ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສື່ມວນຊົນ ສຫລ ກ່າວວ່າ ພວກກໍ່ການຮ້າຍ ພວມທົດລອງ ລະເບີດ ແລັບທັອບ


ປ້າຍຫ້າມ ບໍ່ໃຫ້ນຳເອົາສິ່ງຂອງຕ່າງໆ ໄປຂຶ້ນເຮືອບິນ ຢູ່ທາງເຂົ້າ ຖ້ຽວບິນ ແຕ່ Casablanca ມາຫານະຄອນ ທີ່ສະໜາມບິນສາກົນ Mohammed V ປະເທດມໍຣັອກໂກ.
ປ້າຍຫ້າມ ບໍ່ໃຫ້ນຳເອົາສິ່ງຂອງຕ່າງໆ ໄປຂຶ້ນເຮືອບິນ ຢູ່ທາງເຂົ້າ ຖ້ຽວບິນ ແຕ່ Casablanca ມາຫານະຄອນ ທີ່ສະໜາມບິນສາກົນ Mohammed V ປະເທດມໍຣັອກໂກ.

ສື່​ມວນ​ຊົນ​ຂອງ​ສະຫະລັດ ​ລາຍ​ງານ​ວ່າ ພວກ​ກໍ່​ການ​ຮ້າຍ ​ພວມ​ທຳ​ການ​ທົດ​ລອງລະ
​ເບີ​ດຊະນິດ​ໃໝ່​ທີ່​ສາມາດ​ເຊື່ອງ​ໄວ້​ໃນ​ເຄື່ອງ​ຄອມ​ພິວ​ເຕີ້​ແລັບ​ທັອບແລະ​ສາມາດ​ຫຼົບ
​ຫລີກການ​ກວດກາ​ທີ່​ເຄີຍ​ໃຊ້​ຢູ່​ຕາມ​ສະໜາມ​ບິນ​ຕ່າງໆ​ໄດ້.

​ໂທລະພາບ CNN ​ແລະ CBS ລາຍ​ງານ​ວ່າ ​ເຈົ້າໜ້າ​ທີ່​ສືບ​ລັບ​ ຂອງ​ສະຫະລັດ ​ໄດ້
​ແຈ້ງ​ໃຫ້​ພວກ​ເຂົາ​ເຈົ້າຊາບ​ວ່າ ພວກ​ຫົວ​ຮຸນ​ແຮງ​ຈາກ​ກຸ່ມ​ອາລກາ​ອີ​ດາແລະກຸ່ມລັດ
​ອິສລາມ ພວມ​ທຳ​ການ​ພັດທະນາ​ໃນ​ວິທີ​ການ​ໃໝ່ເພື່ອ​ເຊື່ອງ​ລະ​ເບີດ​ໄວ້​ໃນ​ເຄື່ອງ​ອີ​
ເລັກ​ໂທຣນິກຕ່າງໆ.

​ໂທລະພາບ​ທັງສອງ​ ຍັງ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ຂໍ້​ມູນ​ລັບ​ໃໝ່​ນີ້ ຍັງ​ແນະ​ໃຫ້​ເຫັນ​ວ່າ ຜູ້
​ກໍ່​ການ​ຮ້າຍ ​ແມ່ນ​ໄດ້​ຮັບ​ອຸບປະກອນກວດ​ລະ​ເບີດທີ່​ທັນ​ສະ​ໄໝຢູ່​ຕາມ​ສະໜາມ​ບິນ ​
ເພື່ອ​ທົດ​ສອບ​ກ່ຽວ​ກັບ​ວ່າ ຈະ​ເຊື່ອງ​ລະ​ເບີດ​ແບບ​ໃດ ​ຈຶ່ງ​ຈະ​ສາມາດ ​ນຳ​ຂຶ້ນ​ໄປເທິງ
​ເຮືອບິນ​ໄດ້.

​ເຂົາ​ເຈົ້າກ່າວ​ວ່າ ຂໍ້​ມູນ​ລັບ​ໃໝ່​ນີ້​ແມ່ນ​ມີ​ບົດບາດ​ສຳຄັນ ໃນ​ການ​ຕັດສິນ​ໃຈຂອງ​ລັດ
ຖະບານ​ປະທານາທິບໍດີ​ທຣຳເມື່ອ​ໄວໆ​ມານີ້ ທີ່​ໄດ້​ຫ້າມ​ບໍ່​ໃຫ້​ພວກ​ເດີນທາງ​ຈາກ​ສະ
ໜາມ​ບິນ 10 ​ແຫ່ງ ຢູ່​ໃນ 8 ປະ​ເທດ​ພາກ​ຕາ​ເວັນ​ອອກ​ກາງແລະອາ​ຟຣິກາ ຖື​ເຄື່ອງ​
ຄອມ​ພິວ​ເຕີ້​ແລັບ​ທັອບ​ ແລະ​ອຸບປະກອນ​ອີ​ເລັກ​ໂທຣ​ນິກຕ່າງໆ ຂຶ້ນ​ໄປ​ເທິງ​ເຮືອບິນ​
ໃກ້ໆ​ກັບ​ບ່ອນ​ຄົນ​ຂັບ.

​ໃນຕົ້ນ​ເດືອນ​ນີ້ ລັດ​ຖະບານ​ສະຫະລັດ ​ໄດ້​ຫ້າມ​ບໍ່​ໃຫ້ຜູ້​ໂດຍສານ​ນຳ​ເອົາເຄື່ອງ​ຄອມ
​ພິວ​ເຕີ້​ແລັບ​ທັອບ​ແລະ​ອຸບປະກອນ​ອີ​ເລັກ​ໂທຣນິກຂະ​ໜາດ​ໃຫຍ່ຮວມມີ iPad ​ແລະ​ກ້ອງຖ່າຍຮູບ ນ​ໄປ​ນັ່ງ​ໃກ້ໆ​ກັບ​ບ່ອນ​ຄົນ​ຂັບ​ໃນ​ຖ້ຽວ​ບິນ​ທີ່​ເດີນທາງ ມາ​ຍັງ​ສະຫະລັດ
ຈາກ 10 ສະໜາມ​ບິນ​ ໃນ​ອີ​ຈິບ ຈໍ​ແດັນ ຄູ​ເວດ ມໍ​ຣັອກ​ໂກ ກາ​ຕ້າ ຊາ​ອຸ​ດີ ​ອາຣາ​ເບຍ ​
ເທີ​ກີ ​ແລະ​ສະຫະລັດ​ອາຣັບ​ເອ​ເມີ​ເຣັສ. ອັງກິດ​ກໍ​ໄດ້ເອົາ​ມາດ​ຕະການ​ທີ່​ຄ້າຍຄື​ກັນນີ້.

ບັນດາ​ຜູ້​ໂດຍສານ​ທີ່​ບິນ​ມາ​ກັບ​ຖ້ຽວ​ບິນ​ເຫລົ່ານັ້ນ ຕ້ອງ​ເອົາ​ເຄື່ອງ​ອີ​ເລັກ​ໂທຣນິກ ທີ່
​ໃຫຍ່ໂທລະສັບ​ມື​ຖືຂອງ​ພວກ​ເຂົາ​ເຈົ້າ ​ໃສ່​ໄວ້​ໃນ​ຫີບ​ເດີນທາງ​ທີ່​ຖືກ​ກວດ​ແລ້ວ.

​ໃນ​ຖະ​ແຫຼງການຕໍ່​ສື່​ມວນ​ຊົນນັ້ນ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະ
ລັດ ກ່າວ​ວ່າ “ມັນ​ເປັນ​ເລື່ອງ​ນະ​ໂຍບາຍ ພວກ​ເຮົາຈະ​ບໍ່ເວົ້າເຖິງເລື່ອງຂໍ້​ມູນ​ລັບ​ ທີ່​ສະ
ເພາະ​ເຈາະ​ຈົງ​ໃດ​ນຶ່ງ​ຢ່າງ​ເປັນ​ການ​ເປີດ​ເຜີຍ. ​ແຕ່​ແນວ​ໃດ​ກໍ​ຕາມການ​ຊັ່ງຊາຕີ​ລາຄາ​
ດ້ານ​ສືບ​ລັບ​ສະ​ແດງ​ໃຫ້​ເຫັນ​ວ່າກຸ່ມ​ກໍ່​ການ​ຮ້າຍ​ຍັງ​ສືບ​ຕໍ່​ແນ​ເປົ້າໝາຍໃສ່​ການບິນ​ພາ
ນິດ ຊຶ່ງ​ຮວມທັງ​ການ​ຫາ​ທາງ​ເຊື່ອງ​ດິນ​ລະ​ເບີດ​ໄວ້​ໃນ​ເຄື່ອງ​ອີ​ເລັກ
​ໂທຣນິກນຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG