ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ໃນ​ຢູ​ເຄ​ຣນ ຕັນທາງເຂົ້າ ຕຶກໂຮງ​ການ ລັດຖະບານ (ສະ​ໄລ​ດ໌)


ຈະຕຸລັດ Maidan Nezalezhnosti ທີ່ພວກປະທ້ວງ ພາກັນໂຮມຊຸມນຸມ ທີ່ນະຄອນຫຼວງ Kyiv.
ວັນທີ 1 ທັນວາ, 2013.
ຈະຕຸລັດ Maidan Nezalezhnosti ທີ່ພວກປະທ້ວງ ພາກັນໂຮມຊຸມນຸມ ທີ່ນະຄອນຫຼວງ Kyiv. ວັນທີ 1 ທັນວາ, 2013.
ພວກປະ​ທ້ວງກຳລັງ​ສືບ​ຕໍ່​ທຳ​ການ​ເດີນ​ຂະ​ບວນຕໍ່ຕ້ານ​ລັດຖະ
ບານ ທີ່​ກະຕຸ້ນ​ຂຶ້ນ​ຈາກ​ການ​ທີ່​ປະທານາທິບໍດີ Viktor Yanu
kovych ບໍ່​ຍອມ​ລົງ​ນາມ​ໃນ​ສົນທິສັນຍາ​ການ​ຄ້າ​ເສລີ​ກັບ​ສະ
ຫະພາບ​ຢູ​ໂຣບນັ້ນ.

ພວກ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ຕັນ​ທາງ​ເຂົ້າ​ຫາ​ຕຶກ​
ໃຫຍ່​ຂອງ​ລັດຖະບານ​ໃນ​ນະຄອນ Kyiv ​ໃນເຊົ້າ​ວັນ​ຈັນມື້​ນີ້
ນຶ່ງ​ມື້​ຫຼັງ​ຈາກ​ພວກ​ປະ​ທ້ວງ​ຈຳນວນ​ຫຼາຍ​ກວ່າ 1 ​ແສນ​ຄົນ​
ພາກັນ​ໄປ​ໂຮມ​ຊຸມນຸມ​ກັນ​ໃນ​ນະຄອນຫຼວງ​ເພື່ອ​ຮຽກຮ້ອງ​
ໃຫ້​ປະທານາທິບໍດີ ​ແລະ​ຄະນະລັດຖະບານຂອງ​ທ່ານ​ລາ​
ອອກ​ຈາກ​ຕຳ​ແໜ່​ງ.

ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ເພີ່ມທະວີຂຶ້ນເລື້ອຍໆເປັນ​ຫຼາຍ​ມື້​ແລ້ວ ​ແລະ​ບຸກຄົນ​ນຶ່ງ​ໃນ​ຈຳນວນ
ປະຊາຊົນ​ຫຼາຍ​ພັນ​ຄົນ​ທີ່​ພາກັນ​ໄປ​ນອນ​ຄ້າງ​ຄືນ​ໃນ​ຈັດ​ຕຸ​ລັດ​ແຫ່ງ​ນຶ່ງ​ໃນ​ໃຈ​ກາງ​ນະຄອນຫຼວງ
Kyiv ນັ້ນ​ໃຫ້​ສັນຍານ​ວ່າ ພວກ​ປະ​ທ້ວງ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຢູ່​ໃນ​ຈັດ​ຕຸ​ລັດ​ນັ້ນ​ຕໍ່​ໄປ.

ທ່ານ Volodymyr Rybak ປະທານ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ ກ່າວ​ຕໍ່​ໂທລະພາບ
Ukrainianວ່າ​ທ່ານ​ຄາດ​ວ່າ ການ​ໂອ້​ລົມ​ກັນ​ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ລະຫວ່າງ​ບັນດາ​ເຈົ້າ
​ໜ້າ​ທີ່​ຝ່າຍ​ລັດຖະບານ​ແລະ​ພວກ​ຝ່າຍ​ຄ້ານ. ນອກ​ນັ້ນ​ທ່ານ​ຍັງກ່າວ​ເຊັ່ນ​ກັນ​ວ່າ ທ່ານ​ເອງ​
ພ້ອມ​ດ້ວຍ​ປະທານາທິບໍດີ​ສະໜັບສະໜຸນ​ພວກ​ປະ​ທ້ວງ​ໃນ​ທາງ​ສັນຕິ ​ເພື່ອສະ​ແດງ​ທັດ
ສະນະ​ຂອງ​ພວກ​ເຂົາ​ເຈົ້າ​ອອກ​ມາ​.


XS
SM
MD
LG