮງການພາສີ​ອາກອນ​ໃນ​ບາງກອກ ​ໃນ​ວັນ
​ພະຫັດ​ມື້​ນີ້ ຊຶ່ງ​ເປັນ​ອີກມື້ນຶ່ງ ຂອງການປະທ້ວງ ທີ່ແນໃສ່
​ພະຍາຍາມຫາທາງໂຄ່ນ​ລົ້ມ​ລັດຖະບານ.

​ເຖິງ​ແມ່ນ​ວ່າ​ໄດ້​ມີ​ຜູ້​ຄົນ​ຈໍານວນ​ຫຼາຍ​ພັນ​ຄົນ ​ອອກ​ມາເດີນ
​ຂະ​ບວນປະ​ທ້ວງ ​ແລະອີກຈຳ ນວນຫຼວງຫຼາຍ ​ພາກັນ​ກາງ
​ເຕັ້ນ ຕັ້ງຄ້າຍນອນ​ຢູ່ຕາມ​ທາງແຍກທີ່​ສໍາຄັນ​ໆ​ຫຼາຍ​ແຫ່ງ
ໃນ​ທົ່ວ​ບາງກອກກໍຕາມ ແຕ່ເປັນທີ່ປະກົດວ່າ ຂະບວນການ
ຂອງພວກປະທ້ວງພວມສູນເສຍ ແຮງກະຕຸ້ນສະໜັບສະໜຸນ.

ຜູ້​ນໍາພາການ​ປະ​ທ້ວງ ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຮຽກຮ້ອງ​ໃຫ້ສະພາ​ ທີ່​ບໍ່​ໄດ້​ຖືກ​ເລືອກ​
ຈາກປະຊາຊົນ ​ເຂົ້າ​ເຮັດໜ້າທີ່​ແທນ​ລັດຖະບານ​ຊຸດປະຈຸ​ບັນ​ ​ໃນ​ອັນ​ທີ່​ທ່ານສຸ​ເທບ
ເວົ້າ​ວ່າ ສໍ້​ລາດ​ບັງ​ຫຼວງ​ ແລະ​ຫລິ້ນພັກຫລິ້ນພວກນັ້ນ.

ນາຍົກລັດຖະມົນຕີ​ຍິ່ງ​ລັກ ຊິນ​ນະວັດ​ ໄດ້ປະຕິເສດ ບໍ່​ຍອມ​ລາອອກ. ທ່ານ​ນາງ​ຍັງ
​ຢືນຢັດທີ່​ຈະ​ໃຫ້​ມີ​ການເລືອກ​ຕັ້ງ​ກ່ອນ​ກໍານົດ ​ໃນ​ວັນ​ທີ 2 ກຸມພາ ​ເຖິງແມ່ນພວກ​ຝ່າຍ
​ຄ້ານ ກ່າວວ່າ ເຂົາເຈົ້າບອຍຄອດບໍ່ຍອມເຂົ້າຮ່ວມການ​ເລືອກ​ຕັ້ງ​ດັ່ງກ່າວ​ນີ້ກໍຕາມ.

ການ​ປະ​ທ້ວງ​ໃນ​ອາທິດ​ນີ້​ແມ່ນ​ສະຫ​ງົບ​ ຊຶ່ງ​ທາງ​ຕໍາຫຼວດ​ສ່ວນໃຫຍ່​ແລ້ວ​ແມ່ນໄດ້​ຢູ່​
ຫ່າງໆ​ແລະ​ຫຼີ້ກ​ເວັ້ນການ​ປະ​ເຊີນ​ໜ້າ​ກັນ​ກັບ​ພວກ​ປະ​ທ້ວງ ​ແຕ່​ວ່າ​ພວກ​ປະ​ທ້ວງ
ກໍ​ບໍ່​ປະສົບຜົນສໍາ​ເລັດ​ໃນ​ການ​ປິດ​ລັດຖະບານ​ລົງ ຕາມ​ທີ່ໄດ້​ວາງ​ແຜນ​ໄວ້​ນັ້ນ.

THAILAND PROTESTS SOTVO
please wait

No media source currently available

0:00 0:01:13 0:00
XS
SM
MD
LG