ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທວ່າ ການໂຈມຕີ ເຮືອສິນຄ້າຈີນ ໃນແມ່ນໍ້າຂອງນັ້ນ ກ່ຽວຂ້ອງກັບ ແກ້ງຄ້າຢາເສບຕິດ


ທີວທັດແມ່ນໍ້າຂອງຢູ່ເຂດສາມຫລ່ຽມທອງຄໍາ
ທີວທັດແມ່ນໍ້າຂອງຢູ່ເຂດສາມຫລ່ຽມທອງຄໍາ

ເຈົ້າໜ້າທີ່ໄທລະບຸວ່າ ການໂຈມຕີຂະບວນເຮືອຂົນສິນຄ້າຂອງຈີນໃນແມ່ນໍ້າຂອງທີ່ເຮັດໃຫ້ ລູກເຮືອເສີຍຊີວິດໄປເຖິງ 13 ຄົນນັ້ນເປັນຄວາມຂັດແຍ່ງລະຫວ່າງ ແກ້ງຄ້າຢາເສບຕິດໃນ ເຂດສາມຫຼ່ຽມທອງຄໍາ.

ເຈົ້າໜ້າທີ່ໄທລະບຸວ່າການໂຈມຕີຂະບວນເຮືອຂົນສິນຄ້າຂອງຈີນໃນແມ່ນໍ້າຂອງທີ່ເຮັດໃຫ້
ລູກເຮືອເສີຍຊີວິດໄປເຖິງ 13 ຄົນນັ້ນເປັນຄວາມຂັດແຍ່ງລະຫວ່າງ ແກ້ງຄ້າຢາເສບຕິດໃນ
ເຂດສາມຫຼ່ຽມທອງຄໍາ.

ສືບເນື່ອງມາຈາກເຫດການທີ່ທາງການຕໍາຫຼວດໄທ ໄດ້ປະຕິບັດການດ້ວຍກໍາລັງອາວຸດ ເຂົ້າສະກັດຈັບເຮືອຂົນສົ່ງສິນຄ້າຈາກຈີນ ຈໍານວນ 2 ລໍາທີ່ຖືກສົງໄສວ່າ ໄດ້ລັກລອບຂົນ ສົ່ງຢາເສບຕິດຈາກເຂດສາມຫລ່ຽມທອງຄໍາ ທີ່ເປັນເຂດຊາຍແດນໃນແນວແມ່ນໍ້າຂອງ
ລະຫວ່າງມຽນມາ, ລາວ ແລະໄທ, ເຊິ່ງເປັນເຫດເຮັດໃຫ້ຄົນຄວບຄຸມເຮືອເສຍຊີວິດໄປ
1 ຄົນ ແລະຍັງໄດ້ພົບສົບຂອງລູກເຮືອຈີນທັງ 2 ລໍາດັ່ງກ່າວອີກ 12 ສົບ ທີ່ຖືກປ່ອຍໃຫ້
ລອຍມາຕາມກະແສນໍ້າ ເມື່ອວັນທີ 5 ຕຸລາ ທີ່ຜ່ານມາ ແລະຈົນເຖິງຂະນະນີ້ ທາງການ
ຕໍາຫຼວດໄທ ກໍໄດ້ສະແດງຄວາມໝັ້ນໃຈວ່າ ການເສຍຊີວິດຂອງລູກເຮືອຈີນທັງ 12 ສົບ
ດັ່ງກ່າວ ເປັນການກະທຳຂອງກຸ່ມຕິດອາວຸດຊົນຊາດໄທໃຫຍ່ ທີ່ກ່ຽວຂ້ອງກັບການຄ້າ ຢາເສບຕິດຢູ່ໃນເຂດສາມຫລ່ຽມທອງຄໍາອີກດ້ວຍ.

