ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫລາຍໝື່ນຄົນ ເດີນຂະບວນປະທ້ວງ ປະທານາທິບໍດີ ໄຕ້ຫວັນ


ພວກ​ປະ​ທ້ວງ​ສົ່ງ​ສຽງ​ຮ້ອງ​ໂຮ ​ໃຫ້​ປະທາ​ນາ​ທິບໍດີ Ma Ying-jeou ລາ​ອອກ, ວັນທີ 13 ມັງກອນ 2013ກ
ພວກ​ປະ​ທ້ວງ​ສົ່ງ​ສຽງ​ຮ້ອງ​ໂຮ ​ໃຫ້​ປະທາ​ນາ​ທິບໍດີ Ma Ying-jeou ລາ​ອອກ, ວັນທີ 13 ມັງກອນ 2013ກ
ຫລາຍ​ສິບ​ພັນ​ຄົນ​ພາກັນ​ເດີນ​ຂະ​ບວນ ທີ່​ກຸງ​ໄທ​ເປ ​ໃນ​ວັນ​ອາທິດ
ວານ​ນີ້ ​ໃນ​ການ​ເດີນ​ປະ​ທ້ວງ​ທີ່​ໃຫຍ່​ຜິດ​ປົກກະຕິ ຕໍ່ຕ້ານ​ປະທາ
ນາທິບໍດີ​ຂອງ​ປະ​ເທດ. ຊາວໄຕ້​ຫວັນທີ່​ມີ​ຄວາ​ມ​ໂກດ​ແຄ້ນ ທີ່ພາ
ກັນ​ລົງ​ສູ່ ຖະໜົນຫົນທາງ ​ຕາມ​ຄໍາ​ຮຽກຮ້ອງ​ຂອງພັກຝ່າ​ຍຄ້ານ
ກ່າວ​ວ່າ ປະທານາທິບໍດີ Ma Ying-jeou ​ໄດ້​ປະຕິ​ເສດ​ ບໍ່​ຍອມ
ທໍາການ​ປ່ຽນ​ແປງ ທີ່​ຈະ​ປັບປຸງສະພາບ​ການ​ດ້ານເສດຖະກິດ
ຂອງ​ພວກແຮງ​ງານ ​ໃຫ້​ດີ​ຂຶ້ນ​ນັ້ນ.

ພວກ​ປະ​ທ້ວງ​ສົ່ງ​ສຽງ​ຮ້ອງ​ໂຮ ​ໃຫ້​ປະທາ​ນາ​ທິບໍດີ Ma ລາ​ອອກ​
ຈາກ​ໜ້າ​ທີ່ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເດີນ​ຂະ​ບວນຜ່ານ​ໃຈ​ກາງນະ​
ຄອນ​ຫລວງ​ໄທ​ເປ. ບາ​ງຄົນ​ພາກັນ​ຕີ​ກອງ ​ແລະ​ແກ​ວ່ງມີດ​ສໍາ​
ລັບ​ປະກອບພິທີ ​ເພື່ອ​ເປັນ​ການ​ລະບາຍ​ຄວາມໂມ​ໂຫ​ຂອງ​
ເຂົາ​ເຈົ້າ. ກຸ່ມ​ນຶ່ງ​ພາກັນ​ຍູ້​ລໍ້​ເປົ່າ​ເດັກ​ນ້ອຍ ​ເພື່ອ​ເປັນ​ການ​ປະ​
ທ້ວງຄ່າ​ລ້ຽງ​ດູ​ເດັກນ້ອຍ​ທີ່​ແພງຂື້ນນັບ​ມື້​ນັ້ນ. ​ເຂົາ​ເຈົ້າ​ຍັງຮຽກຮ້ອງ​ໃຫ້ ປະ​ທາ​ນາ​ທິບໍດີ
Ma ຈົ່ງ​ພິຈາລະນາ​ຄືນ​ໃໝ່ ການ​ຂຶ້ນຄ່າ​ນໍ້າຄ່າໄຟ​ທີ່​ໄດ້​ປະກາດ​ໄປ​ນັ້ນ ​ແລະ​ລົບ​ລ້າງ ພາກສ່ວນ​ນຶ່ງ​ຂອງ​ລະບົບ​ເບ້ຍ​ບໍານານ ຂອງພະນັກງາ​ນລັດຖະບານ.

ຮອງ​ເລຂາທິການ​ໃຫຍ່ພັກຝ່າຍ​ຄ້ານ ປະຊາທິປະ​ໄຕ​ກ້າ​ວໜ້າ ທ່ານ Lin You-chang ກ່າວ​ວ່າ ການ​ບໍ່​ປະຕິບັດ​ຕາມຄໍາຮຽກຮ້ອງ​ ທີ່​ແກ່ ຍາວ​ມາເປັນ​ເວລາ​ຫົກເດືອນ​ນັ້ນ ​ໄດ້​ນໍາພາໄປ​ສູ່​ການປະ​ທ້ວງ​ໃນ​ວັນ​ອາທິດນັ້ນ.

ທ່ານ​ ກ່າວວ່າ ສາ​ເຫດ​ແຫ່ງ​ຄວາມ​ໃຈ​ຮ້າຍ​ຂອງ​ປະຊາຊົນໄດ້​ທະວີຄູນ​ກອງ​ກັນ​ຂື້ນ ຊຶ່ງ​ເປັນ​ເຫດ​ໃຫ້​ເວລາ​ນີ້​ເປັນ​ເວລາ​ທີ່​ຖືກ​ຕ້ອງແລ້ວ ສໍາລັບ​ການຮຽກຮ້ອງ​ໃຫ້​ມີ​ການ​ເອົາບາດ
ກ້າວ.

ປະທາ​ນາ​ທິບໍດີ Ma ​ໄດ້​ເຂົ້າ​ຮັບ​ຕໍາ​ແໜ່​ງມາຕັ້ງ​ແຕ່​ປີ 2008 ໂດຍໄດ້​ຮັບ​ການ​ເລືອກ​ຕັ້ງ​ໃໝ່​ໃນ​ປີ 2012 ​ເປັນ​ສະ​ໄໝ​ທີ່​ສອງ ​ແລະຕາມ​ກົດ ໝາຍ​ແລ້ວ ​ເປັນສະ​ໄໝສຸດ​ທ້າຍ.

ນອກ​ນັ້ນ​ແລ້ວ ພັກ​ຊາດນິຍົມ​ຂອງ​ທ່ານ ຍັງ​ຄວບ​ຄຸມສະພາ​ແຫ່ງ​ຊາດ​ທັງ​ໝົດອີກ. ບັນດາ​
ຜູ້​ຈັດການ​ປະ​ທ້ວງ​ບອກ​ຈໍານວນ​ຜູ້​ເຂົ້າ​ຮ່ວມ​ປະ​ທ້ວງ​ວ່າ ​ມີ 150,000 ຄົນ ​ແຕ່​ການນັບ​ຈາກ​ພາຍ​ນອກເວົ້າ​ວ່າມີ​ປະມານ 50,000 ຄົນ.

ກ່ຽວຂ້ອງກັນ

XS
SM
MD
LG