ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ທີ່ຂ້າ ທະຫານອັງກິດ ເປັນທີ່ຮູ້ດີ ແກ່ຕໍາຫຼວດ (ສະໄລດ໌/ວີດີໂອ)


ຜູ້​ຊາຍ​ສອງ​ຄົນຖືກ​ຈັບ​ຍ້ອນການ​ຄາດ​ຕະກໍາ​ທີ່ສະຫຍອງ​ຂວັນຂອງ ທະຫານ​ອັງກິດ ຢູ່​ຖະໜົນສາຍ ນຶ່ງ​ຂອງ​ນະຄອນ​ລອນດອນ
ຜູ້​ຊາຍ​ສອງ​ຄົນຖືກ​ຈັບ​ຍ້ອນການ​ຄາດ​ຕະກໍາ​ທີ່ສະຫຍອງ​ຂວັນຂອງ ທະຫານ​ອັງກິດ ຢູ່​ຖະໜົນສາຍ ນຶ່ງ​ຂອງ​ນະຄອນ​ລອນດອນ
ບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອັງກິດກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນທີ່​
ຖືກ​ຈັບ​ຍ້ອນການ​ຄາດ​ຕະກໍາ​ທີ່ສະຫຍອງ​ຂວັນ ທະຫານ​ອັງ
ກິດທີ່​ບໍ່​ໄດ້​ຢູ່​ໃນ​ໜ້າ​ທີ່ ຢູ່​ຖະໜົນສາຍ ນຶ່ງ​ຂອງ​ນະຄອນ​ລອນ
​ດອນນັ້ນ​ ​ເຄີຍ​ຖືກ​ລະບຸ​ໂຕມາກ່ອນ​ໂດຍຄະນະ​ເຈົ້າໜ້າ​ທີ່​ຮັກ
ສາ​ຄວາມ​ປອດ​ໄພ ທີ່​ສອບ​ສວນຜູ້​ຕ້ອງ​ສົງ​ໄສ​ເປັນ​ພວກອິສ
ລາມ​ຫົວ​ຮຸນ​ແຮງຈັດ.

ຜູ້​ເຄາະ​ຮ້າຍ ອາຍຸ 25 ປີ ທີ່​ເປັນ​ພໍ່ຄົນ​ນີ້ມີ​ຊື່ວ່າ Lee Rigby
ທີ່ເຄີຍ​ໄປ​ຮັບ​ໃຊ້ ​ຢູ່​ໃນອັ​ຟກາ​ນິສຖານນັ້ນ ​ໄດ້​ເສ​ຍຊີວິດ​ຄາ​
ທີ່ ຜູ້​ຕ້ອງ​ສົງໄສ​ທັງ​ສອງ​ຄົນ​ໄດ້​ຖືກ​ຕຳຫຼວດຍິງ​ແລະ​ໄດ້​ຮັບ
​ບາດ​ເຈັບ​.

ລາຍ​ງານ​ຂອງສື່​ມວນ​ຊົນໃນ​ວັນ​ພະຫັດ​ວານ​ນີ້ ອ້າງ​ຄຳ​ເວົ້າຂອງກຸ່ມມຸສລິ​ມຫົວ​ຮຸນ​ແຮງອັງກິດ
​ແລະ​ບັນດາຜູ້​ທີ່​ລື້​ງ​ເຄີຍວ່າ ​ຜູ້​ຕ້ອງ​ສົງໄສ​ຄົນ​ນຶ່ງ​ແມ່ນ ທ້າວ Micheal Adebolajo ອາຍຸ 28 ປີ ​ເປັນ​ຄົນເຊື້ອສາຍ​ໄນ​ຈີ​ເຣຍ.



ທ້າວ Anjem Choudary ຫົວໜ້າ​ກຸ່ມອິສລາມ​ຫົວ​ຮຸນ​ແຮງຂອງອັງກິດ ທີ່​ຖືກ​ຫ້າມ al-
Muhajiroun ກ່າວ​ວ່າ ທ້າວ Adebolajo ​ໄດ້ໄປຟັງ​ການ​ເທດ​ສະໜາ​ເປັນ​ປະ​ຈໍາຂອງກຸ່ມ​ສາສະ
ໜາເຊື້ອສາຍ​ຊີ​ເຣຍ ທີ່​ກໍ່ຕັ້ງ​ໂດຍທ້າວ Omar Bakri ທີ່ຖືກຂັບ​ໄລ່ຈາກ​ອັງກິດ ໃນ​ປີ 2005.

ວີ​ໂອ​ເອ ພະ​ແນ​ກພາສາ Hausa ຢັ້ງ​ຢືນ​ວ່າ​ ຜູ້​ຕ້ອງ​ສົງໄສ​ທັງ​ສອງ​ຄົນ ​ເປັນ​ສັນຊາດ​ອັງກິດ ຊຶ່ງ
ໄດ້​ປ່ຽນ​ມາ​ນັບຖືສາສະໜາ​ອິສລາມ ຫລັງ​ຈາກ​ໄດ້​ເກີດ​ໃຫຍ່​ຢູ່​ໃນ​ສາສະໜາ​ກຣິສຕຽນ ນຳບັນ
ດາ​ຄອບຄົວຊາວ​ອາ​ຟຣິກາທີ່​ເຂົ້າ​ມາ​ຢູ່​ອັງກິດ.

​ໃນ​ຂະນະ​ທີ່​ການ​ສືບ​ສວນ​ດໍາ​ເນີນ​ໄປ​ໃນ​ວັນ​ພະຫັດ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ອັງ​ກິດກ່າວ​ວ່າ
​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຊາຍ​ຄົນ​ນຶ່ງ ​ແລະ​ຜູ້ຍິງ​ອີກ​ຄົນ​ນຶ່ງ ​ໃນ​ຖານ​ສົງ​ ໄສສົມຮູ້​ຮ່ວມ​ຄິດໃນ​ຄະດີ​ດັ່ງກ່າວ​.

ທ່ານ Rigby ​ໄດ້​ຖືກ​ລົດ​ແລ່ນ​ຕຳ ​ແລະ​ຫລັງ​ຈາກ​ນັ້ນໄດ້​ຖືກ​ຟັນ​ດ້ວຍ​ມີດຈົນ​ເຖິງ​ແກ່​ຄວາມຕາຍ
​ໃນ​ຕອນ​ບ່າຍວັນ​ພຸດ​ທີ່​ຜ່ານ​ມາ ​ໃກ້​ກັບ​ຄ້າຍ​ທະຫານໃນ​ພາກ​ໃຕ້​ຂອງ​ນ​ະຄອນ​ລອນ​ດອນ. ບັນ
ດາ​ເຈົ້າ​ໜ້າ​ທີ່​ລັດຖະບານກ່າວ​ວ່າ ຜູ້​ໂຈມ​ຕີ​ຄົນນຶ່ງ ຮ້ອງ​ອອກ​ມາ​ວ່າ “Allahu akbar” – “ພະ​ເຈົ້າ
ຜູ້ຍິງ​ໃຫຍ່” ​ໃນ​ຂະນະ​ທີ່​ທະ ຫານ​ຄົນ​ນັ້ນ ນອນ​ຕາຍ​ຢູ່​ໃກ້ໆ​ລາວ.

ລິງໂດຍກົງ
XS
SM
MD
LG