ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສື່ມວນຊົນໄທ ໄດ້ຮັບ ການກົດດັນ ພາຍໃຕ້ ການປົກຄອງ ຂອງທະຫານ


ທ່ານ Alan Morison ຊາວອອສເຕຣເລຍ ບັນນາທິການ ຂອງເວັບໄຊ້ ພູເກັດວັນ ພາສາອັງກິດ (ຊ້າຍ) ແລະ ເພື່ອນຮ່ວມງານ ທ່ານນາງ ຈຸດຕິມາ ສີດາສະຖຽນ (ຂວາ) ກຳລັງຍ່າງອອກມາ ທາງນອກສານທ້ອງຖິ່ນແຫ່ງນຶ່ງ ຢູ່ແຂວງເມືອງພູເກັດ ໃນພາກໃຕ້ຂອງໄທ ໃນລະຫວ່າງການພັກຊົ່ວຄາວ, ວັນທີ 17ເມສາ 2014.
ທ່ານ Alan Morison ຊາວອອສເຕຣເລຍ ບັນນາທິການ ຂອງເວັບໄຊ້ ພູເກັດວັນ ພາສາອັງກິດ (ຊ້າຍ) ແລະ ເພື່ອນຮ່ວມງານ ທ່ານນາງ ຈຸດຕິມາ ສີດາສະຖຽນ (ຂວາ) ກຳລັງຍ່າງອອກມາ ທາງນອກສານທ້ອງຖິ່ນແຫ່ງນຶ່ງ ຢູ່ແຂວງເມືອງພູເກັດ ໃນພາກໃຕ້ຂອງໄທ ໃນລະຫວ່າງການພັກຊົ່ວຄາວ, ວັນທີ 17ເມສາ 2014.

ນັບຕັ້ງ​ແຕ່​ໄດ້ມີການ​ຢຶດ​ອຳນາດ​ ໃນ​ເດືອນ​ພຶ​ດສະພາ​ປີ​ນີ້ ເປັນ
ຕົ້ນມາ ລັດຖະບານ​ທະຫານ​ໄທ ​ໄດ້​ຄວບຄຸມສື່ມວນຊົນ​ທ້ອງ​ຖິ່ນ
ຢ່າງເຄັ່ງຄັດ ອັນເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະຍາຍາມ ​ທີ່ຈະປາບ​
ປາມ​ບັນດາຜູ້​ຄັດຄ້ານທາງ​ການ​ເມືອງ. ພວກຕຳໜິຕິຕຽນ ກ່າວ​
ວ່າ ​ບາດກ້າວຕ່າງໆ​ເພື່ອ​ຄວບ​ຄຸມສື່​ມວນຊົນນັ້ນ ​ແມ່ນ​ມີຢ່າງ​
ກວ້າງຂວາງ​ແລະ ​ແບບກົດ​ຂີ່​ ​ໃນ​ຂະນະ​ທີ່​ບັນດາເຈົ້າໜ້າ​ທີ່ ສືບ
ຕໍ່ການດຳເນີນຂັ້ນຕອນ ທີ່​ມີ​ເປົ້າໝາຍແນໃສ່ ເພື່ອ​ກຳຈັດການ
​ແບ່ງ​ແຍກທາງ​ການ​ເມືອງ ແລະ ເພື່ອປ່ຽນ​ແປງ​ລະບົບ​ການ​ເມືອງ
ນັ້ນ. ຜູ້​ສື່​ຂ່າວວີ​ໂອ​ເອ Ron Corben ມີ​ລາຍ​ງານ​ຈາກ​ບາງກອກ
ຊຶ່ງ ​ໄຊ​ຈະ​ເລີ​ນສຸກຈະ​ນຳ​ມາ​ສ​ະ​ເໜີ​ທ່ານ​.

ຫຼັງຈາກການກໍ່ລັດຖະປະຫານແລ້ວ ຄະນະທະຫານໄທໄດ້ເຄື່ອນ
ໄຫວຢ່າງວ່ອງໄວ ຮຽກໂຕພວກບັນນາທິການ ​ແລະບັນດາ​ຜູ້​ບໍລິ
ຫານ​ອົງການ​ຂ່າວ​ຕ່າງໆໃຫ້​ເຂົ້າມາ​ປະຊຸມໂດຍໄດ້​ຈັດຕັ້ງ ກົດ​ລະບຽບພື້ນຖານທີ່ເຄັ່ງຄັດ ​ສຳ​ຫລັບການອອກຂ່າວ ​ແລະການ​ລາຍ​ງານ​ຂ່າວນັ້ນ.

