ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະດີທຳລາຍຊື່ສຽງ ຢູ່ໄທ ເບິ່ງ​ກັນ​ວ່າ ເປັນການທົດສອບ ສິດ​ເສ​ລີ​ພາບ ຂອງ ສື່ມວນ​ຊົນ


Young people step on text of the Balfour Declaration, which is printed on a 100-meter red carpet during the opening ceremony of the 3rd Annual Red Carpet Festival for Human Rights Films in Gaza City. 
Young people step on text of the Balfour Declaration, which is printed on a 100-meter red carpet during the opening ceremony of the 3rd Annual Red Carpet Festival for Human Rights Films in Gaza City. 

ໃນ​ປະ​ເທດ​ໄທ ຄະ​ດີທຳລາຍ​ຊື່​ສຽງ ​ໄດ້​ຍື່ນຟ້ອງ​ໂດຍກອງທັບ
​ເຮືອ​ລາຊະ​ອານາຈັກ​ໄທ ຕໍ່ຜູ້ພິມ​ເຜີ​ຍ​ແຜ່ອອສ​ເຕຣ​ເລຍ ​ແລະ
​ນັກ​ຂ່າວ​ໄທ ​ອີກ​ຄັ້ງ​ນຶ່ງ​ ແມ່ນ ໄດ້ເນັ້ນຢ້ຳໃຫ້ເຫັນ ເຖິງການຈຳ
ກັດຮັດແຄບຂອງລັດຖະບານ​ທະຫານ ຕໍ່ສື່​ມວນ​ຊົນ. Ron
Corben ນັກ​ຂ່າ​ວວີ​ໂອ​ເອມີລາຍ​ງານ​ຈາກ​ບາງກອກຊຶ່ງ​
ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ.

ນັກ​ພິມ​ເຜີ​ຍ​ແຜ່ ຊາວ​ອອສເຕຣຍ​ເລຍ ທ່ານ Alan Morison ​ແລະ
​ນັກ​ຂ່າວ​ໄທ ນາງ Chutina Sidasathian ປະ​ເຊີນ​ໜ້າ​ກັບ​ການ
​ຖືກຕິດ​ຄຸກ​ເຈັດ​ປີ ​ໃນ​ຂໍ້​ກ່າວ​ຫາພົວພັນກັບການລາຍ​ງານ​ຂ່າວ​ເມື່ອ
ເດືອນມິຖຸນາ ປີ 2013 ທີ່​ໄດ້​ພິມເຜີຍ​ແຜ່ທາງອິນເຕີແນັດໂດຍແວັບ
​ໄຊ​ຕ໌ “Phuketwan.”

​ເລື້ອງ​ທີ່​ພິມເຜີ​ຍ​ແຜ່ ​ແມ່ນ​ຄັດມາ​ຈາກລາຍ​ງານຂອງອົງການ​ຂ່າວຣອຍ​ເຕີ ທີ່ໄດ້​ເປີດເຜີຍ​
ເຖິງເຄືອຂ່າຍການ​ລັກລອບ​ຊາວ​ໂຣງຮິງ​ຢາ​ມຸສລິ​ມ ຈາກ​ມຽນມາ ຜ່ານ​ປະ​ເທດ​ໄທ.

ລາຍ​ງານ​ໃນຂັ້ນຕົ້ນ​ໄດ້​ກ່າວ​ຫາ “ກອງທັບ​ເຮືອ​ໄທ” ວ່າ ​ໄດ້​ຜົນ​ກຳ​ໄລ​ຈາກ​ການ​ລັກລອບ
​ຄ້າມະນຸດ ​ແຕ່ Phuketwan ກ່າວ​ວ່າ ນີ້​ບໍ່​ໄດ້​ອ້າງອີງໂດ​ຍກົງ​ຕໍ່ກອງທັບເຮືອ​ລາຊະ​ອາ
ນ​າຈັກ​ໄທ.

ທັງ​ສອງ​ທ່ານ​ໄດ້​ໄປປາກົດ​ໂຕ​ຢູ່​ທີ່​ສານ​ໃນອາທິດແລ້ວ​ນີ້ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ
​ຫາທາງອາຍາໃນການ​ທຳລາຍ​ຊື່​ສຽງ. ອົງການ​ຂ່າວຣອຍ​ເຕີຊຶ່ງ​ມີບັນ ດາ​ນັກ​ຂ່າວຢູ່​ໃນ​
ປ​ະ​ເທດ​ໄທ ​ໄດ້​ຮັບລາງວັນ Pulitzer ຕໍ່​ການ​ລາຍ​ງານຂອງ​ເຂົາ​ເຈົ້າ ກ່ຽວ​ກັບຊາວໂຣຮິງ​
ຢາ​ໃນ​ປີ​ນັ້ນ ​ບໍ່​ໄດ້​ປະ​ເຊີນ​ໜ້າ​ກັບ​ການຖືກ​ກ່າວ​ຫາ​ແຕ່​ຢ່າງ​ໃດ.

ພວກ​ນັກ​ຂ່າວໄດ້​ຮັບການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງຈາກນາໆ​ຊາດຈາກ​ບັນດາ​ກຸ່ມ​
ປົກປ້ອງສິດທິ​ມະນຸດ ​ແລະ​ສື່​ມວນ​ຊົນ ພ້ອມ​ດ້ວຍສະຫະ​ປ​ະຊາ​ຊາດ ທີ່ທ່ານ Morison
​ໄດ້​ສະແດງການຕ້ອນຮັບເປັນ​ຢ່າງ​ດີນັ້ນ.

ຊາວອົບພະຍົບໂຣຮິງຢາ ຈຳນວນໜຶ່ງກຳລັງຢູ່ໃນຄວາມດິ້ນລົນ ໃນຂະນະທີ ກອງທັບເຮືືອໄທ ແກ່ເຮືອເຂົາເຈົ້າອອກສູ່ທະເລ
ຊາວອົບພະຍົບໂຣຮິງຢາ ຈຳນວນໜຶ່ງກຳລັງຢູ່ໃນຄວາມດິ້ນລົນ ໃນຂະນະທີ ກອງທັບເຮືືອໄທ ແກ່ເຮືອເຂົາເຈົ້າອອກສູ່ທະເລ

ທ່ານ Alan Morison ກ່າວ​ວ່າ “ມັນ​ເພິງ​ພໍ​ໃຈ​ທີ່ຮູ້​ວ່າ ຫລາ​ຍຄົນ​ໄດ້​ໃຫ້ການ​ສະໜັບ
ສະໜູນ ​ຕໍ່ຄວາມຄິດກ່ຽວກັບສິດເສລີພາບ ​ຂອງ​ສື່ມວນຊົນ ​ແລະ​ເສລີພາບໃນ​ການ
ສະ​ແດງ​ຄວາມຄິດຄວາມເຫັນ. ມັນ​ເປັນ​ປາກົດການທີ່ສຳຄັນ ໃນ​ຫລາຍ​ທາງ ​ເພາະ
ວ່າ ບັນ​ຫາ​ຊາວ​ໂຣຮິ​ງຢາ ​ແມ່ນເປັນ​ທີ່​ແຈ້ງຂາວ ​ແລະ​ເຊັ່ນ ດຽວ​ກັບ​ບັນຫາ​ຂອງ

ຄວາມຈຳເປັນໃນການມີ​ສື່​ມວນ​ຊົນ​ມີເສລີແລະ​ປະຊາທິປະ​ໄຕ.”

Phuketwan ​ໄດ້ລາຍ​ງານ​ກ່ຽວ​ກັບ​ການ​ຄ້າ​ມະນຸດມາ​ເປັນ​ເວລາ​ດົນ​ນານແລ້ວ. ​ໃນ​ເດືອນ
​ພຶດສະພາ​ປີ​ນີ້ ປະ​ເທດ​ໄທ ​ໃນ​ທີ່​ສຸດ ກໍ​ໄດ້​ເລີ້ມ​ທັບ​ມ້າງ ທີ່ນຳພາ​ໄປ​ສູ່​ການ​ຈັບ​ກຸມ​ຫລາຍ
​ສິບ​ຄົນ ຫລັງ​ຈາກ​ໄດ້ຄົ້ນພົບຂຸມ​ຝັງ​ສົບຂະໜາ​ດ​ໃຫຍ່ ​ຂອງ​ຊາວ​ມຸສລິ​ມໂຣຮິງ​ຢາ ທີ່​ມີເຖິງ
200 ຄົນ​ ຢູ່​ໃນ​ພາກໃຕ້​ຂອງປະ​ເທດ​ໄທ ​ແລະ​ປະ​ເທດມາ​ເລ​ເ​ຊຍທີ່ເປັນເພື່ອນ​ບ້ານ.

ບັນດາ​ນັກ​ຂ່າວຂອງ Phuketwan ​ໃນ​ເບື້ອງຕົ້ນ​ ໄດ້​ປະ​ຕິ​ເສດ​ ຕໍ່​ການສະ​ເໜີ​ໂດຍກອງ​
ທັບ​ເຮືອລາຊະອານາຈັກ​ໄທ ​ໃຫ້ຂໍ​ຂະມາ​ໂທດ​ຢ່າງ​ເປີດ​ເຜີຍ ​ແລະ​ກອງທັບ​ເຮືອ​ຈະ​ຍົກ
​ເລີກ​ການ​ກ່າວ​ຫາ. ບັນດາ​ນັກ​ຂ່າວ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ເຫັນ​ມີຄວາ​ມຈຳ​ເປັນ​ໃນ​ການ​ຂໍ​ຂະ
​ມາໂທດ ກ່ຽວກັບ​ການ​ປະ​ຕິ​ບັດວຽກ​ງານ​ຂອງເຂົາ​ເຈົ້າ.

ທ່ານ Benjamin Zawacki ນັກເຄື່ອນໄຫວເພື່ອ​ສິດທິ​ມະນຸດ​ ​ແລະ​ແຂກທີ່ໄດ້ ຮັບເຊີນ
ໃຫ້ໄປ​ຢ້ຽມຢາມ​ສະຖານບັດກົດໝາຍຂອງມະຫາວິທະຍາໄລ Havard ກ່າວ​ວ່າ ຄະດີ
ດັ່ງກ່າວນີ້​ເປັນ​ການ​ທົດສອບ​ກ່ຽວກັບ​ເສລີພາບ​ໃນດ້ານສື່ມວນຊົນ ​ແຕ່​ກໍຍັງ​ເປັນ​ການ​ທົດ
​ສອບ​ໃນຄວາມ​ພະຍາຍາມຂອງລັດຖະບານ​ທະຫານທີ່​ຢາກ ເຫັນ​ຄະດີນີ້ໄດ້ຮັບການ​ແກ້
​ໄຂ​ຢ່າງ​ເຕັມທີ່.

ທ່ານ Benjamin Zawacki ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່ເຫັນ​ວ່າ​ເຂົາ​ເຈົ້າຈະ​ຖືກ​ຕິ​ດ ຄຸກ ​ແລະ​ບໍ່​ເຫັນ​ວ່າ ​ເຂົາ​ເຈົ້າ​ຈະ​ຂໍ​ຂະມາ​ໂທດເຊັ່ນ​ກັນ ​ເພາະສະ​ນັ້ນ ທ່ານຈະເຫັນ
ເທັກ​ນິກການແກ້ໄຂດ້ານ​ກົດໝາຍ ​ໂດຍໃຫ້ຍົກເລີກຄະດີ ຫລື​ທ່ານ​ຈະເຫັນການ
ຕັດສິນ​ລົງ​ໂທດ ​ແລະ​ໃຫ້​ເຂົ້າເຈົ້າ​ໄດ້ຮັບການອະໄພ ຫລື​ຖືກ​ປັບ​ໃໝ​ເລັກ​ນ້ອຍ ​
ແລະ
ຝາກໂທດ ຫລື​ແມ່ນຫຍັງໃນທຳນອງນັ້ນ ນີ້ຄື​ຄວາມ​ຄາດໝາຍ​ຂອງຂ້າພະ​ເຈົ້າ.”

