ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກະສັດໄທ ຊົງຍົກເລີກ ການປາກົດອົງ ເນື່ອງໃນ ວັນສະເຫຼີມ ພະຊົນພັນສາ


Thai King Cancels Appearance At 87th Birthday Celebration
please wait

No media source currently available

0:00 0:02:36 0:00

ເບິ່ງວີດີໂອ ກ່ຽວກັບ ກະສັດໄທ.

ກະສັດ ພູມິ​ພົນ ອາ​ດຸລຍະເດດ ຂອງ​ປະ​ເທດ​ໄທ​ ທີ່​ຊົງ​ປະຊວນ
ຢູ່ນັ້ນ ​ໄດ້​ຍົກ​ເລີກ​ແຜນ ທີ່​ຈະ​ສະ​ເດັດ​ອອກປາກົດ ພະວໍລະກາຍ
ໃຫ້ປະຊາຊົນ ໄດ້ເຫັນ ​ເນື່ອງໃນ​ຂີດ​ໝາຍວັນ​ຄ້າຍວັນປະສູດ ຫຼື ວັນສະເຫລີມພະຊົນພັນສາຄົບຮອບ 87 ປີຕາມຄຳ​ແນະນຳໂດ​ຍ​
ບັນດາທ່ານໝໍ​ຂອງພະ​ອົງ.

ການ​ຍົກ​ເລີກການປາກົດພະວໍລະກາຍ ​ໃນ​ວັນ​ສຸກ​ມື້​ນີ້ ​ໄດ້​ເຮັດ​
ໃຫ້ຫຼາຍພັນ​ຄົນ ຜູ້​ທີ່​ຈົ່ງ​ຮັກ​ພັກດີ ທີ່​ໄດ້​ຕັ້ງຄ້າຍ​ຢູ່​ນອກ​ໂຮງໝໍ​
ສີຣິຣາດ ໃນນະຄອນຫລວງ​ບາງ​ກອງນັ້ນ ​ເພື່ອ​ຫວັງ​ ທີ່ຈະ​ໄດ້​ມອງ
ເຫັນພະ​ອົງ ຊຶ່ງເປັນກະສັດທີ່ປົກຄອງ​ປະ​ເທດ ດົນ​ນານ​ທີ່​ສຸດ​
ໃນ​ໂລກ ພາກັນເສຍ​ອົກ​ເສຍ​ໃຈ.

ວັນ​ຄ້າຍວັນປະສູດ ​ຂອງ​ພະ​ອົງ ທີ່ຊາວ​ໄທເອີ້ນ​ກັນ​ວ່າ “ວັນ​ພໍ່” ນັ້ນ ​ແມ່ນ​ເປັນ​ວັນພັກ​
ແຫ່ງຊາດ. ພະ​ອົງ​ຊົງ​ອອກ​ມາ​ປາກົດ​ໂຕ​ ຕໍ່ສາຍຕາ​ມວນ​ຊົນ ຕາມ​ປະ​ເພນີ​ສະ​ເໝີ ​ແລະ
ຊົງໃຫ້​ພະໂອວາດສັ້ນໆ​ ແກ່ຝຸງ​ຊົນ​ຂອງ​ພະ​ອົງ.

THAILAND KING VOSOT
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG