ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຕັດສິນໃຈຂອງ ລັດຖະບານ ທະຫານໄທ ຈະສົ່ງຜົນ ຕໍ່ການສ້າງ ທາງລົດໄຟ ຄວາມໄວສູງ ຂອງລາວ


ຕົວແບບລົດໄຟຄວາມໄວສູງ ໃນແຜນການກໍ່ສ້າງທາງ ລົດໄຟຄວາມໄວສູງ ເພື່ອເຊື່ມຕໍ່ລາວກັບຈີນ.
ຕົວແບບລົດໄຟຄວາມໄວສູງ ໃນແຜນການກໍ່ສ້າງທາງ ລົດໄຟຄວາມໄວສູງ ເພື່ອເຊື່ມຕໍ່ລາວກັບຈີນ.

ການທີ່ລັດຖະບານທະຫານໄທ ບໍ່ມີແຜນການລົງທຶນກໍ່ສ້າງທາງ
ລົດໄຟຄວາມໄວສູງ ໃນລະຍະອັນໃກ້ນີ້ ອາດຈະສົ່ງຜົນກະທົບ
ຕໍ່ແຜນການກໍ່ສ້າງທາງ ລົດໄຟຄວາມໄວສູງ ເພື່ອເຊື່ມຕໍ່ລາວກັບ
ຈີນດ້ວຍ.

ພົນເອກປຣະຍຸດ ຈັນໂອຊາ ຫົວໜ້າຄະນະ ຮັກສາຄວາມສະຫງົບ ຮຽບຮ້ອຍແຫ່ງຊາດໄທ
ຖະແຫລງຢືນຢັນວ່າໂຄງການເລັ່ງດ່ວນ ໃນແຜນການພັດທະນາ ລະບົບພື້ນຖານໂຄງລ່າງ
ຂອງລັດຖະບານໄທໃນລະຍະນີ້ ຈະໃຫ້ຄວາມສຳຄັນເປັນພິເສດ ກັບໂຄງການທີ່ໄດ້ລົງມື
ດຳເນີນການໄປແລ້ວ ແລະ ຈະເປັນການສືບຕໍ່ ເພື່ອພັດທະນາ ໃຫ້ແລ້ວສຳເລັດສົມບູນ
ໃນທຸກໂຄງການ ທີ່ຍັງຄົງຄ້າງ ຈາກລັດຖະບານຊຸດກ່ອນ.

ໂດຍສະເພາະແມ່ນໂຄງການພັດທະນາການຄົມມະນາຄົມຂົນສົ່ງ ເຊັ່ນໂຄງການກໍ່ສ້າງ
ລົດໄຟຟ້າຂົນສົ່ງມວນຊົນ ລະຫວ່າງບາງກອກກັບເຂດ 4 ຈັງຫວັດອ້ອມຂ້າງຫຼືປະລິມົນທົນ
ໂຄງການກໍ່ສ້າງລົດໄຟຟ້າເຊື່ອມຕໍ່ ລະຫວ່າງສະໜາມບິນດອນເມືອງ ກັບສະໜາມບິນ
ສຸວັນນະພູມ ແລະ ໂຄງການກໍ່ສ້າງທາງລົດໄຟລະບົບລາງຄູ່ ເພື່ອເຊື່ອມຕໍ່ ທຸກພາກໃນທົ່ວ
ປະເທດນັ້ນ ຖືເປັນໂຄງການບຸລິມະສິດ ທີ່ຄະນະທະຫານໄທ ໄດ້ໃຫ້ຄວາມສຳຄັນ ເປັນ
ກໍລະນີພິເສດ ດັ່ງທີ່ພົນເອກປຣະຍຸດ ໄດ້ໃຫ້ການຢືນຢັນວ່າ:

ພົນເອກປຣະຍຸດ ຈັນໂອຊາ ຫົວໜ້າຄະນະ ຮັກສາຄວາມສະຫງົບ ຮຽບຮ້ອຍແຫ່ງຊາດໄທ.
ພົນເອກປຣະຍຸດ ຈັນໂອຊາ ຫົວໜ້າຄະນະ ຮັກສາຄວາມສະຫງົບ ຮຽບຮ້ອຍແຫ່ງຊາດໄທ.

“ໃນການເລັ່ງລັດໂຄງການສາທາລະນຸປະໂພກພື້ນຖານນັ້ນ
ທີ່ຄວນຈະເປັນ ໂຄງການເລັ່ງດ່ວນ ແລະ ກວດສອບຄວາມ
ໂປ່ງໃສແລ້ວ ເຊັ່ນລົດໄຟລາງຄູ່ບາງສາຍ ລົດໄຟຟ້າສ່ວນຕໍ່
ຂະຫຍາຍບາງສາຍ ຈະຕ້ອງສາມາດເລີ້ມດຳເນີນການໄດ້
ກ່ອນສິ້ນສຸດປີ 2557 ນະຄັບ ຜົມເອງກໍຢາກໄດ້ນະຄັບ ຢາກ
ມີເໝືອນກັນ ໂດຍສະເພາະລົດໄຟລາງຄູ່ເຮົາມີລາງດຽວມາ
ນານແລ້ວ ມື້ນີ້ກໍຕ້ອງເຂົ້າໃຈດ້ວຍກັນ ນະຄັບ ແລ້ວກໍເລັ່ງດ່ວນ ສະເພາະທີ່ຈຳເປັນກ່ອນ.”

ຊຶ່ງຈາກການຢືນຢັນດັ່ງກ່າວນີ້ຂອງພົນເອກປຣະຍຸດ ກໍຈະເຫັນ
ໄດ້ວ່າໂຄງການກໍ່ສ້າງລົດໄຟຄວາມໄວສູງ ທີ່ເຄີຍເປັນໂຄງການ
ບຸລິມະສິດຂອງລັດຖະບານຊຸດກ່ອນນັ້ນ ບໍ່ໄດ້ຢູ່ໃນແຜນການ ຂອງລັດຖະບານທະຫານ
ທີ່ບໍລິຫານປະເທດໄທ ໃນປັດຈຸບັນນີ້ແລ້ວ ທັງກໍຍັງບໍ່ມີຄວາມຊັດເຈນດ້ວຍວ່າ ຈະບັນຈຸ
ໂຄງການກໍ່ສ້າງ ທາງລົດໄຟຄວາມໄວສູງ ເຂົ້າໃນແຜນການພັດທະນາ ໃນລະຍະ 5 ປີ
ຕໍ່ໜ້າດ້ວຍຫຼືບໍ່.

ໂດຍພາຍໃຕ້ສະພາບການດັ່ງກ່າວ ກໍອາດຈະສົ່ງຜົນກະທົບ ຕໍ່ແຜນການກໍ່ສ້າງທາງ
ລົດໄຟ ຄວາມໄວສູງເພື່ອເຊື່ອມຕໍ່ລາວກັບຈີນດ້ວຍເຊັ່ນກັນ ທັງນີ້ກໍເນື່ອງຈາກວ່າ ເປົ້າໝາຍສຳຄັນ ຂອງທາງການຈີນ ໃນການທີ່ຈະລົງທຶນ ເພື່ອກໍ່ສ້າງທາງ ລົດໄຟ
ຄວາມໄວສູງ ໃນລາວນັ້ນ ກໍຄືການເຊື່ອມຕໍ່ມາລາວໄປຍັງໄທ ມາເລເຊຍ ແລະ ສິງກະໂປ
ດ້ວຍຫາກບໍ່ສະນັ້ນກໍຈະບໍ່ຄຸ້ມຄ່າກັບການລົງທຶນເພາະໃນເມື່ອວ່າລັດຖະບານໄທບໍ່ໄດ້
ບຸລິມະສິດກັບໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ດັ່ງກ່າວກໍອາດຈະເຮັດໃຫ້
ລັດຖະບານຈີນ ຕ້ອງຊະລໍໂຄງການໃນລາວອອກໄປດ້ວຍເຊັ່ນກັນ.

ທັງນີ້ໂດຍເຖິງແມ່ນວ່າທາງການລາວ ແລະ ຈີນ ຈະໄດ້ຢືນຢັນຢ່າງໜັກແໜ້ນວ່າ ຈະເລັ່ງ
ລັດໃຫ້ມີການເຈລະຈາ ແບບທະວິພາຄີ ເພື່ອຕົກລົງກັນກ່ຽວກັບ ໂຄງການກໍ່ສ້າງທາງ
ລົດໄຟຄວາມໄວສູງ ໃນລາວເພື່ອເຊື່ອມຕໍ່ກັບຈີນ ໃນໂອກາດ ການປະຊຸມສຸດຍອດ
ລະຫວ່າງ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ກັບທ່ານ ຫຼີ ເກີ້ສຽງ ນາຍົກ
ລັດຖະມົນຕີຈີນ ຢູ່ທີ່ເມືອງຊານຢາ ມົນທົນໄຫ້ໜານ ເມື່ອເດືອນເມສາ ທີ່ຜ່ານມາກໍຕາມ
ຫາກແຕ່ວ່າຈົນເຖິງ ປັດຈຸບັນກໍຍັງຄົງບໍ່ມີຄວາມຊັດເຈນວ່າ ການເຈລະຈາ ທະວິພາຄີ
ດັ່ງກ່າວ ຈະກຳນົດໃຫ້ມີຂຶ້ນໄດ້ ຢ່າງເປັນທາງການເມື່ອໃດແທ້.

ແຕ່ຢ່າງໃດກໍຕາມ ຖ້າຫາກອິງຕາມບົດລາຍງານ ທີ່ທ່ານສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານດ້ານເສດຖະກິດ ຂອງລັດຖະບານລາວ ໄດ້
ຖະແຫລງຕໍ່ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດລາວໃນວັນທີ 18 ຕຸລາ
2012 ທີ່ຜ່ານມານັ້ນ ກໍຈະໄດ້ວ່າທາງການລາວຈະກູ້ຢືມເງິນທຶນທັງ 100 ເປີເຊັນ ຈາກ
ທາງການຈີນ ແລະ ມີເງື່ອນໄຂທີ່ລັດຖະບານລາວ ຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດ
ກໍຄືການສ້າງຕັ້ງບໍລິສັດຂຶ້ນມາ ບໍລິຫານໂຄງການ ແລະ ມີສະຖານະເປັນລູກໜີ້ ຂອງ
ທະນາຄານຈີນ ໂດຍລັດຖະບານລາວ ຈະຕ້ອງຄ້ຳປະກັນເງິນກູ້ທັງ 100 ເປີເຊັນ ພ້ອມ
ດອກເບ້ຍໃນອັດຕາ 2 ເປີເຊັນ ຕໍ່ປີເປັນເວລາ 30 ປີ.

ຍິ່ງໄປກວ່ານັ້ນ ການຄ້ຳປະກັນດັ່ງກ່າວ ຍັງລວມໄປເຖິງລາຍຮັບ ແລະ ຊັບສິນທັງໝົດ
ໃນໂຄງການ ຕະຫຼອດຈົນການທີ່ລັດຖະບານລາວ ກໍຍັງຈະຕ້ອງຄ້ຳປະກັນ ດ້ວຍລາຍຮັບ
ທີ່ຈະໄດ້ຈາກບໍ່ແຮ່ 2 ແຫ່ງທີ່ເປັນການລົງທຶນຂອງຈີນ ຢູ່ໃນລາວອີກດ້ວຍ ຊຶ່ງໃນທີ່ນີ້ກໍຄື
ເໝືອງແຮ່ຄຳ ແລະ ທອງແດງ ຢູ່ທີ່ເຊໂປນ ກັບເໝືອງແຮ່ບ໊ອກໄຊຕ໌ ຂະໜາດໃຫຍ່ທີ່ສຸດ
ໃນເອເຊຍ ຢູ່ໃນແຂວງຈຳປາສັກດ້ວຍນັ້ນເອງ.

XS
SM
MD
LG