ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມເຄັ່ງຕຶງ ທະວີຂຶ້ນ ເວລາຊາວອີຈິບ ປະທ້ວງ ການສົ່ງເກາະສອງແຫ່ງ ຄືນໃຫ້ ຊາອຸດີ


ຜູ້ປະທ້ວງຄົນໜຶ່ງ ຖືຮູບ ຂອງປະທານາທິບໍດີ ຂອງອີຈິບ ຍັງໄດ້ຍົກເອົາເກີບຂອງລາວ ຊູຂຶ້ນ ພ້ອມກັບຮູບນັ້ນ ອັນເປັນສັນຍາລັກຂອງການບໍ່ນັບຖື ຢູ່ໃນປະຊາຄົມອາຣັບທົ່ວໂລກ ຢູ່ໃນຕົວເມືອງຂອງໄຄໂຣ, ວັນທີ 15 ເມສາ 2016. (VOA/H. Elrasam)
ຜູ້ປະທ້ວງຄົນໜຶ່ງ ຖືຮູບ ຂອງປະທານາທິບໍດີ ຂອງອີຈິບ ຍັງໄດ້ຍົກເອົາເກີບຂອງລາວ ຊູຂຶ້ນ ພ້ອມກັບຮູບນັ້ນ ອັນເປັນສັນຍາລັກຂອງການບໍ່ນັບຖື ຢູ່ໃນປະຊາຄົມອາຣັບທົ່ວໂລກ ຢູ່ໃນຕົວເມືອງຂອງໄຄໂຣ, ວັນທີ 15 ເມສາ 2016. (VOA/H. Elrasam)

ຄວາມເຄັ່ງຕຶງໄດ້ທະວີຂຶ້ນ ຢູ່ໃນອີຈິບ ໃນວັນສຸກຜ່ານມານີ້ ເວລາພວກປະທ້ວງ ຍ້ອນ ການມອບສອງເກາະ ໃຫ້ແກ່ ຊາອຸດີ ອາເຣເບຍ ໄດ້ຖືກກຳລັງຮັກສາຄວາມປອດໄພ ໃຊ້ແກ໊ສນ້ຳຕາ ເພື່ອສະຫລາຍຕົວ ພວກເຂົາເຈົ້າອອກໄປ ຫຼື ໄດ້ຖືກກີດກັນ ພວກເຂົາ ເຈົ້າໄວ້ ໂດຍກຳລັງທະຫານ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ດ້ານນອກຂອງຫ້ອງການອົງການນັກຂ່າວ ອັນເປັນແຫ່ງໜຶ່ງທີ່ຍັງເຫຼືອ ຢູ່ໃນນະຄອນ ຫຼວງໄຄໂຣ ບ່ອນທີ່ຖືກຕ້ອງຕາມກົດໝາຍ ຊຶ່ງພວກຕຳຫຼວດກໍຍັງຄົງປົກປ້ອງພື້ນທີ່ນັ້ນ ຢູ່ຕະຫຼອດມື້ ໃນຂະນະທີ່ ພວກຄົນຫຼາຍຮ້ອຍ ໄດ້ຮ້ອງໂຮຄຳຂວັນຕໍ່ຕ້ານລັດຖະບານ ຕ່າງໆນາໆ.

ການປະທ້ວງ ຕໍ່ການມອບຄືນ ເກາະ Tiran ແລະ ເກາະ Sanafir ນັ້ນ ພວກນັກເຄື່ອນ ໄຫວ ໄດ້ຮ້ອງຂຶ້ນວ່າ “ປະຊາຊົນຮຽກຮ້ອງ ໃຫ້ຍຸຕິລະບອບນີ້” ແລະວ່າ “Awad ໄດ້ ຂາຍດິນແດນຂອງລາວ!”

ພວກປະທ້ວງຊາວອີຈິບ ຖືປ້າຍ ທີ່ກ່າວວ່າ "Awad ຂາຍດິນແດນຂອງລາວ" ໃນພາສາອາຣັບ ໃນລະຫວ່າງການປະທ້ວງຕໍ່ຕ້ານ ການໂອນອຳນາດການປົກຄອງ ຂອງສອງເກາະ ຢູ່ໃນທະເລແດງ ຈາກອີຈິບ ໄປໃຫ້ ຊາອຸດີ ອາເຣເບຍ ຢູ່ໃນຕົວເມືອງຫຼວງ ໄຄໂຣ, ວັນທີ 15 ເມສາ 2016.
ພວກປະທ້ວງຊາວອີຈິບ ຖືປ້າຍ ທີ່ກ່າວວ່າ "Awad ຂາຍດິນແດນຂອງລາວ" ໃນພາສາອາຣັບ ໃນລະຫວ່າງການປະທ້ວງຕໍ່ຕ້ານ ການໂອນອຳນາດການປົກຄອງ ຂອງສອງເກາະ ຢູ່ໃນທະເລແດງ ຈາກອີຈິບ ໄປໃຫ້ ຊາອຸດີ ອາເຣເບຍ ຢູ່ໃນຕົວເມືອງຫຼວງ ໄຄໂຣ, ວັນທີ 15 ເມສາ 2016.

ຄຳທີ່ຮ້ອງອອກມາສຸດທ້າຍ ອັນເປັນຄຳພັງເພີຍຂອງຊາວອີຈິບ ທີ່ສະແດງອອກເຖິງ ຄວາມລະອາຍໃຈ ໃນການສະຫລະດິນແດນ. ສຳລັບພວກຄົນໃນທ້ອງຖິ່ນ ຫຼາຍໆຄົນ ແລ້ວ ແມ່ນວ່າ ມັນຖືວ່າເປັນການກະທຳ ທີ່ບໍ່ສົມກຽດ ຊຶ່ງເປັນການປະຕິເສດ ຕໍ່ເອກະລັກ ຂອງຕົນ.

ທາງການລັດຖະບານຂອງອີຈິບ ກ່າວວ່າ ຊາອຸດີ ອາເຣເບຍ ມີສິດຕາມກົດໝາຍ ແລະ ອະທິປະໄຕທາງດ້ານປະຫວັດສາດ ຕໍ່ພວກເກາະດັ່ງກ່າວນັ້ນ ແລະ ຕົນພຽງແຕ່ສົ່ງຄືນ ດິນແດນອັນເປັນຂອງຣາຊະອານາຈັກເອງ.

ເກາະ Tiran ແລະ ເກາະ Sanafir ຢູ່ໃນເຂດ ທະເລແດງ
ເກາະ Tiran ແລະ ເກາະ Sanafir ຢູ່ໃນເຂດ ທະເລແດງ

ປະທານາທິບໍດີຂອງອີຈິບ ທ່ານ Abdel-Fattah El-Sissi ກ່າວໃນວັນພຸດຜ່ານມາວ່າ “ພວກເຮົາບໍ່ໄດ້ ສະຫລະ ແມ່ນແຕ່ຊາຍເມັດດຽວ.”

ພວກປະທ້ວງ ໄດ້ກ່າວວ່າ ບໍ່ມີການປຶກສາຫາລືລ່ວງໜ້າເລີຍ ກ່ຽວກັບການຈັດແຈງ ດັ່ງ ກ່າວ ກັບມະຫາຊົນ ຫຼື ສະພາແຫ່ງຊາດ ຊຸດໃໝ່ ທີ່ຫາກໍໄດ້ຖືກເລືອກມາ. ເກາະ Tiran ແລະ Sanafir ແມ່ນຕັ້ງຢູ່ເຂດຍຸດທະສາດ ແລະ ມັນກໍຍັງເປັນສ່ວນໜຶ່ງ ຂອງສວນອຸດ ທະຍານແຫ່ງຊາດ ຂອງອີຈິບ ຢູ່ໃນທະເລແດງ ທີ່ມີຊື່ສຽງ ສຳລັບການມຸດນ້ຳ ແລະ ການ ລອຍຊົມຫີນປະກາລັງ ລະດັບໂລກ.

ສຳລັບ ໄລຍະປະມານ 2 ປີເຄິ່ງ ຖະໜົນສາຍຕ່າງໆ ຂອງນະຄອນຫຼວງໄຄໂຣ ໄດ້ງຽບ ສະຫງົບ ລົງພໍສົມຄວນ ແລະ ສຽງຄັດຄ້ານຕ່າງໆ ສ່ວນໃຫຍ່ ແມ່ນຈະໄດ້ຍິນ ຢູ່ແຕ່ພາຍ ໃນເຮືອນ.

ທ້າວ Mohammad Tarek, ອາຍຸ 27 ປີ ເປັນນັກສຶກສາ ມະຫາວິທະຍາໄລ ໄດ້ກ່າວ ຢູ່ບ່ອນປະທ້ວງວ່າ “ພວກເກາະດັ່ງກ່າວ ແມ່ນເລື່ອງນ້ອຍ ທີ່ກໍ່ໃຫ້ເກີດເປັນບັນຫາ ອັນໃຫຍ່. ພວກເຮົາມີບັນຫາຫຼາຍໆຢ່າງ ທີ່ໄດ້ເຮັດໃຫ້ພວກເຮົາອອກມາ.”

ອີງຕາມ ບັນດານັກວິເຄາະແລ້ວ ການສົ່ງພວກເກາະດັ່ງກ່າວຄືນ ຈະເປີດທາງໃຫ້ ຊາອຸດີ ອາເຣເບຍ ກໍ່ສ້າງຂົວເຊື່ອມຕໍ່ ອີຈິບ ກັບ ຣາຊະອານາຈັກ ທາງພາກພື້ນດິນ.

ການຢ້ຽມຢາມນະຄອນຫຼວງ ໄຄໂຣ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ໄດ້ມີຈຸດປະສົງ ເພື່ອທີ່ຈະເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດອາຣັບ ໃນການຕໍ່ຕ້ານ ຄວາມແຂງແກ່ນທີ່ກຳລັງຂະຫຍາຍຕົວຂຶ້ນ ຂອງອີຣ່ານ ຊຶ່ງກະສັດຊາອຸດີ Salman bin Abdul-Aziz Al Saud ໄດ້ສັນຍາໃຫ້ເງິນ ກູ້ຢືມ ມູນຄ່າ 24 ຕື້ໂດລາ ແລະ ການລົງທຶນ ໃສ່ໃນອີຈິບ.

ການສະເໜີກໍ່ສ້າງຂົວຂອງຊາອຸດີ ຊຶ່ງຈະມີຄວາມຍາວ ເກືອບ 15 ກິໂລແມັດ ແມ່ນເປັນ ສ່ວນໜຶ່ງຂອງຂໍ້ຕົກລົງນີ້.

ທ່ານ Hussein Shobokshi ນັກວິຈານ ຂອງໜັງສືພິມ Saudi Gazette ຂຽນວ່າ “ອັນ ນີ້ ຈະເປັນການເສີມຂະຫຍາຍ ເສດຖະກິດ ຢ່າງໃຫຍ່ ຢູ່ໃນຂົງເຂດ. ມັນບໍ່ພຽງແຕ່ເປັນ ຜົນປະໂຫຍດ ໃຫ້ແກ່ສອງປະເທດ ເທົ່ານັ້ນ ແຕ່ ຍັງຈະຊ່ອຍປັບປຸງສາຍສຳພັນ ດ້ານ ເສດຖະກິດ ລະຫວ່າງ ທະວີບ ອາຟຣິກາ ກັບ ທະວີບເອເຊຍ ນຳດ້ວຍ.”

ບັນດາເຈົ້າໜ້າທີ່ບາງສ່ວນ ເນັ້ນຢ້ຳວ່າ ການໂອນອຳນາດຂອງພວກເກາະນັ້ນ ບໍ່ແມ່ນ ການມອບລາງວັນໃຫ້ແກ່ ຊາອຸດີ ໃນການແລກປ່ຽນ ເອົາການຊ່ອຍເຫຼືອ ແຕ່ເປັນພັນທະ ດ້ານກົດໝາຍ.

ຊາອຸດີ ອາເຣເບຍ ໄດ້ສົ່ງອຳນາດການປົກຄອງພວກເກາະທັງສອງ ຂອງຕົນ ໃຫ້ແກ່ ໄຄໂຣ ເມື່ອປີ 1950 ໂດຍກ່າວວ່າ ອີຈິບ ມີຄວາມພ້ອມທາງດ້ານທະຫານ ທີ່ດີກວ່າ ເພື່ອ ຈະປົກປ້ອງຊ່ອງແຄບ ຂອງ Tiran. ໃນປີ 1967 ອິສຣາແອລ ໄດ້ຢຶດເອົາພວກເກາະນັ້ນ ຫຼັງຈາກສົງຄາມ ໄດ້ເລີມຕົ້ນຂຶ້ນ ໃນເວລາອີຈິບ ໄດ້ປະກາດແຜນການທີ່ຫ້າມ ກ່ຳປັ່ນ ຂອງ ອິສຣາແອລ ບໍ່ໃຫ້ແລ່ນຜ່ານຊ່ອງແຄບດັ່ງກ່າວ.

ຫຼັງຈາກທີ່ໄດ້ມີຂໍ້ຕົກລົງສັນຕິພາບ ລະຫວ່າງອີຈິບ ກັບ ອິສຣາແອລ ໃນປີ 1979 ພວກ ເກາະນັ້ນ ກໍໄດ້ຖືກສົ່ງຄືນໃຫ້ຢູ່ພາຍໃນການຄວບຄຸມຂອງຊາວອີຈິບ ພ້ອມດ້ວຍດິນແດນ ອື່ນໆອີກ.

ການປະກາດທີ່ຈະສົ່ງພວກເກາະຄືນໃຫ້ແກ່ ຊາອຸດີ ອາເຣເບຍ ເມື່ອບໍ່ດົນມານີ້ ໄດ້ກະຕຸ້ນ ໃຫ້ມີການຕຳນິຕິຕຽນ ຈາກບັນດານັກວິຈານ ຊາວອີຈິບ ໃນທັນທີທັນໃດ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ການຕຳນິນີ້ ແມ່ນເຫັນວ່າ ບໍ່ເປັນທຳ ແລະ ອາດສ້າງຄວາມ ເສຍຫາຍໃຫ້ແກ່ສາຍພົວພັນ ລະຫວ່າງ ຊາອຸດີ ອາເຣເບຍ ກັບ ອີຈິບ.

ທ່ານ Alaa Abed ສະມາຊິກສະພາ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກສື່ມວນຊົນ ສໍລະພິດທັງຫຼາຍເຫຼົ່ານີ້ ຄວນຢູ່ງຽບໆ ຈົນກວ່າ ເອກະສານທີ່ກ່ຽວພັນກັບຂໍ້ຕົກລົງນີ້ ຈະໄປເຖິງສະພາ ເພື່ອການປຶກສາຫາລືກັນ” ອີງຕາມສື່ມວນຊົນຂອງທ້ອງຖິ່ນ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG