ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທຖືກກ່າວຫາວ່າ ໃຊ້ລະເບີດລູກຫວ່ານ ໃສ່ກໍາລັງກໍາປູເຈຍ


ພະນັກງານເກັບກູ້ລະເບີດກໍາປູເຈຍຄົນນຶ່ງກໍາລັງເບິ່ງກອງກະສອບລູກປືນ
ໃຫຍ່ແລະລະເບີດມືທີ່ປະຖິ້ມໄວ້ ໃນເມືອງພອຍເພັດ ຂອງກໍາປູເຈຍ.
ພະນັກງານເກັບກູ້ລະເບີດກໍາປູເຈຍຄົນນຶ່ງກໍາລັງເບິ່ງກອງກະສອບລູກປືນ ໃຫຍ່ແລະລະເບີດມືທີ່ປະຖິ້ມໄວ້ ໃນເມືອງພອຍເພັດ ຂອງກໍາປູເຈຍ.
























ກຸ່ມ​ສົ່ງ​ເສີມ​ສິດທິ​ມະນຸດ​ທີ່ເປັນ​ອິດ​ສະລະ​ກຸ່ມ​ນຶ່ງ​ກ່າວ​ວ່າ ​ໄທ​ໃຊ້​ລະ​ເບີດລູກ​ຫວ່ານ​ຕໍ່​ກໍາລັງ
ຂອງ​ກໍາປູ​ເຈຍ​ໃນ​ລະຫວ່າງ​ການ​ປະ​ທະ​ກັນ​ບັ້ນ​ນຶ່ງໃນ​ຂົງ​ເຂດ​ທີ່ເປັນ​ບັນຫາ​ໂຕ້​ແຍ່ງ​ກັນເລາະ
ຕາມ​ຊາຍ​ແດນ​ຂອງ​ພວກເຂົາ​ເຈົ້າ​ໃນ​ຕົ້ນ​ປີ​ນີ້.

ກຸ່ມ Cluster Munitions Coalition ຊຶ່ງ​ຊຸກຍູ້​ໃຫ້​ມີ​ການ​ກໍາຈັດ​ພວກລະ​ເບີດ​ລູກ​ຫວ່ານ
ຖິ້ມ​ນັ້ນ ກ່າວ​ວ່າ ຕົນ​ໄດ້​ສົ່ງ​ຜູ້ຕາງໜ້າ​ຂອງ​ຕົນ 2 ຈຸ​ໄປ​ຍັງ​ຂົງ​ເຂດ​ອ້ອມ​ແອ້ມ​ວັດ​ເຂົາ​ພະ​ວິ​
ຫານ​ທີ່​ເກົ່າ​ແກ່ ​ແລະ​ໄດ້​ພົບເຫັນ​ວ່າ ຂົງ​ເຂດ​ທີ່​ວ່າ​ນີ້​ແມ່ນ​ເຕັມ​ໄປ​ດ້ວຍ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່
ທັນ​ແຕກແລະ​ເຫັນ​ຮ່ອງຮອຍ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພວກ​ລູກ​ລະ​ເບີດ​ທີ່ແຕກໄປແລ້ວ
ແລະ​ກ່າວ​ຕື່ມ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄທ​ໄດ້​ກ່າວ​ຢືນຢັນກ່ຽວ​ກັບ​ການ​ໃຊ້​ພວກ​ອາວຸດ​ເຫລົ່າ​ນີ້​
ໃນ​ລະຫວ່າງ​ການ​ພົບ​ປະກັນ​ກັບ​ກຸ່ມ CMC ຫລື Cluster Munitions Coalition ​ໃນ
ວັນ​ອັງຄານ​ວານ​ນີ້.

ກຸ່ມ CMC ກ່າວ​ວ່າ ອັນ​ນີ້​ນັບ​ວ່າ​ເປັນການ​ໃຊ້​ອາວຸດ​ເຫລົ່າ​ນີ້​ຄັ້ງ​ທໍາ​ອິດ ຊຶ່ງສາມາດເອົາ
ຊີວິດຫລື​ເຮັດ​ໃຫ້​ຜູ້​ຄົນຜູ້​ໃດ​ກໍ​ຕາມ​ທີ່ຢູ່​ໃນ​ບໍລິ​ເວນ​ກວ້າງ​ໄກໄດ້​ຮັບ​ບາດ​ເຈັບ​ໄດ້​ເວລາພວກ
ລະ​ເບີດ​ເຫລົ່າ​ນີ້​ແຕກ​ຂຶ້ນ​ນັ້ນ ນັບ​ແຕ່ສົນທິສັນຍາ​ຂອງ​ໂລກ​ວ່າ​ດ້ວຍ​ພວກ​ລະ​ເບີດ​ລູກ​ຫວ່ານ
ມີ​ຜົນບັງຄັບ​ໃຊ້​ມາ​ໃນ​ປີ 2010 ນັ້ນ.

ທ່ານ​ນາງ Laura Cheeseman ຜູ້​ອໍາ​ນວນ​ການ​ກຸ່ມ CMC ​ເອີ້ນການ​ເຄື່ອນ​ໄຫວ​ຂອງໄທ
ວ່າ ເປັນ​ການ​ຂາດຈິດ​ສໍານຶກ​ແລະ​ບໍ່​ຊອບ​ທໍາ. ສົນທິສັນຍາ​ສະບັບ​ນີ້​ໄດ້​ຮັບ​ການ​ໃຫ້​ສັດຕະຍາ
ບັນ​ຫລາຍ​ກວ່າ 50 ປະເທດ ​ແລະ​ມີ​ອີກ​ຫລາຍ​ກວ່າ 50 ປະ​ເທດ​ທີ່​ໄດ້​ລົງ​ນາມ​ໄປ​ແລ້ວ​ແຕ່​
ຍັງ​ບໍ່​ທັນ​ໄດ້​ໃຫ້​ສັດຕະຍາບັນ​ເທື່ອ. ກຸ່ມ CMC ກ່າວ​ວ່າ ​ໄທ​ໄດ້​ເປັນ​ຜູ້​ນໍາພາ​ປະ​ເທດ​ນຶ່ງ​ໃນ
ການ​ຫ້າມໃຊ້​ລະ​ເບີດ​ຝັງ​ດິນ​ຕໍ່ຕ້ານ​ມະນຸດ​ຂອງ​ໂລກ​ນີ້ ແຕ່​ຍັງ​ບໍ່​ທັນ​ໄດ​ລົງ​ນາມ​ໃນ​ສົນທິສັນຍາ
ວ່າ​ດ້ວຍ​ການ​ຫ້າມ​ລະ​ເບີດ​ລູກຫວ່ານ​ນີ້​ເທື່ອ.

XS
SM
MD
LG