ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ເລີ່ມລົງມະຕິ ຮັບຮອງເອົາ ຮ່າງ ລັດຖະທໍາມະນູນ (ສະໄລດ໌/ວີດີໂອ)


ຄະນະກໍາມະການອີຈິບ ທີ່ກໍາລັງລົງມະຕິ ຮັບຮອງເອົາຮ່າງລັດຖະທໍາ ມະນູນ
ຄະນະກໍາມະການອີຈິບ ທີ່ກໍາລັງລົງມະຕິ ຮັບຮອງເອົາຮ່າງລັດຖະທໍາ ມະນູນ
ຄະນະ​ກໍາມະການ​ອິຈິບ​ຊຸດ​ນຶ່ງ ​ເລີ່​ມລົງມະຕິ​ຮັບຮອງ​ເອົາ​ຮ່າງ​ລັດຖະທໍາ​ມະນູນ ຊຶ່ງ​ເປັນ ການ​ເຄຶ່ອນ​ໄຫວ ທີ່​ຖືກ​ພິດ​ຈາລະ​ນາ​ວ່າ​ເປັນ​ບາດກ້າວ​ເທື່ອ​ທໍາ​ອິດ ​ໄປ​ສູ່​ການ​ປົກ ຄອງ ດ້ວຍລະບອບ​ປະຊາທິປະ​ໄຕ ລຸນຫຼັງການ​ໂຄ່​ນ ລົ້ມ​ປະທານາທິບໍດີ Mohamed Morsi ​ເມື່ອ​ເດືອນ​ກໍລະກົດຜ່ານ​ມາ.

ການ​ລົງມະຕິ​ໄດ້​ເລີ່​ມຂຶ້ນ​ເມື່ອວັນ​ເສົາ​ວານ​ນີ້ ກ່ຽວ​ກັບ​ 247 ມາດຕາ ຢູ່​ໃນ​ເອກ​ກະສາ​ນຊຸດ​ໃໝ່ ຊຶ່ງ​ຈະໃຊ້ແທນ​ລັດຖະທໍາ​ມະນູນ ທີ່​ປະກາດ​ໃຊ້​ໂດຍ​ທ່ານ Morsi ​ເມື່ອປີ ຜ່ານມາ.

ອົງການ​ຂາວ​ຝຣັ່ງ ລາຍ​ງານ​ວ່າ ຄະນະ​ກໍາມະການ​ໄດ້​ອະນຸມັດ ຫຼາຍກວ່າ ​ເຄິ່ງນຶ່ງ​ຂອງ​ຈໍານວນ​ມາດຕາ​ດັ່ງກ່າວ ​ເມື່ອ​ວັນ​ເສົາ​ວານ​ນີ້. ຄະນະ​ກໍາມະ ການ ທີ່​ມີ​ຈໍານວນ 50 ຄົນ ຈະ​ເລີ່​ມລົງມະຕິ​ຄືນ​ອີກ ໃນວັນ​ອາທິດ​ມື້​ນີ້.



ຄະນະ​ກໍາມະການ​ ​ມີ​ແຜນການ​ທີ່​ຈະຍື່ນ​ສະ​ເໜີ​ຮ່າງ​ລັດຖະທໍາ​ມະນູນ​ຕໍ່ປະທານາທິບໍດີ​ ຊົ່ວ​ຄາວ ທ່ານ Adly Mansour ພາຍ​ໃນ​ກາງ​ອາທິດ​ນີ້. ຄາດ​ວ່າມາດ​ຕະການ​ດັ່ງກ່າວ ຈະ​ມີ​ການ​ລົງ​ປະຊາ​ມະຕິຮັບຮ​ອງ​ເອົາ ​ໃນ​ຕົ້ນ​ປີໜ້າ​ນີ້.

ທ່ານ Amr Moussa ນັກ​ການ​ເມືອງ ​ແລະ​ເປັນ​ຫົວໜ້າ​ຄະນະ​ກໍາມະການນີ້ ບອກ​ພວກ​ນັກ​ຂ່າວ​ວ່າ ມີ​ຂໍ້​ຕົກລົງ​ທີ່​ອາດ​ມີ​ການປ່ຽນ​ແປງ​ໄດ້ ສໍາລັບທັງ​ໝົດ 247 ມາດຕາ​ນັ້ນ ​ຊຶ່ງ​ໂຮມ​ທັງ ຂໍ້​ກຳນົດນຶ່ງ​ທີ່ລະບຸເອົາ​ກົດໝາຍ​ອີສ ລາມ ​ໃຫ້​ເປັນຫຼັກການ​ສໍາຄັນ​ ຂອງ​ນິຕິ​ບັນຢັດ​ນັ້ນ.

ມີ​ອີກ​ມາດຕາ​ນຶ່ງ​ທີ່​ເວົ້າ​ວ່າ ສະພາ​ສູງ​ສຸດ​ຂອງ​ກອງທັບ​ ຈະ​ຕ້ອງ​ເຫັນພ້ອມ ​ກັບ​ຜູ້​ທີ່​ຖືກ​ແຕ່ງ​ຕັ້ງໃຫ້​ເຂົ້າກຳຕໍາ​ແໜ່​ງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດຖະບານນັ້ນ​ນໍາ.

Egypt
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG