ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການ ໄທ ຮັບຊື້ກະແສໄຟຟ້າຈາກ ລາວ ໃນອັດຕາສະເລ່ຍ 2.50 ບາດຕໍ່ກິໂລວັດ/ໂມງ


ນາຍົກລັດຖະມົນຕີ ໄທ ພົບປະກັບ ນາຍົກລັດຖະມົນຕີ ລາວ ໃນລະຫວ່າງກອງປະຊຸມສຸດຍອດ ອາຊຽນ
ນາຍົກລັດຖະມົນຕີ ໄທ ພົບປະກັບ ນາຍົກລັດຖະມົນຕີ ລາວ ໃນລະຫວ່າງກອງປະຊຸມສຸດຍອດ ອາຊຽນ

ທາງການ ໄທ ຮັບຊື້ກະແສໄຟຟ້າຈາກ ລາວ ໃນອັດຕາສະເລ່ຍ 2.50 ບາດຕໍ່ກິໂລວັດ/ ໂມງ ໂດຍເປັນລາຄາກາງສຳລັບການຮັບຊື້ກະແສໄຟຟ້າຈາກ ລາວ ໃນປະລິມານລວມທັງ ໝົດ 9,000 ເມກະວັດ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຂອງ ລາວ ກັບທ່ານພົນເອກ ອານັນຕະພອນ ການຈະນາຣັດ ລັດຖະມົນຕີວ່າການກະຊວງພະລັງ ງານຂອງ ໄທ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມວ່າດ້ວຍການຊື່-ຂາຍກະແສໄຟ ຟ້າ ລະຫວ່າງ ໄທ-ລາວ ໃນປະລິມານລວມ 9,000 ເມກະວັດເມື່ອບໍ່ນານມານີ້ຢູ່ນະຄອນ ຫຼວງວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ກັບ ພົນເອກ ປຣະຍຸດ ຈັນໂອຊາ, ນາຍົກລັດ ຖະມົນຕີທັງສອງປະເທດຮ່ວມເປັນສັກຂີພິຍານໃນການລົງນາມຄັ້ງນີ້ດ້ວຍ.

ທັງນີ້ໂດຍລັດຖະບານ ໄທ ໄດ້ອະນຸມັດແຜນການຮັບຊື້ກະແສໄຟຟ້າຈາກ ລາວ ເພີ່ມຂຶ້ນ ຈາກ 7,000 ເມກະວັດເປັນ 9,000 ເມກະວັດ ກ່ອນການລົງນາມດັ່ງກ່າວ ໂດຍເປັນການ ພິຈາລະນາຕາມການຕ້ອງການຮ້ອງຂໍຂອງລັດຖະບານ ລາວ ທີ່ຕ້ອງການຈະເພີ່ມການ ຂາຍກະແສໄຟຟ້າໃຫ້ ໄທ ເປັນ 10,000 ເມກະວັດ ແຕ່ເນື່ອງຈາກວ່າແຜນການພັດທະ ນາກຳລັງການຜະລິດໄຟຟ້າຂອງ ໄທ ໃນຊ່ວງປີ 2015-2035 ໄດ້ກຳນົດໃຫ້ສາມາດຮັບ ຊື້ກະແສໄຟຟ້າຈາກຕ່າງປະເທດໄດ້ໃນສັດສ່ວນ 20 ເປີເຊັນຂອງກຳລັງການຜະລິດໄຟ ຟ້າພາຍໃນທັງໝົດ ແລະ ຕ້ອງການຮັບຊື້ຈາກຫຼາຍປະເທດ ເພື່ອຄວາມໝັ້ນຄົງດ້ານພະ ລັງງານດ້ວຍນັ້ນ ຈຶ່ງສາມາດຮັບຊື້ກະແສໄຟຟ້າຈາກ ລາວ ໄດ້ເພີ່ມຂຶ້ນອີກພຽງບໍ່ເກີນ 2,000 ເມກະວັດເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ໂດຍອີງຕາມບັນທຶກຄວາມເຂົ້າໃຈຮ່ວມສະບັບໃໝ່ດັ່ງກ່າວນີ້ກໍເຮັດໃຫ້ ລັດຖະບານ ລາວ ມີພັນທະທີ່ຈະຕ້ອງສົ່ງກະແສໄຟຟ້າໃຫ້ ໄທ ຢ່າງຄົບຖ້ວນທັງ 9,000 ເມກະວັດນັບຈາກປີ 2019 ເປັນຕົ້ນໄປ ຊຶ່ງມີລາຄາຊື້-ຂາຍຢູ່ທີ່ອັດຕາສະເລ່ຍ 2.50 ບາດ ຕໍ່ກິໂລວັດ/ໂມງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ທີ່ຮັບຜິດຊອບໃນການຮັບຊື້ກະແສໄຟຟ້າຈາກ ລາວ ໄດ້ໃຫ້ການຢືນຢັນວ່າ

"ທີ່ເຮົາຊື້ໄຟຟ້າຈາກ ລາວ ນີ້ ກໍລາຄາຊື້-ຂາຍນີ້ ກໍອາດຈະຢູ່ປະມານ 2 ບາດປາຍ ເຖິງ 2 ບາດ 50 ສະຕາງ ຊຶ່ງກໍຖືວ່າເຮົາໄດ້ຟຟ້າທີ່ເຮັດໃຫ້ຕົ້ນທຶນໄຟຟ້າຂອງປະເທດເຮົານີ້ ສາມາດທີ່ຈະເຮັດໃຫ້ລາຄານີ້ ມັນບໍ່ແພງເກີນໄປດ້ວຍ ອັນນີ້ກໍຕ້ອງຖືເປັນຄວາມຮ່ວມມື ລະຫວ່າງ ລັດຖະບານປະເທດ ລາວ ກັບ ປະເທດ ໄທ."

ໂດຍໃນປີ 2015 ໄທ ຊື້ກະແສໄຟຟ້າຈາກ ລາວ ຄິດເປັນມູນຄ່າຫຼາຍກວ່າ 13,548 ລ້ານ ບາດ ແລະ ໃນຊ່ວງ 7 ເດືອນຂອງປີ 2016 ນີ້ກໍປະກົດວ່າ ໄທ ຊື້ກະແສໄຟຟ້າຈາກ ລາວ ແລ້ວຄິດເປັນມູນຄ່າລວມເກີນກວ່າ 14,000 ລ້ານບາດສ່ວນທາງດ້ານທ່ານ ຄຳມະນີ ອິນ ທິລາດ ກໍໄດ້ໃຫ້ການຢືນຢັນວ່າວິໄສທັດການພັດທະນາພາກພະລັງງານທີ່ລັດຖະບານ ລາວ ໄດ້ວາງອອກເຖິງປີ 2025 ຄືການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານ ໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງ ອາຊຽນ ໃຫ້ໄດ້ໂດຍຄາດໝາຍວ່າຈະສາມາດຜະລິດ ພະລັງງານໄຟຟ້າໄດ້ 10,000 ເມກະວັດໃນປີິ 2020 ແລະ ເພີ່ມຂຶ້ນເປັນ 15,000 ເມກະ ວັດໃນປີິ 2025.

ພ້ອມກັນນີ້ ທາງການ ລາວ ກໍຍັງໄດ້ວາງເປົ້າໝາຍທີ່ຈະທຳການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າກັບ ໄທ,​ ມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ໃນປີ 2016 ນີ້ອີກດ້ວຍ ເພາະ ວ່າການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ປະເທດສະມາຊິກ ອາຊຽນ ດ້ວຍ ກັນ (ASEAN Power Grid) ກໍຄືເປົ້າໝາຍທີ່ຈະຕອບສະໜອງພະລັງງານໄຟຟ້າໃຫ້ກັບ ປະເທດໃນ ອາຊຽນ ດ້ວຍກັນຢ່າງພຽງພໍ ໂດຍລັດວິສາຫະກິດໄຟຟ້າ ລາວ ໄດ້ຕົກຂາຍ ພະລັງງານໄຟຟ້າ 100 ເມກະວັດໃຫ້ກັບ ສິງກະໂປ ເມື່ອບໍ່ນານມານີ້.

ທາງດ້ານທ່ານ Maximus Ongkili ລັດຖະມົນຕີວ່າການກະຊວງພະລັງງານຂອງ ມາເລ ເຊຍ ກໍຢືນຢັນວ່າລັດຖະບານ ມາເລເຊຍ ຕ້ອງການທີ່ຈະດຳເນີນການສຶກສາ ກ່ຽວກັບ ຜົນກະທົບຈາກແຜນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າຈາກ ລາວ ຜ່ານ ໄທ ແລະ ມາເລ ເຊຍ ຕໍ່ໄປຍັງ ສິງກະໂປ ຢ່າງຮອບດ້ານກ່ອນທີ່ຈະມີການລົງນາມໃນຂໍ້ຕົກລົງດັ່ງກ່າວ ລະ ຫວ່າງ 4 ປະເທດໃນໄລຍະຕໍ່ໄປ.

ກ່ອນໜ້ານີ້ ລັດຖະບານຂອງທັງ​ 4 ປະເທດກໍໄດ້ມີການແຕ່ງຕັ້ງຄະນະປະຕິບັດງານຂຶ້ນ ມາຮັບຜິດຊອບໃນກັນຈັດທຳຂໍ້ຕົກລົງ ລະຫວ່າງ ກັນສຳເລັດສົມບູນແລ້ວ ໂດຍປະກອບ ມີເນື້ອໄນສຳຄັນ 4 ດ້ານດ້ວຍກັນກໍຄືດ້ານເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດ ໝາຍ ແລະ ດ້ານການບໍລິຫານທີ່ຈະຖືເປັນຫຼັກການປະຕິບັດຮ່ວມກັນຕໍ່ໄປ.

XS
SM
MD
LG