ນາຍົກລັດຖະມົນຕີໄທ ທ່ານ Prayuth Chan-ocha ພ້ອມດ້ວຍຄະນະ ລັດຖະບານ ເສັດສິ້ນການຖ່າຍພາບ ຫຼັງຈາກທີ່ໄດ້ເຂົ້າພົບ ພະເຈົ້າຊີວິດ Bhumibol Adulyadej ຢູ່ບາງກອກ ວັນທີ 4 ກັນຍາ 2014.
ນາຍົກລັດຖະມົນຕີໄທ ທ່ານ Prayuth Chan-ocha ພ້ອມດ້ວຍຄະນະ ລັດຖະບານ ເສັດສິ້ນການຖ່າຍພາບ ຫຼັງຈາກທີ່ໄດ້ເຂົ້າພົບ ພະເຈົ້າຊີວິດ Bhumibol Adulyadej ຢູ່ບາງກອກ ວັນທີ 4 ກັນຍາ 2014.

ທ່ານພິ​ໄຊ ​ຈັນ​ສຸກ​ສະຫວັດດີ ຫົວໜ້າບັນນາທິການຂອງໜັງສືພິມ
ພາສາອັງກິດ ບາງກອກ​ໂພສ ແລະເປັນຜູ້ບໍລິຫານສື່ມວນຊົນທີ່ມີ
​ປະສົບ​ການ​ສູງ ທີ່​ໄດ້​ເຂົ້າປະຊຸມ​ກັບ​ຄະນະທະຫານໄທ ກ່າວ​ວ່າ
ຂໍ້ຄວາມ​ໃນ​ການ​ປະຊຸມ​ນັ້ນ ​ແມ່ນ​ບໍ່​ເປັນ​ເລື້ອງ​ເປັນ​ລາວ ​ກ່ຽວກັບ
ການ​ຕິດຕາມ​ກວດກາ ການ​ອອກ​ອາກາດຂ່າວ​ທາງ​ໂທລະພາບ ​
ແລະວິ​ທະ​ຍຸຕ່າງໆ.

ທ່ານ ພິ​ໄຊ ​ເວົ້າວ່າ “ພາຍ​ໃຕ້​ການ​ປົກຄອງ​ ຂອງ​ລັດຖະບານ
ຊຸດ​ກ່ອນ​ນັ້ນ ວິທີ​ທີ່​ເຂົາ​ເຈົ້າກົດ​ດັນ​ສື່​ມວນ​ຊົນແມ່ນ​ຕ່າງ​
ກັນ. ແຕ່​ໃນ​ຕອນ​ນີ້​ມັນ​ຈະ​ແຈ້ງຂຶ້ນ ​ເຂົາ​ເຈົ້າ​ໃຊ້​ການ​
ແຈ້ງ​ການ​ຕ່າງໆ. ​ເຂົາ​ເຈົ້າ​ແມ່ນ​ພ້ອມ​ທີ່​ຈະ​ຮັບ​ຟັງ​ໃນ​ຂັ້ນ​
ໃດ​ຂັ້ນນຶ່ງແລ້ວ ກໍທຳ​ການ​ປັບປ່ຽນ. ຄວາມ​ຈິງ​ແລ້ວຂ້າ
ພະ​ເຈົ້າຄິດ​ວ່າ ສຳ​ຫລັບ​ໂທລະພາບ ສຳ​ຫລັບ​ວິທະ​ຍຸ ສຳ​ຫລັບ​ດາວ​ທຽມນັ້ນ ​
ແມ່ນ​ໄດ້ຮັບການກວດກາຫຼາຍກວ່າ ສື່​ມວນຊົນທີ່​ເປັນໜັງສືພິມ ນັ້ນ​ແມ່ນເປັນ​
ທີ່ແນ່ນອນ. ​ແຕ່​ມັນ​ຈະ​ແຈ້ງ​ຂຶ້ນຫຼາຍ ຂ້າພະ​ເຈົ້າບໍ່​ໄດ້​ເວົ້າວ່າ ​ມັນ​ເປັນ​ສິ່ງ​ທີ່​ດີ ​
ແນວທາງແມ່ນ​ແຈ້ງ​ຂຶ້ນຕື່ມ.”


​ໃນ​ກາງ​ ເດືອນ​ກໍລະກົດ ຄະນະ​ຮັກສາ​ຄວາມ​ສະຫງົບແຫ່ງ​ຊາດ​ໄທ ຫຼື NCPO ໄດ້ ພະຍາຍາມເຮັດ​ໃຫ້ການຕຳໜິຕິຕຽນໃດໆ ຕໍ່ພວກຜູ້ນຳທະຫານ ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ
​ແລະ​ຈະ​ລົງ​ໂທດ​ຕໍ່ໜັງສືພິມ ​ແລະເວັບໄຊ້ຕ່າງໆ​ ທີ່ໄດ້ພິມເຜີຍແຜ່ຂ່າວຄາວ ທີ່ມີເນື້ອໄນ
ແບບໂຈມຕີ. ສະມາຄົມ​ສື່​ມວນ​ຊົນ ​ໄດ້ປະສົບຄວາມສຳເລັດໃນການຕ້ານຢັນມາດ​ຕະການ
​ເຫຼົ່ານີ້ ​ແລະຄະນະທະຫານກໍໄດ້ຍອມອ່ອນຂໍ້ໃຫ້.

​ແຕ່​ຂໍ້​ຈຳກັດຮັດແຄບຕ່າງໆກໍ​ຍັງ ​ຄົງ​ມີຢູ່ ​ເຊັ່ນ​ວ່າ ການຫ້າມບໍ່ໃຫ້ໂທລະ ພາບ​ທ້ອງ​ຖິ່ນ ທຳ​ການ​ສຳພາດ​ນັກວິຊາ​ການ ​ແລະ ອະດີດ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ​ນັກວິ​ເຄາະຕ່າງໆ​. ນັກ​ການ​ເມືອງ​ໄທ​ຜູ້ມີ​ບົດບາດ​ສູງ ​ທີ່​ບໍ່​ເຫັນ​ດີ​ເຫັນ​ພ້ອມ ​ແລະຕຳ​ໜິຕິ​ຕຽນລະບອບ​ການ​ປົກຄອງ​ຂອງ​ທະ ຫານ ​ທີ່​ໄດ້​ຫລົບ​ໜີ​ອອກໄປ​ນອກ​ປະ​ເທດນັ້ນ ສ່ວນ​ໃຫຍ່​ແລ້ວ​ແມ່ນໄດ້
ມີການ​ອ້າງ​ຄຳ​ເວົ້າ​ ແຕ່ສື່ມວນຊົນ​ຕ່າງປະ​ເທດເທົ່ານັ້ນ.

ທ່ານ Phil Robertson ຮອງຜູ້​ອຳ​ນວຍການ​ເຂດ​ເອ​ເຊຍ ຂອງກຸ່ມປົກປ້ອງສິດທິ​ມະ​ນຸດ
Human Rights Watch ​ທີ່ມີສຳນັກງານ ຢູ່ນະຄອນ New York ກ່າວ​ວ່າ ການ​ຫ້າມ
ບໍ່ໃຫ້ລາຍງານ​ຂ່າວຕ່າງໆ​ນັ້ນ ​ໄດ້​ສໍ່​ສະແດງ​ໃຫ້​ເຫັນ​ເຖິງ​ຈຸດປະສົງ​ອັນ​ຈະ​ແຈ້ງ​ຕໍ່​ສື່​ມວນ​ຊົນ
​ໃນເຂດ​ທ້ອງ​ຖິ່ນ.

ທ່ານ Robertson​ ເວົ້າ​ວ່າ “ມີ​ການ​ປາບ​ປາມ​ແບບລົງເລິກ​ ຕໍ່​ສື່ມວນ ຊົນ​ທີ່ຕິຕຽນ ທີ່ໄດ້​ນຳເອົາທັດສະນະ​ຕ່າງໆ ຊຶ່ງລັດຖະບານ​ທະຫານ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ນຳນັ້ນ. ອັນ​ທີ່​ພວກ​ເຮົາ​ເຫັນ​ຢູ່​ໃນ​ຂະນະ​ນີ້ ​ແມ່ນ​ການ​ຫ້າມ​ໃນການ​ລາຍ​ງານຂ່າວ​ຕ່າງໆທີ່​ເພີ້​ມທະວີຂຶ້ນ ການ​ກີດ​ກັ້ນ ບໍ່ໃຫ້ ເຂົ້າໄປເວັບໄຊ້ຕ່າງໆ ການ​ອອກຄຳເຕືອນຕໍ່​ສື່​ມວນຊົນ ທັງ​ສື່ທີ່ເປັນ ໜັງສື​ພິມ ​ແລະອີ​ເລັກ​ໂທ​ນິກ ບໍ່​ໃຫ້​ກ້າວ​ກ່າຍ​ເສັ້ນ ທີ່ມີພຽງ​ແຕ່ລັດຖະ ບານ​ທະຫານ​ເທົ່າ​ນັ້ນ ຮູ້ຈັກ​ດີວ່າ ​ຢູ່​ບ່ອນ​ໃດແທ້.”

ທ່ານ ​ນາງສຸ​ປິນຍາ ກາງ​ນະລົງ ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ສື່​ມວນ​ຊົນ ​ແລະ​ເປັນ​ສະມາຊິກຂອງຄະນະ​ກຳມະການອອກອາກາດແຫ່ງ​ຊາດ ຫຼື National Broadcasting Commission ​ຊຶ່ງໄດ້ຮັບໄຊຊະນະ​ຄະດີ​ແພ່ງ ແລະຄະດີອາຍາມູນຄ່າ 10 ລ້ານດອນລາ ໃນບາງກອກ,ວັນທີ 15 ມີນາ 2006.
ທ່ານ ​ນາງສຸ​ປິນຍາ ກາງ​ນະລົງ ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ສື່​ມວນ​ຊົນ ​ແລະ​ເປັນ​ສະມາຊິກຂອງຄະນະ​ກຳມະການອອກອາກາດແຫ່ງ​ຊາດ ຫຼື National Broadcasting Commission ​ຊຶ່ງໄດ້ຮັບໄຊຊະນະ​ຄະດີ​ແພ່ງ ແລະຄະດີອາຍາມູນຄ່າ 10 ລ້ານດອນລາ ໃນບາງກອກ,ວັນທີ 15 ມີນາ 2006.

ສື່​ມວນຊົນໄທ ​ໄດ້​ມີຄວາມລຶ້ງ​ເຄີຍ​ແລ້ວໃນ “ການຕໍ່ສູ້ແບບບໍ່
ມີຂອບເຂດ”
ກັບຄະນະທະຫານ​ໄທ ​ທີ່​ມີ​ອິດທິພົນ​ຢ່າງ​ຫລວງ
ຫຼາຍນັ້ນ.

ນັບຕັ້ງ​ແຕ່​ໄດ້​ມາ​ເປັນລາດຊະອານານັກທີ່ປົກຄອງ​ດ້ວຍ​
ລັດຖະທຳ​ມະນູນແບບມີກະສັດໃນ​ປີ 1932 ປະ​ເທດ​ໄທ ​ໄດ້​
ປະ​ເຊີນ​ໜ້າ​ກັບ​ການກໍ່​ລັດຖະປະຫານ​ມາ​ແລ້ວ 12 ຄັ້ງ ​ແລະ
ຢູ່​ພາຍ​ໃຕ້​ການ​ປົກຄອງ ​ຂອງ​ລັດຖະບານ​ທະຫານ​ຕ່າງໆເປັນ
ເວລາດົນນານ. ​ໃນອະດີດ​ຜ່ານ​ມາພວກ ຜູ້ທະຫານ ​ໄດ້​ສັ່ງ​ປິດ
ບັນດາ​ທຸລະ​ກິດ​ໜັງສືພິມ​ທັງ​ໝົດ. ຫຼັງຈາກການ​ກໍ່ລັດຖະປະ
ຫານ ​ໃນ​ປີ 1991 ນັ້ນແລະໃນລະຫວ່າງ​ການ​ປາບ​ປາມ ການ
​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ​ໃນ​ເດືອນ​ພຶດສະພາ ປີ 1992
ໜັງ​ສື​ພິມຫຼາຍໆ​ສະບັບໄດ້​ລະເມີດ ຕໍ່ການດຳເນີນຄວາມ​ພະ
ຍາຍາມຕ່າງ​ໆ ​ໃນ​ການ​ກວດກາ​ສື່​ມວນ​ຊົນ​ຂອງ​ທາງ​ການ.

ໃນທາງ ​ກົງກັນຂ້າມ ຫຼັງຈາກ​ການ​ກໍ່ລັດຖະປະຫານຕໍ່ຕ້ານ​ລັດຖະບານ ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ​ໃນ​ປີ 2006 ນັ້ນ ຊຶ່ງ​ຜູ້ກ່ຽວ ເອງກໍໄດ້ປະເຊີນກັບຂໍ້ຫາ​ແຊກ​ແຊງ​ເຂົ້າ​ແລະ​ປາບ​ປາມສື່ມວນຊົນນັ້ນ ພວກທະຫານ​ໄດ້ແຕ່​ງຕັ້ງນາຍົກລັດຖະມົນຕີ ສຸຣະຢຸດ ຈະລານົນ ທີ່ ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ສື່ມວນຊົນມີອິດສະຫຼະເສລີນັ້ນ.

