ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໄທອະນຸມັດ 1,600 ລ້ານກ່ວາບາດ ເພື່ອເຊຶ່ອມຕໍ່ ທາງລົດໄຟ ໃຫ້ລາວ


ທ່ານບຸນຍັງ ວໍລະຈິດ ຕ້ອນຮັບອົງມົງກຸດລາຊະກຸມາລີຂອງໄທ ໃນພິທີໄຂສະຖານີລົດໄຟ ທີ່ທ່ານາແລ້ງ.
ທ່ານບຸນຍັງ ວໍລະຈິດ ຕ້ອນຮັບອົງມົງກຸດລາຊະກຸມາລີຂອງໄທ ໃນພິທີໄຂສະຖານີລົດໄຟ ທີ່ທ່ານາແລ້ງ.

ລັດ​ຖະບານ​ໄທໄດ້​ອະນຸມັດ​ງົບປະມານ​ຫລາຍ​ກວ່າ 1,600 ລ້ານ​ບາດ​ ສຳລັບ​ເຊື່ອມຕໍ່ທາງ​ລົດ​ໄຟ​ ຈາກ​ທ່າ​ນາ​ແລ້ງ​ເຂົ້າ​ໄປ​ໃນ​ນະຄອນ​ຫລວງວຽງ​ຈັນ.​ ນອກຈາກ​ນີ້ ​ຍັງ​ໄດ້​ເຈລະຈາກັບ​ທາງ​ການ​ຈີນ ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ລະ​ຫວ່າງ​ຈີນ​ກັບ​ໄທ ​ແລະ​ອາ​ຊຽນດ້ວຍ.

ທ່ານ ທະຣາດົນ ປ່ຽມ​ພົງສາ​ນ ຮອງ​ເລຂາ​ທິການ​ນາ​ຍົກ ​ລັດຖະມົນຕີ​ໄທ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ ກອງປະຊຸມຄະນະ ​ລັດຖະບານ​ໄທ​ ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ​ອະພິ ສິດ ​ເວ​ດຊາ​ຊິ​ວະ ນາ​ຍົກ​ລັດຖະມົນຕີ​ໄທ ​ໄດ້​ອະນຸມັດ​ງົບ ປະມານ​ເພື່ອ​ໃຫ້ການ​ສະ​ໜັບ​ສະໜູນ 2 ​ໂຄງການ​ພັດທະ ນາ​ ທາງ​ດ້ານ​ຄົມມະ​ນາ​ຄົມ -ຂົນ​ສົ່ງ​ໃນ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 3 ພັນ​ລ້າ​ນບາດ​ ເມື່ອ​ບໍ່ນານມາ​ນີ້.

ໂຄງການ​ທຳ​ອິດທີ່​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະໜູນຈາກ​ລັດຖະບານ​ໄທ ​ຕາມ​ການ​ອະນຸມັດ ງົບປະມານ​ໃນ​ຄັ້ງ​ນີ້ ກໍ​ຄື​ໂຄງການ​ພັດທະນາ​ປັບປຸງ​ຖະນົນ​ເລກ 11 ທີ່​ເປັນ​ເສັ້ນທາງ​ລຽບ​ຕາມ​ຕາ​ຝັ່ງນໍ້າຂອງ​ຈາກ​ບ້ານ​ທາດທອງ​ ໄປ​ເຖິງ​ບ້ານ​ນໍ້າ​ສັງ​ ໄລ​ຍະ​ທາງ​ຍາວ​ປະມານ 56 ຫລັກ​ກິ​ໂລ​ແມັດ ຊຶ່ງ​ຈະ​ໃຊ້​ງົບປະມານ​ໃນ​ການ​ດຳ​ເນີນ​ງານ ​ເຖິງ 1,390 ລ້ານ​ບາດ ຫລື​ຫລາຍ​ກວ່າ 354 ຕື້​ກີບ ດ້ວຍ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ໃຫ້​ເປັນ​ເສັ້ນທາງ ​ສຳລັບ​ຮອງ​ຮັບ​ການທ່ອງທ່ຽວ​ຕາມ​ແນວ​ແມ່​ນໍ້າຂອງ​ ລະ​ຫວ່າງ​ລາວ​ກັບ​ໄທ​ພາຍ​ໃນ​ປີ 2014. ສ່ວນ​ອີກ​ໂຄງ ການ​ນຶ່ງ​ນັ້ນ ກໍ​ຄື​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ເຊຶ່ອມຕໍ່ ຈາກ​ສະຖານີ​ທ່າ​ນາ​ແລ້ງ ຫລື​ບ້ານ​ດົງ​ໂພ​ສີ​ ເຂົ້າ​ໄປ​ຍັງ​ບ້ານ​ຄໍາ​ສະຫວາດ​ໃນເຂດ​ນະຄອນ​ຫລວງວຽງ​ຈັນ ຊຶ່ງ​ຈະ​ໃຊ້​ງົບປະມານ​ໃນ​ການ​ກໍ່ສ້າງ​ເຖິງ 1,650 ລ້ານ​ບາດ ຫລື​ຫລາຍ​ກວ່າ 420 ຕື້​ກີບ ​ໂດຍ​ຈະ​ເລີ່​ມລົງມື​ກໍ່ ສ້າງ​ຕັ້ງແຕ​ຕົ້ນ​ປີໜ້າ​ໄປ ເພື່ອ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ປີ 2014 ​ເປັນ​ຢ່າງ​ຊ້າ.

ທາງ​ດ້ານ​ທ່ານ​ອະພິສິດ ​ເວ​ດຊາ​ຊີວະ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ໃຫ້ການ​ສະ​ໜັບ​ສະໜູນ ​ໂຄງການ​ກໍ່ສ້າງ​ທາງລົດ​ໄຟ​ໃນ​ລາວ​ດັ່ງກ່າວ​ນີ້ ຖື​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນການ​ພັດ ທະນາ​ການ​ເຊຶ່ອມຕໍ່​ທາງ​ລົດ​ໄຟ​ໄທ ​ກັບປະ​ເທດ​ເພື່ອນບ້ານ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ແລະ ​ໃນ​ພູມິ​ພາກ​ອາ​ຊ່ຽນດ້ວຍ​ກັນ ​ໂດຍ​ເມື່ອ​ບໍ່​ດົນ​ມາ​ນີ້ ທາງ​ການ​ໄທ​ແລະ​ທາງ​ການຈີນ​ ກໍ​ຍັງ​ໄດ້ ​ເຈລະຈາ​ກັນ​ກ່ຽວ​ກັບ​ແຜນການ​ເຊຶ່ອມຕໍ່​ການ​ຄົມມະ​ນາ​ຄົມ-ຂົນ​ສົ່ງ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າ ຂອງ​ ແລະ​ອາຊ່ຽນ ໂດຍ​ລົດ​ໄຟ​ຄວາມ​ໄວ​ສູງ​ອີກ​ດ້ວຍ ຊຶ່ງ​ກໍ​ຖື​ວ່າ​ເປັນ​ການ​ເລີ່​ມຕົ້ນ​ທີ່​ດີ ​ແລະ​ກໍ​ ຈະ​ມີ​ການ​ເຈລະຈາ​ກັນ​ໃນ​ລາຍ​ລະ​ອຽດທີ່​ເປັນ​ຮູບ​ປະ​ທໍາ​ຕໍ່​ໄປ​ ດັ່ງ​ທີ່​ທ່ານ​ອະພິສິດໄດ້​ກ່າວ​ຊີ້​ແຈງ​ວ່າ:

“ເຮົາກໍ​ຍັງມີ​ການ​ເດີນ​ໜ້າ​ໃນ​ການສະ​ແຫວງ​ຫາ​ຄວາມ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ ຢ່າງ​ເຊັ່ນ​ ໃນ​ເວລາ​ນີ້​ ກໍ​ມີ​ທາງ​ການຈີນ​ທີ່​ເຂົ້າມາ​ເຈລະຈາໃນ​ການ​ທີ່​ຈະ​ດຳ​ເນີນ​ການ​ຫາ​ລູ່​ທາງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການເຮັດ​ລົດ​ໄຟ​ຄວາມ​ໄວ​ສູງ ຄື ປະມານ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ທັງ​ເສັ້ນທາງ​ພິ​ເສດ​ແລະ​ກໍ​ເສັ້ນທາງ​ຕ່າງໆ​ທົ່ວ​ປະ​ເທດດ້ວຍ ​ເພື່ອ​ເຊຶ່ອມ​ໂຍງກັບ​ພູ​ມີ​ພາກ​ ເພື່ອ​ທີ່​ຈະ​ນໍາ​ໄປ​ສູ່​ການ​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ ທີ່​ຄອບ​ຄຸມ​ທົ່ວ​ເຖິງ”

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ແລະ​ຈີນ​ກໍ​ໄດ້​ຕົກລົງ​ຮ່ວມ​ມື​ເຂົ້າ​ໃນ​ການ​ພັດທະນາ​ແລະ​ກໍ່ສ້າງ​ ທາງ​ລົດ​ໄຟ​ໃນ​ລາວ ​ເພື່ອ​ເຊຶ່ອມຕໍ່​ກັບ​ຈີນ​ແລະ​ອາ​່ຽນ ​ໂດຍ​ຈະ​ຈັດ​ຕັ້ງ​ບໍລິສັດ​ຮ່ວມ​ລົງທຶນ​ ຂຶ້ນມາ​ ດໍາ​ເນີນ​ການ​ຮ່ວມ​ກັນ​ໃນໄລຍະ​ຍາວ​ ຫາກ​ແຕ່​ວ່າ​ໃນ​ສ່ວນ​ຂອງ​ການ​ລົງທຶນ​ແລະເທັ​ກ ນິກຕ່າງໆ​ ທີ່​ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ຊຶ່ງ​ລວມ​ໄປ​ເຖິງຫົວ​ຈັກ​ລົດ​ໄຟ​ແລະ​ ຂະ​ບວນລົດ​ໄຟ​ດ້ວຍ​ນັ້ນ ແມ່ນຈະ​ມາ​ຈາກ​ຝ່າຍ​ຈີນ​ທັງ​ໝົດ.

