ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານໄທ ຕັດສິນຈຳຄຸກ ອະດີດ ບ.ກ. ນິຕະຍະສານ 10 ປີ


ທ່ານ ສົມ​ຍົດ ພຣູສະກະ​ເສມສຸກ ອ​ະດີດ​ບັນນາທິການ ນິຕິ​ຍະ​ສານ ສຽງ​ຜູ້​ຖືກ​ກົດ​ຂີ່ ກໍາລັງຢ່າງເຂົ້າໄປໃນສານອາຍາຂອງໄທ ທີ່ບາງກອກ.
ທ່ານ ສົມ​ຍົດ ພຣູສະກະ​ເສມສຸກ ອ​ະດີດ​ບັນນາທິການ ນິຕິ​ຍະ​ສານ ສຽງ​ຜູ້​ຖືກ​ກົດ​ຂີ່ ກໍາລັງຢ່າງເຂົ້າໄປໃນສານອາຍາຂອງໄທ ທີ່ບາງກອກ.
ບັນນາທິການ ນິຕິ​ຍະ​ສານໄທ ຄົນ​ນຶ່ງ ​ໄດ້​ຖືກ​ຕັດສິນ​ລົງ​ໂທດຕິດ​
ຄຸກ 10 ປີ ​ໃນ​ຖານພິມ​ເຜີ​ຍ​ແຜ່​ບົດ​ຂຽນ ທີ່​ໝິ່ນປະໝາດກະສັດ
ຊຶ່ງ​ເປັນ​ການ​ພິພາກສາ​ລົງ​ໂທດຄັ້ງ​ຫລ້າ​ສຸດ ພາຍ​ໃຕ້​ກົດໝາຍ
ໝິ່ນປະໝາດ​ພະ ບໍຣົມ​ເດຊາ​ນຸພາບ​ຂອງ​ໄທ ທີ່​ມີ​ການຖົກ​ຖຽງ​
ໂຕ້​ແຍ້​ງນັ້ນ.

ທ່ານ ສົມ​ຍົດ ພຣູສະກະ​ເສມສຸກ ອ​ະດີດ​ບັນນາທິການ ນິຕິ​ຍະ​ສານ ສຽງ​ຜູ້​ຖືກ​ກົດ​ຂີ່ ຫຼື Voice of the Oppressed ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະຂໍ​ອຸທອນ ຕໍ່​ຄຳຕັດສິນ​ ​ໃນ​ວັນ​ພຸດມື້​ນີ້ ໂດຍສານ​ອາດຍາ ຂອງ​ໄທ ທີ່​ບາງກອກ.

ການ​ຕັດສິນ​ໂທດ​ດັ່ງກ່າວ​ແມ່ນ​ເກີດຈາກບົດ​ຂຽນ 2 ບົດ ​ໃນ​ປີ 2010 ທີ່​ພິມ​ເຜີຍແຜ່​ຢູ່​ໃນນິຕິ​ຍະ​ສານ ຂອງທ່ານສົມ​ຍົດ ຊຶ່ງ​ໄດ້​ຖືກ​ປິດ​ລົງ​ນັບ​ແຕ່​ນັ້ນ​ມາ ​ໂດຍ​ລັດຖະບານ.

​ເຖິງ​ແມ່ນ​ວ່າ ທ່ານສົມ​ຍົດ ບໍ່​ໄດ້​ເປັນ​ຜູ້​ຂຽນ​ເລື່ອງ​ກໍ​ຕາມ ບັນດາ​ໄອຍະ​ການພົບເຫັນ​ວ່າ ທ່ານ​ໄດ້​ລະ​ເມີດ​ຕໍ່ ມາດຕາ 112 ຂອງ​ກົດອາຍາ​ໄທ ທີ່​ກຳນົດໃຫ້​ມີ​ການ​ລົງ​ໂທດ​ຕິດ​ຄຸກ
ເຖິງ 15 ປີ ​ແກ່​ຜູ້ທີ່ໝິ່ນ​ປະໝາດກະ ສັດ.

ທ່ານສົມ​ຍົດ ​ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ຂະ​ບວນການ “​ເສື້ອ​ແດງ” ໄດ້​ຖືກ​ຈັບ​ໃນ​ປີ 2011 ຫ້າມື້ຫລັງ​ຈາກ​ເລີ້ມ​ການ​ໂຄສະນາປຸກລະດົມຕໍ່​ຕ້ານມາດຕາ 112.

ທ່ານຍັງໄດ້​ຮັບໂທດ​ຕິດ​ຄຸກ​ເພີ້​ມອີກນຶ່ງ​ປີ ຈາກການ​ຕັດສິນອີກ​ອັນ​ນຶ່ງ​ໃນ​ຖານ​ໃສ່​ຮ້າຍ​ປ້າ​ຍສີຄົນ​ອື່ນ.
XS
SM
MD
LG