ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພພິບັດນໍ້າຖ້ວມ ໃນໄທ ແລະມາເລເຊຍ


ໄພພິບັດນໍ້າຖ້ວມ ໃນໄທ ແລະມາເລເຊຍ
ໄພພິບັດນໍ້າຖ້ວມ ໃນໄທ ແລະມາເລເຊຍ

ນໍ້າໄດ້ຖ້ວມຫຼາຍຈັງຫວັດໃນພາກໃຕ້ຂອງໄທ ແລະຫຼາຍ
ແຂວງໃນພາກເໜືອ ມາເລເຊຍ ບັງຄັບໃຫ້ປະຊາຊົນ
ຈຳນວນຫຼາຍພັນຄົນຕ້ອງໄດ້ອົບພະຍົບຫຼົບໜີ ຈາກເຮືອນ
ຊານບ້ານຊ່ອງຂອງພວກເຂົາເຈົ້າ ແລະອີກຈຳນວນນຶ່ງຍັງ
ຕົກຄ້າງຢູ່ທີ່ນັ້ນ.

ເຈົ້າໜ້າທີ່ກ່າວໃນວັນອັງຄານມື້ນີ້ວ່ານໍ້າໄດ້ຖ້ວມເມືອງຫາດ
ໃຫຍ່ສູນກາງການຄ້າໃນເຂດປູກຢາງພາລາຂອງໄທ.
ໂທລະສັບແລະໄຟຟ້າໄດ້ຖືກຕັດຢູ່ທີ່ເມືອງຫາດໃຫຍ່
ບ່ອນທີ່ປະຊາຊົນຈຳນວນຫຼາຍພັນຄົນບໍ່ສາມາດຫຼົບໜີໄປ
ຈາກເຮືອນຊານຂອງພວກເຂົາເຈົ້າໄດ້ນັ້ນ. ມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ໆກ່າວວ່າຢູ່
ໃນບາງເຂດລະດັບນໍ້າໄດ້ຖ້ວມສູງເຖິງ 4 ແມັດ. ຫາດໃຫຍ່ເປັນຫົວເມືອງທີ່ພວກນັກທ່ອງ
ທ່ຽວຈາກມາເລເຊຍແລະສິງກະໂປ ນິຍົມ​ໄປ​ທ່ຽວ​ກັນ.

ສ່ວນທີ່ປະເທດມາເລເຊຍເພື່ອນບ້ານທາງ​ທິດ​ໃຕ້ຂອງໄທນັ້ນ ໂຮງຮຽນຫຼາຍໆແຫ່ງໄດ້
ອັດລົງ ແລະມີການຍົກຍ້າຍປະຊາຊົນຫຼາຍກວ່າ 12,000 ຄົນໄປຢູ່ສູນຫຼົບໄພ. ລັດ
Perlis ແລະ Kedah ໃນພາກເໜືອຂອງມາເລເຊຍ ເປັນລັດທີ່ໄດ້ຮັບຜົນກະທົບຮ້າຍ
ແຮງສຸດ.

ເຈົ້າໜ້າທີ່ໄທກະປະມານວ່າເກືອບ 6 ລ້ານຄົນ ໄດ້ຮັບຜົນກະທົບຈາກໄພນໍ້າ ຖ້ວມຍ້ອນ
ຝົນຕົກໜັກໃນລະດູລົມມໍລະສຸມໃນຮອບສັບປະດາຜ່ານມາ. ນາຍົກລັດຖະມົນຕີໄທ ທ່ານ
ອະພິຊິດ ເວດຊາຊີວະ ເອີ້ນໄພນໍ້າຖ້ວມໃນຄັ້ງນີ້ເປັນໄພພິບັດທາງທຳມະຊາດທີ່ຮ້າຍແຮງ.

XS
SM
MD
LG