ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

20 ຄົນເສຍຊີວິດ ຈາກການບຸກຍຶດ ໂຮງແຮມ ໃນນະຄອນຫຼວງ ໂມກາດີສຊູ ໂດຍພວກກໍ່ການຮ້າຍ

ຜູ້ຮັກສາຄວາມປອດໄພ ຊາວໂຊມາເລຍ ຢືນເບິ່ງສະພາບເພພັງ ຂອງລົດກະບະ ຢູ່ໃກ້ໆກັບ ໂຮງແຮມ Nasa-Hablod ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 26 ມິຖຸນາ 2016.
ຜູ້ຮັກສາຄວາມປອດໄພ ຊາວໂຊມາເລຍ ຢືນເບິ່ງສະພາບເພພັງ ຂອງລົດກະບະ ຢູ່ໃກ້ໆກັບ ໂຮງແຮມ Nasa-Hablod ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 26 ມິຖຸນາ 2016.

ບັນດາເຈົ້າໜ້າທີ່ໃນປະເທດ ໂຊມາລີ ກ່າວວ່າ ການຍຶດໂຮງແຮມ ແຫ່ງໜຶ່ງ ໃນນະຄອນຫຼວງ Mogadishu ໂດຍພວກກໍ່ການຮ້າຍໄດ້ ສິ້ນສຸດລົງແລ້ວ, ແຕ່ວ່າມີຢ່າງໜ້ອຍ 20 ຄົນ ໄດ້ຖືກຂ້າຕາຍ ລວມທັງ ລັດຖະມົນຕີຄົນໜຶ່ງ ຂອງ ລັດຖະບານນຳ.

ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບ ການ ໂຈມຕີດັ່ງກ່າວ, ໂດຍເວົ້າວ່າ ໂຮງແຮງຫຼັງນັ້ນໄດ້ມີຜູ້ທີ່ພວກເຂົາ ເອີ້ນວ່າ “ສະມາຊິກລັດຖະບານ ນອກສາສະໜາ” ໄດ້ເຂົ້າໄປພັກ ຢູ່ເລື້ອຍໆ.

ຊາກຂອງພວກລົດທີ່ເພພັງ ໄດ້ຖືກເຜົາ ຢູ່ຈຸດເກີດເຫດ ຂອງການໂຈມຕີກໍ່ການຮ້າຍ ທີ່ ໂຮງແຮມ Ambassador ຫຼັງຈາກລົດລະເບີດ ໄດ້ແຕກຂຶ້ນ ໃນວັນທີ 1 ມິິຖຸນາ 2016 ຢູ່ທີໂຮງແຮມຊັ້ນສູງຂອງນະຄອນຫຼວງ Mogadishu ທີ່ເປັນທີ່ພັກອາໄສ ຂອງພວກຄົນທີ່ສຳຄັນ ຊຶ່ງພວກຄົນຈຳນວນໜຶ່ງ ໄດ້ເສຍຊີວິດ ແລະ ຕິດຕາມມາດ້ວຍການຍິງຕໍ່ສູ້ກັນ.

ລັດຖະມົນຕີການຕ່າງປະເທດຂອງ ໂຊມາລີ ກ່າວວ່າ ໃນຈຳນວນຂອງ ຜູ້ເສຍຊີວິດແມ່ນລັດຖະມົນຕີສິ່ງແວດລ້ອມຂອງປະເທດ, ທ່ານ Buri Mohammed Hamza.

ອົງການຂ່າວແຫ່ງຊາດຂອງ ໂຊມາລີ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ຈຳນວນ ຜູ້ເສຍຊີວິດທັງໝົດມີຢູ່ 20 ຄົນ, ລວມທັງສະມາຊິກພະນັກງານ ຂອງສະຖານີ ວິທະຍຸແຫ່ງຊາດນຳ.

ຕຳຫຼວດກ່າວວ່າ ພວກກໍ່ການຮ້າຍໄດ້ວາງລະເບີດລົດຢູ່ນອກໂຮງແຮມ Naso-Hablod ໃນຕອນບ່າຍຂອງວັນເສົາວານນີ້ ກ່ອນທີ່ມືປືນໄດ້ພັງເຂົ້າ ໄປໃນຕຶກໂຮງແຮມດັ່ງກ່າວ, ແລ້ວຍິງປືນໃສ່ຄົນໃນທົ່ວຫ້ອງ ແລະ ຍຶດເອົາ ຕົວປະກັນຫຼາຍຄົນ. ຕໍ່ມາຕຳຫຼວດກໍໄດ້ບຸກເຂົ້າໄປໃນ ໂຮງແຮມ ແລະ ຍິງຕໍ່ ສູ້ກັບພວກມືປືນ, ແລະ ຕ້ອນພວກເຂົາຂຶ້ນໄປ ຢູ່ເທິງຊັ້ນສູງສຸດຂອງໂຮງແຮມ.

ປະທານາທິບໍດີ Hassan Sheik Mohamud ໄດ້ກ່າວປະນາມ ການໂຈມຕີ, ເຊິ່ງເປັນຄັ້ງທີສອງທີ່ໄດ້ກະທຳໂດຍພວກ al-Shabab ໃນປະເທດ ໂຊມາລີ ໃນລະຫວ່າງ ເດືອນສັກສິດແຫ່ງການຖືສິນອົດ ອາຫານຂອງຊາວ ມຸສລິມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG