ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການ​ສົ່ງ​ ລະບົບ ​ລູກ​ສອນ​ໄຟ THAAD ໄປໃຫ້ ມີຂຶ້ນ ທ່າມກາງ​ ຄວາມເຄັ່ງ​ຕຶງ ລະຫວ່າງ ຈີນ ກັບ ເກົາຫຼີ​ໃຕ້

​ລະບົບຕໍ່ຕ້ານ​ລູກ​ສອນ​ໄຟ THAAD ພາບ​ຈາກກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ
​ລະບົບຕໍ່ຕ້ານ​ລູກ​ສອນ​ໄຟ THAAD ພາບ​ຈາກກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ

ສະຫະລັດ ​ແມ່ນ​ໄດ້​ຈັດ​ສົ່ງອົງ​ປະກອບ​ຊຸດ​ທຳ​ອິດ ຂອງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນລະດັບ​ສູງ ຫຼື THAAD ໄປ​ຍັງ​ເກົາຫຼີ​ໃຕ້​ໃນ​ວັນ​ອັງ​ຄານ​ມື້​ນີ້ ນຶ່ງ​ມື້ຫຼັງ​ຈາກ​ທີ່​ເກົາຫຼີ​ເໜືອ
​ໄດ້ທົດ​ລອງ​ຍິງລູກ​ສອນ​ໄຟຂີປະນາວຸດ ຢ່າງ​ນ້ອຍ 4 ລູກ ຊຶ່ງ 3 ລູກ ​ແມ່ນ​ມີ​ໄລຍະ 350
ກິ​ໂລ​ແມັດ ​ຫ່າງ​ຈາກ​ແຜ່ນດິນ​ໃຫຍ່ຍີ່ປຸ່ນ.

ປີ​ກາຍ​ນີ້ ວໍ​ຊີງ​ຕັນ ​ແລະ​ໂຊລ ​ໄດ້​ຕົກລົງກັນ​ທີ່​ຕິດຕັ້ງ ລະບົບຕໍ່ຕ້ານລູກ​ສອນ​ໄຟ​ຂອງ
ສະຫະລັດ ທ່າມກາງ​ການ​ເລັ່ງລັດ​ທົດ​ລອງ​ ແລະພັດທະນາ​ ໂຄງການ​ສ້າງ​ອາວຸດ​ນິວ​ເຄລຍ ​ແລະລູກ​ສອນ​ໄຟຂີປະນາວຸດຂອງເກົາຫຼີ​ເໜືອ.

ພາບ​ຈາກ​ກອງ​ກຳລັງສະຫະ​ລັດ, ລົດ​ບັນທຸກ​ລູກ​ສອນ​ໄຟ​ສະຫະລັດ ​ແລະ​ອຸບປະກອນ​ຕ່າງໆ ​ເພື່ອ​ຕິດ​ຕັ້ງ​ລະບົບ THAAD ທີ່ສາມາດຍິງຕໍ່ຕ້ານລູກສອນໄຟທີ່ຍິງ ມາໃນລະດັບສູງ ​ໃນ​ຄ້າຍ​ທະຫານ Pyeongtaek, ​ເກົາຫຼີ​ໃຕ້, ​ເມສາ 6.

“ການ​ທ້າ​ທາຍເກາະ​ຜິດທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໂດຍ​ເກົາຫຼີ​ເໜືອ ທີ່​ຮວມ​ທັງ​ການ​ທົດຍິງ
ລູກ​ສອນ​ໄຟຂີປະນາວຸດຫຼາຍໆ​ລູກ ​ໃນ​ມື້ວານ​ນີ້ ແມ່ນ​ການ​ຢືນຢັນຢ່າງ​ຈະ​ແຈ້ງ
ໃນການ​ຕັດສິນ​ໃ​ຈຂອງ​ພັນທະ​ມິດພວກ​ເຮົາ​ ​ໃນ​ປີ​ກາຍ​ນີ້ ທີ່​ຈະສົ່ງ​ລະບົບຕໍ່ຕ້ານ
​ລູກ​ສອນ​ໄຟ THAAD ​ໄປ​ຍັງ​ເກົາຫຼີ​ໃຕ້,”
ນັ້ນຄື​ຄຳ​ເວົ້າຂອງ​ພົນ​ເຮືອ​ເອກ Harry
Harris
ຜູ້​ບັນຊາ​ການກຳລັງສະຫະລັດ ​ໃນ​ເຂດ​ປາຊິ​ຟິກ ທີ່​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ
ສະບັບ​ນຶ່ງ.

