ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ຝ່າຍຄ້ານໄທ ຮຽກຮ້ອງ ອີກຄັ້ງນຶ່ງ ໃຫ້ນາຍົກ ຍິ່ງລັກ ລາອອກ (ວີດີໂອ)


ຜູ້ນຳພັກຝ່າຍຄ້ານໄທ ທ່ານອະພິຊິດ ເວດຊາຊີວະ
ຜູ້ນຳພັກຝ່າຍຄ້ານໄທ ທ່ານອະພິຊິດ ເວດຊາຊີວະ
ຜູ້ນຳ​ຝ່າຍຄ້ານ​ໄທ ​ໄດ້​ປະຕິ​ເສດ​ບໍ່ຍອມໃຫ້​ພັກ​ຂອງ​ທ່ານ
​ເຂົ້າ​ຮ່ວມການ​ເລືອກ ຕັ້ງ​ທົ່ວໄປໃນຄັ້ງຈະມາ ໂດຍອີກ​ຄັ້ງ​
ນຶ່ງ​ ໄດ້​ຮຽກຮ້ອງ​ໃຫ້ນາຍົກລັດຖະມົນຕີຍິ່ງ​ລັກ ຊິນນະ​ວັດ
ລາ​ອອກ​ຈາກ​ຕຳ​ແໜ່​ງ.

ຜູ້ນຳຂອງພັກປະຊາທິປັດ ທ່ານອະພິຊິດ ເວດຊາຊີວະ
ກ່າວໃນວັນເສົາມື້ນີ້ວ່າ ທ່ານນາງຍິ່ງລັກແລະຄະນະລັດ
ຖະບານຮັກສາການຄວນຈະລາອອກ ແລະແຜ້ວ ທາງ
ໃຫ້ມີການແຕ່ງຕັ້ງລັດຖະບານຊົ່ວຄາວຂຶ້ນ ເພື່ອຈະກຳ
ກັບເບິ່ງແຍງນຳການ ອະພິປາຍກ່ຽວກັບການປະຕິຮູບ
ທາງດ້ານການເມືອງ.

ຫລັງຈາກນັ້ນ ກໍຄວນຈັດ ໃຫ້ມີການລົງປະຊາມະຕິ ກ່ຽວກັບການປະຕິຮູບທີ່ໄດ້ມີການ
ສະເໜີໄປ ໂດຍຈັດ ໃຫ້ມີການເລືອກຕັ້ງ 6 ເດືອນຫລັງຈາກນັ້ນ.

ຝ່າຍ​ຄ້ານ​ໄດ້ບອຍຄອດບໍ່ຍອມເຂົ້າຮ່ວມ ​ແລະ​ລົບ​ກວນ​ການ​ເລືອກ​ຕັ້ງ​ທີ່​ຈັດ​ຂື້ນ​ໃນ
ເດືອນ​ກຸມພາຜ່ານມາ. ​ໃນ​ອາທິດ​ນີ້ ປະ​ເທດ​ໄທ ​ໄດ້​ກຳນົດ​ວັນ​ເລືອກ​ຕັ້ງ​ໃໝ່​ໃສ່​ວັນ​ທີ
20 ​ເດືອນ​ກໍລະກົດ ​ແຕ່​ການສະ​ເໜີດັ່ງກ່າວ​ຍັງ​ຈະຕ້ອງໄດ້ຮັບ​ຄວາມ​ເຫັນພ້ອມໂດຍ
ພະລາຊະດີກາ.

ລັດຖະບານຂອງທ່ານ​ນາງຍິ່ງ​ລັກແມ່ນ​ເປັນພຽງ​ພັກການເມືອງ​ດຽວ​ທີ່​ຍັງມີການຈັດ
ຕັ້ງຢ່າງເປັນທາງການ ນັບ​ແຕ່​ເດືອນທັນວາ​ເປັນ​ຕົ້ນ​ມາ ​ເວລາ​ທ່ານ​ນາງ​ໄດ້​ຍຸບ​ສະພາ
​ແລະ​ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນກຳນົດ ໃນ​ເດືອນກຸມພາ.
ພັກຝ່າຍ​ຄ້ານ​ຕ້ອງການ​ຢາກກຳຈັດອິດທິພົນ​ຂອງຄອບຄົວຊິນນະ​ວັດ ໃຫ້ໝົດໄປ​
ຈາກວົງ​ການ​ເມືອງ​ໄທ.

ອ້າຍຂອງ​ທ່ານ​ນາງ​ຍິ່ງ​ລັກ ທ່ານທັກສິນ ເຄີຍເປັນ​ນາຍົກລັດຖະມົນຕີ​ເປັນ​ເວລາ​ລາ 5
ປີ​ຈົນ​ຮອດປີ 2008 ​ເວລາ​ທ່ານ​ຖືກ​ຂັບ​ໄລ່​ໃຫ້ລົງຈາກອຳນາດ ​ໂດຍ​ການ​ກໍ່ລັດຖະປະ
ຫານ​ ຂອງພວກທະຫານ ທ່າມກາງ​ທີ່ມີການ​ປະທ້ວງຕໍ່ຕ້ານລັດຖະ ບານຄັ້ງ​ໃຫຍ່ຢູ່
​ຕາມ​ຖະໜົນ​ຫົນທາງ.

ທ່ານ ​ໄດ້ໄປ​ລີ້​ໄພຢູ່ໃນຕ່າງປະເທດ ​ເພື່ອ​ຫລີກ​ລ່ຽງຈາກການ​ຖືກ​ຄຸກ ​ໃນ​ຄວາມຜິດ
ຖານສໍ້ລາດ​ບັງ​ຫລວງ.
THAILAND POLITICS VOSOTVO
please wait

No media source currently available

0:00 0:01:01 0:00
XS
SM
MD
LG