ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບໄທ ຍຶດອຳນາດ ໃນການປົກຄອງ ປະເທດຊາດ (ສະໄລດ໌/ວີດີໂອ)


Thailand Politics SOTVO 1st UPD
please wait

No media source currently available

0:00 0:01:06 0:00

ເບິ່ງວີດີໂອ ເລື້ອງນີ້

ຜູ້ບັນຊາການກອງທັບບົກໄທ ກ່າວວ່າ ທະຫານໄດ້ເຂົ້າຄວບ
ຄຸມທົ່ວທັງປະເທດ ເພື່ອຊ່ວຍຟື້ນຟູ ຄວາມເປັນລະບຽບຮຽບ
ຮ້ອຍ ແລະທຳການປະຕິຮູບທາງດ້ານການເມືອງ.

ພົນເອກ​ປຣະຍຸດ ຈັນ​ໂອຊາ ​ໄດ້ທຳການປະກາດດັ່ງກ່າວ ໃນ
ຖະແຫຼງ ການທາງໂທລະພາບ ໃນຕອນແລງຂອງວັນພະຫັດ
ມື້ນີ້ ສອງມື້ຫຼັງຈາກ ໄດ້ປະກາດໃຊ້ກົດໄອຍະການເສິກ.

ຖະແຫຼງການດັ່ງກ່າວ ໄດ້ມີຂຶ້ນລຸນຫລັງການເຈລະຈາຫາລື
ກ່ຽວກັບວິ ກິດການເປັນມື້ທີສອງກັບບັນດາພັກການເມືອງທີ່
ເປັນຄູ່ປໍລະປັກ. ພວກທີ່ເຫັນເຫດການເວົ້າວ່າບັນດາຜູ້ເຂົ້າ
ຮ່ວມໃນການເຈລະຈາດັ່ງກ່າວໄດ້ ຖືກນຳໂຕໄປໂດຍພວກທະຫານ ເຖິງແມ່ນຍັງ ບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ພວກເຂົາເຈົ້າໄດ້ຖືກຄຸມຂັງຫລືບໍ່.


ເປັນທີ່ປາກົດວ່າ ການເຈລາຈາຫາລືດັ່ງກ່າວ ບໍ່​ໄດ້​ບັນລຸ​ການປະນີປະນອມ​ກັນ ລະຫວ່າງ​ ພວກ​ຝ່າຍ​ຄ້ານ ​ແລະ​ພວກ​ສະໜັບສະໜຸນ​ອະດີດ​ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ​ນັ້ນ.

ກ່ອນໜ້ານີ້ ທາງກອງທັບໄດ້​ປະຕິ​ເສດ​ກ່ຽວກັບການ​ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ ເທົ່າ​ກັນ​ກັບ​ເປັນການ​ກໍ່​ລັດຖະປະຫານແຕ່ການປະກາດຂອງນາຍພົນປຣະຍຸດໃນ
ວັນພະຫັດມື້ນີ້​ ປາກົດວ່າ ໄດ້ຂະຈັດປັດເປົ່າຄວາມສົງໄສກ່ຽວກັບການກໍ່ລັດຖະປະ
ຫານໄດ້ມີຂຶ້ນ.
Thailand Politics VO
please wait
Embed

No media source currently available

0:00 0:00:56 0:00

ວິກິດການໄດ້ກ້າວເຂົ້າສູ່ຈຸດແຕກຫັກໃນຕົ້ນເດືອນນີ້ ເວລານ້ອງສາວ ຂອງທ່ານ
ທັກສິນ ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ແລະສະມາຊິກຄະນະລັດຖະບານ
ຂອງທ່ານນາງຫລາຍໆຄົນ ໄດ້ຖືກປົດອອກຈາກ ຕຳແໜ່ງໂດຍສານລັດຖະທຳມະ
ນູນ ຍ້ອນໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງ.

ນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ທັກສິນ ​ໄດ້​ຖືກ​ແຕ່ງ​
ຕັ້ງ​ໄປ​ແລ້ວ ​ແຕ່​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ​ທັງ​ໝົດ
ລາ​ອອກ​ຈາກ​ຕຳ​ແໜ່​ງ.

ປະຊາຊົນ​ຈຳນວນ​ເກືອບ 30 ຄົນ​ໄດ້​ເສຍ​ຊີວິດ ​ໃນ​ລະຫວ່າງ​ການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ມາ​ເປັນ​ເວລາ 6 ​ເດືອນ.
THAILAND POLITICS SOTVO_9242336
please wait

No media source currently available

0:00 0:00:55 0:00
XS
SM
MD
LG