​ໃນ​ຂະນະ​ ທີ່ໝາຍກຳນົດການດຳເນີນຄະດີ ​ແລະ​ການ​ຮັບ​ຟັງຄຳໃຫ້ການຂອງຈຳເລີຍ
ໄດ້ມີຂຶ້ນ​ໃນ​ອາທິດແລ້ວ​ນີ້ ແຕ່ການ​ຕັດສິນຄະດີຂັ້ນ​ສຸດ​ທ້າຍຍັງບໍ່ທັນມີຂຶ້ນ ເທື່ອຈົນ​ກວ່າ
ກາງ​ເດືອນ​ສິງຫາຈະ​ມາ​ເຖິງ​ນີ້.

ທ່ານ Kingsley Abbott ທີ່​ປຶກສາ​ດ້ານ​ກົດໝາຍ ​ແກ່ຄະນະ​ກຳມະການ​ຕຸລາ ການສາກົນ
ກ່າວ​ວ່າ ລັດຖະບານ​ໄທ​ຄວນແຍກໄວ້ຕາງຫາກ ​ແທນ​ທີ່​ຈະ​ປ່ອຍ ໃຫ້ນຳເອົາຄະດີນີ້ໄປ
ຂຶ້ນສານ.

ທ່ານ Kingsley Abbott ກ່າວ​ວ່າ “ຄວາມ​ເປັນ​ຫ່ວງ​ຂັ້ນ​ຕົ້ນ​ຂອງ​ເຮົາ ຢູ່​ໃນ​ປັດຈຸບັນ​ນີ້ ກໍ​ແມ່ນຢາກໃຫ້ມີການດຳ​ເນີນ​ຄະດີຢ່າງທ່ຽງ​ທຳ ​ແກ່​ນັກ​ຂ່າວ​ສອງ​ຄົນ ​ແລະ ຂ້າພະ​ເຈົ້າ​ສາມາດ​ພຽງ​ແຕ່​ກ່າວ​ຢໍ້າ ເຖິງການຮຽກຮ້ອງທີ່ມີຂຶ້ນກ່ອນ​ໜ້ານີ້ວ່າ ການ​ກ່າວ​ຫາ​ເຫລົ່າ​ນີ້​ຄວນຖືກ​ຍົ​ກ​ເລີກໂດຍທັນທີ ​ແລະ​ບໍ່​ມີ​ເງື່ອນ​ໄຂ​ໃດໆຕໍ່​ນັກ​ຂ່າວ​ທັງ​ສອງ. ​ເຫດຜົນ​ເບື້ອງ​ຕົ້ນກໍ​ຄື ພວກ​ເຮົາ​ມີຄວາມ​ເປັນ​ຫ່ວງ​ໃນການນຳໃຊ້ກົດໝາຍອາຍາ
ກ່ຽວກັບການທຳລາຍ​ຊື່​ສຽງ ​ເພື່ອຟ້ອງຮ້ອງໃນອັນ​ທີ່​ເຫັນ​ວ່າ ເປັນ​ສິດເສລີພາບ
ການປາກເວົ້ານັ້ນ.”

ສະພາບກ່ຽວກັບສິດເສລີພາບຂອງສື່ ​ມວນ​ຊົນ​ໄທແມ່ນໄດ້ຮັບ​ຄວາມ​ກົດ​ດັນ ຮວມທັງ
ພາຍ​ໃຕ້ລັດຖະບານ​ພົນລະ​ເຮືອນ​ຫວ່າງ​ມໍ່ໆ​ມາ​ນີ້ ​ເຊັ່ນວ່າ ລັດຖະບານ​ທີ່​ຖືກ​ໂຄ່ນ​ລົ້ມຂອງ
ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ.

ອົງການ ​ນັກ​ຂ່າວບໍ່​ມີ​ພົມ​ແດນ ທີ່ມີ​ຫ້ອງການ​ຢູ່ນະຄອນຫຼວງ​ປາຣີ ​ໄດ້​ຈັດອັນດັບ ປະ​ເທດ
​ໄທໃຫ້ຢູ່ໃນ​ລະດັບທີ 134 ຫລຸດລົງຈາກ 130 ​ໃນ​ປີ 2014. ອົງການ ​ຄຸ້ມຄອງສື່​ມວນ​ຊົນ​
Freedom House ​ໄດ້​ຈັດໃຫ້​ສື່ມວນ​ຊົນ​ໄທ ຢູ່ໃນກຸ່ມທີ່ “ບໍ່​ມີ​ເສລີພາບ.” ​

XS
SM
MD
LG