ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍພົນ ປຣະຍຸດ ຈັນໂອຊາ ກ່າວ​ວ່າ​ ຕົນ​ໄດ້​ຮັບ​ ພະຣາ​ຊະ​ທານ ຈາກ​ເຈົ້າຊີວິດ​ໄທ (ວີດີໂອ)


ຜູ້​ບັນຊາ​ການກອງທັບ​ບົກ​ໄທ ​ແລະ ຜູ້ນຳໃນການກໍ່ລັດຖະ
ປະຫານ ນາຍພົນ ປຣະຍຸດ ຈັນໂອຊາ ກ່າວ​ວ່າ​ ຕົນ​ໄດ້​ຮັບ​
ພະຣາ​ຊະ​ທານ ຢ່າງ​ເປັນ​ທາງ​ການ​ ຈາກ​ເຈົ້າຊີວິດ​ໄທ.
ຜູ້​ບັນຊາ​ການກອງທັບ​ບົກ​ໄທ ​ແລະ ຜູ້ນຳໃນການກໍ່ລັດຖະ ປະຫານ ນາຍພົນ ປຣະຍຸດ ຈັນໂອຊາ ກ່າວ​ວ່າ​ ຕົນ​ໄດ້​ຮັບ​ ພະຣາ​ຊະ​ທານ ຢ່າງ​ເປັນ​ທາງ​ການ​ ຈາກ​ເຈົ້າຊີວິດ​ໄທ.
ຜູ້​ບັນຊາ​ການກອງທັບ​ບົກ​ໄທ ​ແລະ ຜູ້ນຳໃນການກໍ່ລັດຖະ
ປະຫານ ນາຍພົນ ປຣະຍຸດ ຈັນໂອຊາ ກ່າວ​ວ່າ​ຕົນ​ໄດ້​ຮັບ​
ພະຣາ​ຊະ​ທານ ຢ່າງ​ເປັນ​ທາງ​ການ​ ຈາກ​ເຈົ້າຊີວິດ​ໄທ ​ໃນ​
ຕຳ​ແໜ່​ງ ຜູ້​ນຳ​ ຄະນະປົກຄອງທະຫານຂອງໄທ ທີ່​ຈະ​ບໍລິຫານ
​ປະ​ເທດຊາດ.

ຢູ່​ໃນ​ຄຳ​ຖະ​ແຫລ​ງ ຕໍ່​ຜູ້​ສື່​ຂ່າວ ​ທີ່ໄດ້ອອກທາງ​ໂທລະ​ພາບ​ ໃນ
ວັນ​ຈັນມື້​ນີ້​ນາຍ​ພົນ ດັ່ງກ່າວ ຍັງ​ເວົ້າຕື່ມ​ວ່າ ທ່ານ​ບໍ່​ມີ​ທາງ​ເລືອກ
ອື່ນ​ໃດ ນອກຈາກ​ການ​ໃຊ້​ກຳລັງ​ ຖ້າ​ຫາກ​ມີ​ການ​ປະ​ທ້ວງ ​ລະ
​ເບີດ​ຂຶ້ນອີກ. ທ່ານ​ເວົ້າວ່າ​ຈະ​ເພັ່ງເລັ່ງ ໃຫ້​ມີ​ການ​ເລືອກ​ຕັ້ງ​ໂດຍ
​ໄວ ​ແຕ່​ກໍບໍ່​ໄດ້​ປະກາດ​ໃຫ້​ຊາບ​ ເຖິງ​ວັນ​ເວລາຂອງ​ການ​ເລືອກ​ຕັ້ງ.

ທ່ານ ປຣະຍຸດ ​ໄດ້​ຕັດ​ການ​ຖະ​ແຫລ​ງ​ຂ່າວໃຫ້​ສັ້ນລົງ​ ໂດຍ​ກະທັນຫັນ ​ໃນ​ເວລາ​ຜູ້​ສື່​ຂ່າວ ທ່ານ​ໜຶ່ງ​ຕັ້ງຄຳ​ຖາມຂຶ້ນ​ມາ.

ການ​ປະກາດຖະ​ແຫລ​ງການ​ດັ່ງກ່າວ​ ໄດ້​ມີ​ຂຶ້ນພຽງນ່ຶງ​ມື້​ ພາຍ​ຫຼັງຈາກຜູ້​ນຳ​ຂອງ​ທະຫານ​
ຕ່າງໆ ​ໄດ້​ເຕືອນ​ພວກ​ປະ​ທ້ວງວ່າ ການ​ໂຮມ​ຊຸມ​ນຸມຕໍ່ຕ້ານ​ການລັດຖະປະຫານ​ໃດໆ ​ຈະ​ບໍ່​ສາມ​າດຍອມ​ຮັບ​ໄດ້.

ຄຳ​ເຕືອນ​ດັ່ງກ່າວ​ຖືກ​ປະກາດອອກ​ມາ ຫຼັງຈາກໄດ້​ມີ​ການ​ປະ​ທະ​ກັນ​ລະຫວ່າງຝ່າຍທະຫານ
​ແລະ ພວກ​ປະ​ທ້ວງ ຫຼາຍຄັ້ງ​ແລ້ວ ​ທົ່ວ​ປະ​ເທດ​ໃນວັນ​ອາທິດມື້ວານ​ນີ້.

​ບັນດາເຈົ້າໜ້າ​ທີ່​ກອງທັບບົກ ​ເວົ້າ​ວ່າ​ຈະ​ທຳ​ການ​ຈັບ​ກຸມ​ ພວກ​ປະ​ທ້ວງ​ ​ເອົາຂັງໄວ້​ໃນ​ຂຸກ ​ແລະ ​ເອົາ​ຂຶ້ນສານ​ທະຫານ.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:02:13 0:00
XS
SM
MD
LG