ສຳລັບ​ການ​ດຳ​ເນີນ​ງານໃນ​ໄລຍະ​ທຳ​ອິດ ​ກໍ​ຈະ​ເປັນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ ການ. ຕໍ່​ຈາກ​ນັ້ນ​ ກໍຈະ​ເປັນ​ການ​ອອກ​ແບບ​ການ​ກໍ່ສ້າງ​ແລະ​ສະເໜີ​ຂໍ​ການ​ອະນຸມັດ​ໂຄງການ​ ຈາກ​ລັດຖະບານລາວຢ່າງ​ເປັນ​ທາງ​ການຕໍ່​ໄປ ​ແລະ​ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ອະນຸມັດຈາກ​ລັດ ຖະບານ​ແລ້ວ ກໍ​ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເວລາ​ ບໍ່​ໜ້ອຍ​ກວ່າ 5 ປີ ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ​ໃຫ້​ສຳ​ເລັດ ທັງ​ນີ້​ໂດຍ​ເສັ້ນທາງ​ລົດ​ໄຟ​ທີ່​ທາງ​ການ​ຈີນ​ໃຫ້​ຄວາມ​ສຳຄັນ​ຫລາຍ​ທີ່​ສຸດ​ ກໍ​ຄື​ເສັ້ນ ທາງ​ທີ່​ເຊຶ່ອມຕໍ່​ຈາກ​ດ່ານ​ບໍ່​ເຕັນ​ໃນ​ແຂວງ​ຫລວງ​ນໍ້າ​ທາ ຊຶ່ງ​ຕິດ​ກັບ​ຊາຍ​ແດນ​ຈີນ​ ທີ່​ດ່ານບໍ່​ ຫານ​ໃນ​ເຂດ​ສິບ​ສອງພັນ​ນາມົນທົນຢູນນານ ​ເລື້ອຍ​ລົງ​ມາສູ່​ນະຄອນ​ວຽງ​ຈັນ-​ເມືອງ​ທ່າ​ແຂກ​ ໃນ​ແຂວງ​ຄໍາ​ມ່ວນ ​ແລ້ວ​ເຊຶ່ອມຕໍ່​ໄປຍັງ​ພາກ​ກາງ​ຫວຽດນາມ ​ແລະ​ພາກ​ອີສານ​ຂອງ​ໄທ​ຕໍ່ມາ ​ຍັງ​ບາງກອກ ​ເມ​ເລ​ເຊຍ ​ແລະ​ສິງ​ຄະ​ໂປ ຫລື​ທີ່​ເອີ້ນ​ວ່າ ​ເສັ້ນທາງ​ລົດ​ໄຟ​ອາ​ຊ່ຽນ-ຈີນ ນັ້ນ​ເອງ.

ລັດຖະບານ​ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການ​ພັດທະນາ​ທາງ​ຄົມມະນາຄົມ-ຂົນ​ສົ່ງ​ເພື່ອ​ ເຊຶ່ອມຕໍ່​ກັບ​ອາ​ຊ່ຽນ​ ​ໂດຍ​ຜ່ານ​ລາວ ​ດ້ວຍ​ເປົ້າໝາຍ​ທີ່​ຈະ​ເສີມ​ຂະຫຍາຍ​ການ​ຄ້າ​ກັບ​ອາ​ຊ່ຽນ​ ໃຫ້​ຫລາຍ​ຂຶ້ນຢ່າງ​ຕໍໍ່ເນຶ່ອງ ​ໂດຍ​ໃນ​ໄລຍະນັບ​ຈາກ​ປີ 2000 ​ເປັນ​ຕົ້ນ​ມາ​ ທາງ​ການ​ຈີນ​ກໍ​ ໄດໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ​ກັບ​ການ​ພັດທນະ​ການ​ຂົນ​ສົ່ງ​ທາງບົກແລະ​ທາງ​ນໍ້າ​ ໃນ​ເຂດ ​ພາກ​ເໜືອ​ຂອງ​ລາວ ​ເຊັ່ນ​ການ​ພັດທະນາ​ເສັ້ນທາງ​ການ​ເດີນ​ເຮືອ​ໃນ​ແມ່​ນໍ້າຂອງ ​ແລະ​ການ​ພັດທະນາ​ຖະໜົນ​ເລກ 3 ​ໃນ​ແຂ​ວງຫລວງ​ນໍ້າ​ທາ ​ແລະ​ແຂວງ​ບໍ່​ແກ້ວ ລວມ​ເຖິງ​ການ​ພັດ ທະນາ​ຖະໜົນ​ຫົນທາງ​ເພື່ອ​ເຊຶ່ອມຕໍ່​ກັບ​ແຂວງ​ອຸດົມ​ໄຊ ​ແລະ​ແຂວງ​ພົງສາລີ ນໍາ​ດ້ວຍ.

XS
SM
MD
LG