ເຮືອທີ່ລັກລອບຂົນສົ່ງຢາເສບຕິດຢູ່ໃນແມ່ນໍ້າຂອງທີ່ເດີນຜ່ານ ເຂດສາມຫລ່ຽມທອງຄໍາ
ເຮືອທີ່ລັກລອບຂົນສົ່ງຢາເສບຕິດຢູ່ໃນແມ່ນໍ້າຂອງທີ່ເດີນຜ່ານ ເຂດສາມຫລ່ຽມທອງຄໍາ

ທັງນີ້ ເນື່ອງຈາກວ່າ ໃນຂະນະ
ທີ່ໄດ້ເຂົ້າຄວບຄຸມເຮືອຂົນສົ່ງ
ສິນຄ້າທັງ 2 ລໍາດັ່ງກ່າວນັ້ນ
ທາງການຕໍາຫຼວດໄທຍັງກວດ
ພົບຢາບ້າຫຼາຍກວ່າ 9 ແສນ
ເມັດ ແລະຫຼັງຈາກທີ່ໄດ້ສືບ
ສວນທາງລັບເປັນໄລຍະເວ
ລາກວ່າ 2 ເດືອນ ທີ່ຜ່ານມາ
ນີ້ ທາງການໄທກໍຍັງພົບອີກ
ດ້ວຍວ່າ ມີກອງກໍາລັງຕິດອາ
ວຸດທີ່ຢູ່ເຂດສາມຫຼ່ຽມທອງ
ຄໍາ 2 ກຸ່ມໃຫຍ່ທີ່ຂັດແຍ້ງກັນ
ກ່ຽວກັບຜົນປະໂຫຍດຈາກການຄ້າຢາເສບຕິດ ເຊິ່ງກໍຄືກຸ່ມຕິດອາວຸດຊົນຊາດໄທໃຫຍ່
ພາຍໃຕ້ການນໍາພາຂອງທ້າວ ໜໍ່ຄໍາ ອາດີດມືຂວາຂອງ ຂຸນສ່າ ລາຊາຄ້າຢາເສບຕິດ
ຂອງໂລກກັບກຸ່ມຕິດ ອາວຸດຊົນຊາດຕິວ້າພາຍໃຕ້ການນໍາພາຂອງ ຈ້າວເຫວີ່ຍ ແລະ
ທັງສອງກຸ່ມດັ່ງກ່າວນີ້ ກໍຍັງເປັນກຸ່ມກອງກໍາລັງອິດສະຫຼະທີ່ລັດຖະບານທະຫານພະມ້າ
ບໍ່ສາມາດຄວບຄຸມໄດ້ອີກດ້ວຍ.

ດັ່ງທີ່ ທ່ານ ສຸຂຸມ ໂອພາດນິພັນ ຮອງເລຂາທິການຄະນະກໍາມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ ໄດ້ໃຫ້ການຊີ້ແຈງວ່າ:

ຕອນນີ້ເສັ້ນທາງທາງບົກນີ້ ທະຫານພະມ້າ Control ໄດ້ຂ້ອນຂ້າງດີ ແຕ່
ເສັ້ນທາງທາງເຮືອທີ່ຍັງ Control ບໍ່ໄດ້ດີນັ້ນ ຈະເຮັດຢ່າງໃດກັບກຸ່ມທີ່ຢູ່ໃນ
ນໍ້າຂອງ ກຸ່ມໃຫຍ່ກໍຄື ໜໍ່ຄໍາ ກັບຈ້າວເຫວີ່ຍ ແລ້ວກໍຍັງມີກຸ່ມນ້ອຍໆ ອີກ
ເຊັ່ນ ກຸ່ມໄທໃຫຍ່, ກຸ່ມໄທລື້ນໍາ
.”

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ເຫດການທີ່ເກີດຂຶ້ນດັ່ງກ່າວເຮັດໃຫ້ລູກເຮືອຂົນສົ່ງສິນຄ້າ
ຂອງຈີນຕ້ອງເສຍຊີວິດໄປອີກເຖິງ 12 ຄົນ ແລະຍັງສູນຫາຍໄປອີກ 1 ຄົນ ຈົນເຖິງຂະນະນີ້
ລວມທັງຍັງເປັນເຫດການ ທີ່ເກີດຂຶ້ນໃນເຂດຕິດຕໍ່ຊາຍແດນໃນແມ່ນໍ້າຂອງ ທີ່ສາມຫລ່ຽມ
ທອງຄໍາ ລະຫວ່າງມຽນມາ, ລາວ ແລະໄທອີກດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການຈີນ ໂດຍ
ທ່ານຊົ່ງເທົາ, ຜູ່ຊ່ວຍລັດຖະມົນຕີວ່າການຕ່າງປະເທດຂອງຈີນ ໄດ້ພົບປະເປັນກໍລະນີພິເສດ
ກັບນັກການທູດ ຈາກມຽນມາ, ລາວ ແລະໄທ ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອກາງເດືອນຕຸລາ
ທີ່ຜ່ານມາ ເພື່ອຮຽກຮ້ອງໃຫ້ທາງການມຽນມາ, ລາວ ແລະໄທ ໃຫ້ການຮ່ວມມືກັບທາງ
ການຈີນ ໃນການສືບສວນສອບສວນຫາຄວາມຈິງຂອງເຫດການທີ່ເກີດຂຶ້ນໃຫ້ໄດ້ໄວທີ່ສຸດ.

ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ລ່ອງຂຶ້ນ-ລົງຕາມລໍາແມ່ນໍ້າຂອງ ໂດຍຜ່ານເຂດສາມຫລ່ຽມທອງຄໍາ
ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ລ່ອງຂຶ້ນ-ລົງຕາມລໍາແມ່ນໍ້າຂອງ ໂດຍຜ່ານເຂດສາມຫລ່ຽມທອງຄໍາ

ທັ້ງນີ້ ທາງການຈີນ ໄດ້ຈັດ
ສົ່ງຄະນະເຈົ້າໜ້າທີ່ມາປະ
ສານງານຮ່ວມກັບ ຄະນະ
ເຈົ້າໜ້າທີ່ຂອງທາງການ
ມຽນມາ, ລາວ ແລະໄທ
ນັບຕັ້ງແຕ່ວັນທີ 15 ຕຸລາ
ເປັນຕົ້ນມາແລ້ວ,​ ພ້ອມກັນ
ນັ້ນ ກໍຍັງໄດ້ຈັດສົ່ງກໍາລັງ
ຕໍາຫຼວດທາງນໍ້າ ຈາກມົນ
ທົນຢູນານ ເພື່ອໃຫ້ການ
ຄຸ້ມຄອງເຮືອຂົນສົ່ງສິນຄ້າ
ຈໍານວນ 28 ລໍາ, ພ້ອມດ້ວຍ
ລູກເຮືອອີກ 168 ຄົນ ໃນ
ລະຫວ່າງການເດີນເຮືອກັບຄືນໄປຈີນ.

ນອກຈາກນີ້ ທາງການຈີນຍັງໄດ້ປະກາດຢຸດການເດີນເຮືອຂົນສົ່ງສິນຄ້າ ມາໃນເຂດສາມ
ຫລ່ຽມທອງຄໍາຢ່າງບໍ່ມີກໍານົດ ຫຼື ຈົນກວ່າທາງການມຽນມາ, ລາວ ແລະໄທ ຈະສາມາດ
ຈັບກຸມກຸ່ມກໍາລັງຕິດອາວຸດ ທີ່ລົງມືກໍ່ເຫດການດັ່ງກ່າວໄດ້ ແລະກໍຮັບປະກັນຄວາມປອດໄພ
ໄດ້ຢ່າງຄັກແນ່ເສຍກ່ອນ.

ແຕ່ຢ່າງໃດກໍຕາມ ໃນອາທິດທີ່ຜ່ານມາກໍມີລາຍງານວ່າເຮືອຂົນສົ່ງສິນຄ້າຂອງຈີນ ໄດ້ເລີ່ມ
ເຂົ້າທຽບທ່າຢູ່ອໍາເພີຊຽງແສນ ຈັງຫວັດຊຽງລາຍ ຂອງໄທແລ້ວ ຫາກແຕ່ການເດີນເຮືອ ກໍຍັງບໍ່ທັນກັບຄືນສູ່ສະພາວະປົກກະຕິ ແລະ ການເດີນເຮືອກໍຍັງດໍາເນີນໄປພາຍໃຕ້ການ ຮັກສາຄວາມປອດໄພຢ່າງເຂັ້ມງວດໂດຍກໍາລັງຕໍາຫຼວດນໍ້າປະສົມ ລະຫວ່າງ ຈີນ, ພະມ້າ,
ລາວ ແລະ ໄທອີກດ້ວຍ.

XS
SM
MD
LG