ບັນດານັກວິຈານໄທ ກ່າວ​ວ່າ ຂໍ້​ຈຳກັດຮັດແຄບບ​ຕ່າງໆ ໃນທຸກ​ມື້​ນີ້ ​ແມ່ນ​ກົງ​ໄປ​ກົງ​ມາ
​ແລະ ມີພື້ນຖານຢູ່​ໃນ​ການ​ປະກາດ​ຕ່າງໆ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດຖະບານ​ທະຫານ.​
ເຂົາ​ເຈົ້າຍັງ​ກ່າວ​ວ່າ ການຍອມ ອ່ອນຂໍ້ໃຫ້ ​ຂອງ NCPO ​ໄດ້​ນຳ​ພາ​ໃຫ້​ອົງການ​ຂ່າວ​ຕ່າງໆ​
ໄດ້​ມີ​ການ ກວດ​ສອບ​ຕົນ​ເອງ ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ພວກທະຫານ​ເຂົ້າ​ຄວບ​ຄຸມແບບໜັກ​ມື
ກວ່າ​ເກົ່າ.

ທ່ານ ນາງສຸ​ປິນຍາ ກາງ​ນະລົງ ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ສື່​ມວນ​ຊົນ ແລະ​ເປັນ​ສະມາຊິກ
ຂອງຄະນະ​ກຳມະການອອກອາກາດແຫ່ງ​ຊາດ ຫຼື National Broadcasting
Commission ​ຊຶ່ງ​ໃນ​ປີ 2006 ​ໄດ້ຊະນະ​ຄະດີ​ແພ່ງ ແລະຄະດີອາຍາມູນຄ່າ 10 ລ້ານ
ດອນລາ ທີ່​ຖືກ​ຟ້ອງ​ຮ້ອງ​ໂດຍ​ອະດີດ​ນາ​ຍົກ​ລັດຖະມົນຕີ ທັກສິນ ຊິນນະ​ວັດ ນັ້ນ ກ່າວວ່າ
ສື່ມວນຊົນ ແມ່ນມີຄວາມຍ້ານກົວກ່ຽວກັບອະນາຄົດ.

ອົງການນັກຂ່າວບໍ່ມີພົມແດນ ຫຼື Reporters without Borders ທີ່ມີສຳນັກງານຢູ່ປາຣີ
ໄດ້ຈັດອັນດັບໃຫ້ໄທ ຊຶ່ງຄັ້ງນຶ່ງເຄີຍເປັນສັງຄົມ ທີ່ມີອິດສະຫຼະເສລີທີ່ສຸດ ຢູ່ເອເຊຍຕາເວັນ
ອອກສຽງໃຕ້ນັ້ນ ຢູ່ອັນດັບທີ 130 ຂອງຈຳນວນທັງໝົດ 180 ປະເທດໃນດັດຊະນີອິດສະ
ຫຼະພາບສື່ມວນຊົນ ປີ 2014.

ມາດຕະການຄວບຄຸມສື່ມວນຊົນທີ່ໜັກມືຂຶ້ນນັ້ນ ແມ່ນໄດ້ສົ່ງຜົນກະທົບຕໍ່ນັກຂ່າວສ່ວນ
ນຶ່ງແລ້ວ.

ທ່ານພິໄຊ ຈາກໜັງສືພິມ The Bangkok Posts ກ່າວວ່າ ຄະນະທະຫານ ແມ່ນຍິນ
ຍອມທີ່ຈະຮັບຟັງຄວາມກັງວົນຕ່າງໆ ຂອງສື່ມວນຊົນ ເພື່ອຮັບປະກັນວ່າ ລັດຖະບານ
ຈະໄດ້ຮັບພາບພົດທີ່ດີຕໍ່ໂລກ. ແຕ່ທ່ານ ກ່າວຕື່ມອີກວ່າ ຄະນະທະຫານ ຈະບໍ່ມີຄວາມ
ລັງເລໃຈໃດໆເລີຍ ກ່ຽວກັບ ການເອົາບາດກ້າວ ຖ້າຫາກຕົນບໍ່ພໍອົກພໍໃຈ ກັບການລາຍ
ງານຂ່າວຂອງສື່ມວນຊົນນັ້ນ.

XS
SM
MD
LG