ພວກ​ປະ​ທ້ວງ ຖື​ປ້າຍ ທີ່​ມີ​ຄວາມ​ໝາຍຕໍ່ຕ້ານ ການ​ຕິດ​ຕັ້ງລະບົບຕໍ່ຕ້ານລູກສອນໄຟທີ່ຍິງ ມາໃນລະດັບສູງ ທາງ​ໜ້າ​ຂອງ​ກຊະຊວງ​ປ້ອງ​ກັນ​ປະ​ເທດ ​ໂຊ​ລ, 7 ມີນາ, 2017.
ພວກ​ປະ​ທ້ວງ ຖື​ປ້າຍ ທີ່​ມີ​ຄວາມ​ໝາຍຕໍ່ຕ້ານ ການ​ຕິດ​ຕັ້ງລະບົບຕໍ່ຕ້ານລູກສອນໄຟທີ່ຍິງ ມາໃນລະດັບສູງ ທາງ​ໜ້າ​ຂອງ​ກຊະຊວງ​ປ້ອງ​ກັນ​ປະ​ເທດ ​ໂຊ​ລ, 7 ມີນາ, 2017.

ທ່ານ Harris ກ່າວ​ວ່າ ອົງ​ປະກອບຂອງ​ລະບົບຕໍ່ຕ້ານ THAAD ​ໄດ້​ສົ່ງ​ໄປ​ເພື່ອ​ເປັນ
ການ​ປະຕິບັດ​ຕາມ​ຄຳ​ໝັ້ນ​ໝາຍ​ແກ່​ພັນທະ​ມິດ​ເກົາຫຼີ​ໃຕ້ ​ແລະ​ເພື່ອ​ການ​ປ້ອງ​ກັນ​ກຳລັງ
ສະຫະລັດ​ໃນ​ຂົງ​ເຂດ ພັນທະ​ມິດ​ ​ແລະ​ຜືນ​ແຜ່ນດິນສະຫະລັດ.

ລະບົບຕໍ່ຕ້ານ​ລູກ​ສອນ​ໄຟ THAAD ສາມາດຕິດຕັ້ງໄດ້ ຢ່າງ​ໄວວ່າ ​ໃນ​ຕົ້ນ​ເດືອນ​ເມສາ ​
ຈະ​ມາ​ເຖິງ​ນີ້ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ທາງ​ຫະຫານຂອງເກົາຫຼີໃຕ້.

ຄ້າຍຄື​ກັນ​ກັບລະບົບຕໍ່ຕ້ານລູກ​ສອນ​ໄຟ Patriot ລະບົບ THAAD ນີ້ແມ່ນ​ເປັນ​
ການ​ໃຊ້ລູກ​ສອນ​ໄຟ ​ຍິງ​ທຳລາຍ​ລູກ​ສອນ​ໄປ​ທີ່​ກຳລັງ​ຍິງມາ. ລະບົບ​ຕໍ່ຕ້ານລູກ​ສອນ​ໄຟ THAAD ​ແມ່ນລະບົບທີ່​ມີ​ລູກ​ສອນ​ໄຟທັງ​ໝົດ 48 ລູກ ​ໃນ​ຖານ​ຍິງທີ່ສາມາດ​ເຄື່ອນ
​ຍ້າຍ​ໄປມາ​ໄດ້ພ້ອມ​ທັງ​ລະບົບ​ເຣດາ​ແລະ​ລະບົບ​ເທັກ​ໂນ​ໂລ​ຈີທີ່​ໃຊ້​ແສງອິນ​ຟຣາ​ເຣດ
ທີ່​ສາມາດ​ຍິງ​ທຳລາຍ​ລູກ​ສອນ​ໄຟ ​ໃນ​ໄລຍະ 200 ກິ​ໂລ​ແມັດ ​ໃນ​ຂະນະ​ທີ່​ພວກ​ມັນ
ກຳລັງ​ກັບ​ຄືນເຂົ້າມາສູ່​ບັນຍາກາດ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG