ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ​​ໄທ ປະຕິເສດ ບໍ່ຍອມຕັດສິນ ກ່ຽວກັບ ການທ້າທາຍ ຕໍ່ການເລືອກຕັ້ງ (ສະໄລດ໌)


ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ​ຖ່າຍຮູບ ກ່ອນປ່ອນບັດເລືອກຕັ້ງ
ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ​ຖ່າຍຮູບ ກ່ອນປ່ອນບັດເລືອກຕັ້ງ
ສານ​ຂອງ​ໄທໄດ້​ປະຕິ​ເສດ​ ທີ່ຈະຕັດສິນ ກ່ຽວກັບຄວາມຖືກ
ຕ້ອງຊອບທຳ ໃນການເລືອກ ຕັ້ງສະພາແຫ່ງຊາດຂອງ
ປະເທດເມື່ອໄວໆມານີ້ ຊຶ່ງໄດ້ສ້າງຄວາມເສຍຫາຍ
ໃຫ້ແກ່ພວກ ຝ່າຍຄ້ານ ທີ່ກ່າວວ່າ ການ​ເລືອກ​ຕັ້ງ​ນັ້ນ
ຜິດ​ກົດ​ໝາຍ.

ສານ​ລັດຖະທໍາ​ມະນູນ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ບໍ່​ມີ​ເຫດຜົນ
​ພຽງພໍ ທີ່​ຈະພິຈາລະນາ​ກ່ຽວກັບ ການຟ້ອງຮ້ອງຂອງພັກ​
ປະຊາທິປັດ ທີ່ໄດ້​ທ້າ​ທາຍຕໍ່​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 2
ກຸ​ມພາ​ຜ່ານ​ມາ​ນີ້.

ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ​ແລະ​ພັກ​ເພື່ອ​ໄທ​ຂອງ​ທ່ານ​ນາງນັ້ນ​
ແມ່ນເກືອບໝັ້ນໃຈໄດ້ວ່າຈະເປັນຜູ້ຊະນະ​ໃນການ​ເລືກ​ຕັ້ງ​ຄັ້ງ​ນີ້ ຍ້ອນ​ການ​ບອຍຄອດ
ບໍ່ຍອມ ເຂົ້າຮ່ວມ​ຂອງພັກປະຊາທິປັດທີ່ເປັນ​ຝ່າຍ​ຄ້ານ.

​ແຕ່​ຜົນການນັບຄະແນນສຽງທາງ​ການນັ້ນ​ຍັງ​ບໍ່ຄາດວ່າຈະເປັນທີ່ຮູ້ກັນເທື່ອ ຈົນ​ກວ່າ
​ຫຼັງ​ຈາກ ການ​ປ່ອນບັດ​ອີກ​ຮອບ​ໃໝ່ ​ໃນ​ເດືອນ​ເມສາ​ຈະ​ມາ​ນີ້​ ​ໃນບ່ອນ​ທີ່ພວກ​ປະ​ທ້ວງ​
ຕໍ່ຕ້ານລັດຖະ ບານ ລົບ​ກວນ​ການ​ປ່ອນບັດນັ້ນ.

ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກໍາ​ໜົດ ເພື່ອຮັບມືກັບ
ການ​ເດີນ ຂະບວນປະ​ທ້ວງ​ຂອງພວກຝ່າຍ​ຄ້ານ ທີ່ໄດ້ດຳເນີນມາເປັນ​ເວລາ​ຫຼາຍໆ​
ສັບປະດາ​ ຊຶ່ງ​ໄດ້​ກ່າວ​ຫາ​ວ່າ​ລັດຖະບານ​ຂອງ​ທ່ານ​ນາງ​ວ່າ ສໍ້​ລາດ​ບັງ​ຫຼວງຢ່າງ
ແຜ່ກວ້າງນັ້ນ.

ການເລືອກຕັ້ງໃນໄທ

XS
SM
MD
LG