ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະເຊີນໜ້າ ແບບເຄັ່ງຕຶງ ໃນການປະທ້ວງ ຢູ່ອີຈິບ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນທ່ານ Mohammed Morsi ສ້າງເຄື່ອງກີດຂວາງຂຶ້ນ ທີ່ຄຸ້ມ Nasr ໃນກຸງໄຄໂຣ (2 ສິງຫາ 2013)
ພວກສະໜັບສະໜຸນທ່ານ Mohammed Morsi ສ້າງເຄື່ອງກີດຂວາງຂຶ້ນ ທີ່ຄຸ້ມ Nasr ໃນກຸງໄຄໂຣ (2 ສິງຫາ 2013)
ພວກສະໜັບສະໜຸນທ່ານ Mohamed Morsi ປະທານາທິບໍດີທີ່
ຖືກໂຄ່ນລົ້ມຂອງອີຈິບ ຈຳນວນຫລາຍສິບພັນຄົນ ພາກັນເດີນຂະ
ບວນທີ່ກຸງໄຄໂຣໃນວັນສຸກວານນີ້ ຮຽກຮ້ອງໃຫ້ແຕ່ງຕັ້ງທ່ານເຂົ້າ
ຮັບຕຳແໜ່ງຄືນອີກໃນຂະນະທີ່ລັດຖະບານຊົ່ວຄາວຂອງປະເທດ
ຂົ່ມຂູ່ວ່າ ຈະທັບມ້າງຄ້າຍຂອງພວກປະທ້ວງນັ້ນ.

ໂທລະພາບຂອງລັດຖະບານອີຈິບລາຍງານວ່າ ຕຳຫຼວດໄດ້ວາງ
ແຜນທີ່ຈະສະກັດກັ້ນບໍ່ໃຫ້ມີການເຂົ້າອອກຢູ່ທີ່ຄ້າຍຂອງພວກປະ
ທ້ວງແຫ່ງນຶ່ງ ທາງກໍ້າເໜືອຂອງກຸງໄຄໂຣ. ພວກທີ່ເຫັນເຫດການ
ເວົ້າວ່າ ພວກສະໜັບສະໜຸນ ກຸ່ມພະລາດອນພາບມຸສລິມ ພວມ
ສ້າງກຳແພງຖົງຊາຍແລະດິນຈີ່ເພື່ອປ້ອງກັນການບຸກຂອງຕຳຫຼວດ.

ຜູ້ນຳຄົນນຶ່ງຂອງພັກສາສະໜາອິສລາມກ່າວຕໍ່ຝູງຊົນວ່າ ພວກສະໜັບສະໜຸນທ່ານ Morsi ພ້ອມແລ້ວທີ່ຈະຫຼັ່ງເລືອດຂອງພວກເຂົາເຈົ້າ ເພື່ອຈະນຳເອົາທ່ານກັບຄືນມາ ແລະປົກປ້ອງ ຄວາມໝັ້ນຄົງແຫ່ງຊາດຂອງອີຈິບ.



ຂະນະດຽວກັນຮອງປະທານາທິບໍດີຊົ່ວຄາວ ທ່ານ Mohamed ElBaradei ກ່າວຕໍ່ໜັງສື ພິມ Washington Post ວ່າ ພວກຜູ້ນຳອີຈິບ ບໍ່ຕ້ອງການ ຢາກໃຫ້ເກີດ ການນອງເລືອດ ໂດຍເວົ້າວ່າ ການເກີດຄວາມວຸ້ນວາຍບໍ່ແມ່ນການແກ້ໄຂບັນຫາ. ທ່ານເວົ້າວ່າ ລັດຖະບານ ຕ້ອງການຢາກເຈລະຈາ ກັບກຸ່ມພະລາດອນພາບມຸສລິມ.

ແຕ່ທ່ານ ElBaradei ກໍເວົ້າວ່າ ອີຈິບເປັນປະເທດ ທີ່ມີຜູ້ຄົນໂກດແຄ້ນເປັນຈຳນວນຫຼວງ ຫຼາຍ ແລະມີຄວາມຮູ້ສຶກທີ່ບໍ່ສົມເຫດສົມຜົນ ແລະເລື່ອງເຫຼົ່ານີ້ຕ້ອງໄດ້ເຢັນລົງ ກ່ອນທີ່ຈະ ມີການໂອ້ລົມກັນໃດໆເກີດຂຶ້ນໄດ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ສົ່ງຮອງລັດຖະມົນຕີການ ຕ່າງປະເທດ ທ່ານ William Burns ໄປຍັງກຸງໄຄໂຣ. ທ່ານ Kerry ເວົ້າວ່າ ອີຈິບຈຳເປັນ ຕ້ອງໄດ້ກັບຄືນໄປສູ່ໃນອັນທີ່ທ່ານເອີ້ນວ່າ ພາວະປົກກະຕິໃໝ່. ທ່ານກ່າວວ່າ ລັດຖະບານ ຕ້ອງອະນຸຍາດໃຫ້ມີການປະທ້ວງແບບສັນຕິໄດ້ ແຕ່ພວກເດີນຂະບວນກໍຕ້ອງມີຄວາມຮັບ ຜິດຊອບບໍ່ແມ່ນຈະຍຸຕິຄວາມ ກ້າວໜ້າ.

Egyptians Polarized Over Top General
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG