ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະກາດເຕືອນ ​ກ່ຽວ​ກັບ ​ການ​ເດີນທາງ ໃນທົ່ວໂລກ ໃນໂອກາດ ບຸນຂອບຄຸນພະເຈົ້າ


ພວກລົດລາຕ່າງກໍພາກັນອອກເດີນທາງ ໃນຂົວ George Washington ໃນນະຄອນ New York City, ປີ 2014.
ພວກລົດລາຕ່າງກໍພາກັນອອກເດີນທາງ ໃນຂົວ George Washington ໃນນະຄອນ New York City, ປີ 2014.

ໃນ​ຂະນະ​ທີ່​ຊາວ​ອາ​ເມຣິກັນ ​ຕຽມ​ພ້ອມ​ ໃນ​ການ​ກະກຽມ​ຫ້າງ​ຫາ
ອອກ​ຈາກ​ເມືອງ ​ໃນ​ວັນພັກນີ້ ທາງ​ກະຊວງ​ການ​ຕ່າງປະ​ເທດ
ສະຫະລັດໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງຢູ່​ໃນ​ທົ່ວ​ໂລກ​.

​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າວ​ຢູ່​ຄຳເຕືອນ​ທີ່​ອອກ​ໃນ​ວັນ​ຈັນ
​ວານ​ນີ້ວ່າ “ຂໍ້​ມູນ​ໃນ​ປະຈຸ​ບັນ​ນີ້ ຊີ້​ໃຫ້​ເຫັນ​ວ່າ ກຸ່ມ​ລັດ​ອິສລາ​ມ
ຫລື ISIL ກຸ່ມ al-Qaida, Boko Haram ​ແລະ​ກຸ່ມ​ກໍ່​ການ​ຮ້າຍ
​ອື່ນໆ ຍັງສືບ​ຕໍ່​ວາງ​ແຜນ​ໂຈມ​ຕີ ຢູ່ໃນ​ຫຼາຍໆຂົງ​ເຂດ,”

ອົງ​ການ​ສັນຕິບານ​ສະຫະລັດ ຫຼື FBI ຢືນຢັນ​ວ່າ ຍັງ​ບໍ່​ມີ​ການ​ຂົ່ມຂູ່ກໍ່​ການ​ຮ້າຍ​ທີ່​ສະ​ເພາະ​ເຈ​າະຈົງ ​ແລະ​ໜ້​າ​ເຊື່ອ​ຖືໃດໆ ຕໍ່​ສະຫະລັດ ​ແຕ່ວ່າ ບັນດາ​ເຈົ້​າໜ້າ​ທີ່ລະດັບ​ທ້ອງ​ຖິ່ນ ​ແລະ​ລັດຖະບານ​ກາງ ​ແມ່ນ​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ລະດັບ​ສູງ ​ກ່ອນ​ໜ້າ​ວັນພັກຂອງບຸນ​ຂອບຄຸນ​ພະ​ເຈົ້າ ຫຼື Thanksgiving ​ແລະ​ມື້ວັນ​ສຸກດຳ Black Friday ຊຶ່ງ​ເປັນ​ມື້​ອອກ​ໄປ​ຈັບ​ຈ່າຍຊື້​ຂອງ​ໃນ​ລາຄາພິ​ເສດ ຕາມ​ມາ​ນັ້ນ ຊຶ່ງ​ຈະ​ເປັນ​ການ​ຫຼັ່ງ​ໄຫຼ​ຂອງ​ຜູ້​ບໍລິ​ໂພ​ກອອກໄປ​ຊື້​ເຄື່ອງຊື້​ຂອງ​ກັນ ຢ່າງ​ເຕັມ​ອັດຕາ.

ຜູ້ຊາຍນອນພັກ ໃນຂະນະທີ່ລໍຖ້າໃນສະໜາມບິນນາໆຊາດ ທີ່ Los Angeles.
ຜູ້ຊາຍນອນພັກ ໃນຂະນະທີ່ລໍຖ້າໃນສະໜາມບິນນາໆຊາດ ທີ່ Los Angeles.

ເຈົ້າໜ້າ​ທີ່​ຂອງ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງໄດ້​ກ່າວ​ວ່າ “ພວກພະນັກ
ງານ​ຮັກສາ​ຄວງາມ​ປອດ​ໄພ ຊຶ່ງ​ກຳກັບ​ກວດກາ​ນັກ​ເດີນທາງປະມານ 2 ລ້ານ​ຄົນ​ໃນ​ແຕ່​ລະ​ວັນ ຊຶ່ງ​ຈະ​ພົບ​ເຫັນ​ການເພີ້​ມຂຶ້ນ​ອີກ 40% ​ໃນ​ຊ່ວງວັນພັກ​ນີ້.”

​ໃນນະຄອນ​ນິວຢ໊ອກ ​ຈະ​ມີ​ການເພີ້​ມຈຳນວນເຈົ້າ​ໜ້າ​ທີ່​ຕຳຫຼວດເພື່ອ​ລາດຕະ​ເວນ​ຢູ່​ຕາມ​ສູນ ກາງ​ທີ່​ສຳຄັນຕ່າງໆ. ​ໃນ​ການສະ​ແດງ​ກຳລັງນັ້ນ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ຕຳຫຼວດ​ໄດ້ທຳ​ການ​ຝຶກ​ແອບ​ຍິງ​ປືນ​ແບບ​ຈຳລອງ​ເໝືອນຈິງ​ໃນ​ລະບົບລົດ​ໄຟ​ໃຕ້ ​ດິນຂອງ​ນະຄອນ​ນິວຢອກ.

ຜູ້​ປົກຄອງ​ລັດ New York ທ່ານ Andrew Cuomo ​ໄດ້​ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ​ໄດ້​ມີ app ສຳ​ຫຼັບ​ຜູ້​ຄົນ​ທີ່​ຈະ download ​ໄດ້ ​ຊຶ່ງ​ມັນ​ຈະ​ຊ່ອຍ​ພວກ​ຕຳຫຼວດ ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍໄດ້. ຊຶ່ງການ​ປຸກລະດົມ​ຄັ້ງ​ໃໝ່​ນີ້​ແມ່ນ​ມີເນື້ອ​ໄນ​ວ່າ “​ເຫັນ​ສິ່ງ​ຂອງ​ຫຍັງ​ກະ​ຢ່າ ​ໃຫ້​ສົ່ງ​ຂໍ້​ມູນ​ໄປ​ໂລດ.” ຊຶ່ງ​ມັນ​ອອກ​ແບບ​ມາ​ເພື່ອ​ຊ່ອຍ​ໃຫ້​ຊາວ New York ​ສາມາດລາຍ​ງານ ກ່ຽວ​ກັບກິດຈະກຳ​ທີ່​ຕ້ອງ​ສົງ​ໄສ​ນັ້ນ​ໄດ້.

ກະ ​ປະມານ​ວ່າ ຈະ​ມີ​ຜູ້​ຄົນ 46 ລ້ານ​ 9 ​ແສນ​ຄົນອອກ​ເດີນທາງ​ເພື່ອ​ໄປ​ຢ້ຽມຢາມ​ຄອບຄົວ​ແລະ​ເພື່ອນ​ມິດ​ສະຫາຍ ​ໃນ​ໄລຍະ 50 ​ໄມ໌ ຫຼື​ຫຼາຍ​ກວ່າ​ນັ້ນ ຈາກ​ທີ່​ພັກ​ອາ​ໄສ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ຊ່ວງ​ວັນ Thanksgiving Day ນີ້ ຊຶ່ງ​ເພີ້​ມ 300 ພັນ​ຄົນ ຈາກ​ປີ​ກາຍ​ນີ້​ ນັບ​ຕັ້ງ​ແຕ່​ປີ 2007 ອິງ​ຕາມ​ຫ້ອງການທ່ອງ​ທ່ຽວ​ຂອງ AAA​.

ສ່ວນ​ຫຼາຍ​ແລ້ວ ກະ​ປະມານວ່າ​ມີ​ຊາວ​ອາ​ເມຣິກັນ 42 ລ້ານ​ຄົນ ຈະ​ເດີນທາງ​ດ້ວຍ​ລົດຍົນ
3 ລ້ານ 6 ​ແສນ​ຄົນ​ເດີນທາງໆ​ອາກາດ ​ເພີ້​ມຂຶ້ນ .01 ​ເປີ​ເຊັນຈາກ​ປີ​ກາຍ​ນີ້.

XS
SM
MD
LG