ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນກຳປູເຈຍ ເດີນຂະບວນ ຮຽກຮ້ອງໃຫ້ ນາຍົກ ຮຸນ ເຊນ ລາອອກຈາກຕຳແໜ່ງ


ປະຊາຊົນກຳປູເຈຍຫຼາຍໝື່ນຄົນ ພາກັນເດີນຂະບວນ
ໄປຕາມຖະໜົນໃນກຸງພະນົມເປັນ.
ປະຊາຊົນກຳປູເຈຍຫຼາຍໝື່ນຄົນ ພາກັນເດີນຂະບວນ ໄປຕາມຖະໜົນໃນກຸງພະນົມເປັນ.
​ໃນ​ວັນ​ອາທິດ​ວານ​ນີ້ ປະຊາຊົນ​ຫຼາຍ​ໝື່ນ​ຄົນ​ພາກັນເດີນ​ຂະ
​ບວນໄປຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນຫຼວງ​
ກຸງ​ພະນົມ​ເປັນ ຮຽກຮ້ອງ​ໃຫ້​ນາຍົກລັດຖະມຸນຕີ ຮຸນ​ ​ເຊນ
ລາ​ອອກ​ຈາກ​ຕຳ​ແໜ່​ງ. ການສະ​ແດງ​ຄວາມ​ຮູ້ສຶກ​ບໍ່ພໍ​ໃຈ​ທີ່
​ຫຼັ່ງ​ໄຫຼ​ອອກ​ມາຂອງ​ປະຊາຊົນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ
​ຜ່ານ​ມາ​ນີ້ ຕໍ່ຕ້ານ​ຜູ້ນຳ​ທີ່​ປົກຄອງ​ປະ​ເທດ​ມາເປັນເວລາດົນ
​ນານທ່ານ​ນີ້ ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ​ໄດ້ນໍາ​ເອົາ​ພວກ
​ສະໜັບສະໜຸນ​ພັກ​ຝ່າຍ​ຄ້ານ ​ແລະ​ພວກ​ແຮງ​ງານ ຈໍານວນ
​ຫຼວງ​ຫຼາຍ​ ໃນ​ໜ່ວຍແຮງ​ງານ​ຕັດຫຍິນ 4 ແສນ​ຄົນ ຂອງ​
ກໍາປູ​ເຈຍ​ນັ້ນ ມາ​ຮວມກໍາລັງ​ກັນ​.

ກ່ອນ​ນໍາພາ​ການເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ
ກຸງ​ພະນົມ​ເປັນ ທ່ານ SamRainsy ຜູ້ນຳ​ຝ່າຍ​ຄ້ານ ​ໄດ້ກ່າວຕໍ່​ຝູງ​ຊົນ​ຢູ່​ສວນສາທາລະນະ
Freedom Park ​ໃນ​ໃຈກາງ​ເມືອງ​ວ່າ ມື້ນີ້​ເປັນ​ມື້​ປະຫວັດສາດ ​ແລະ​ວ່າຄວາມປະສົງ
ຂອງ​ປະຊາຊົນກຳປູ​ເຈຍ​ ຈະ​ໄດ້​ຮັບ​ໄຊຊະນະ.

ຜູ້ນໍາຝ່າຍຄ້ານ ທ່ານSam Rainsy (ເສື້ອຂາວ ຂວາມື), ກັບຜູ້ຮອງ ທ່ານ Kem Sokha (ຊ້າຍ) ໂບກມືໃຫ້ພວກສະໜັບສະໜຸນທ່ານ ກ່ອນການເດີນຂະບວນປະທ້ວງ ເມື່ອວັນທີ 29 ທັນວາ 2013. (Robert Carmichael/VOA).
ຜູ້ນໍາຝ່າຍຄ້ານ ທ່ານSam Rainsy (ເສື້ອຂາວ ຂວາມື), ກັບຜູ້ຮອງ ທ່ານ Kem Sokha (ຊ້າຍ) ໂບກມືໃຫ້ພວກສະໜັບສະໜຸນທ່ານ ກ່ອນການເດີນຂະບວນປະທ້ວງ ເມື່ອວັນທີ 29 ທັນວາ 2013. (Robert Carmichael/VOA).


ທ່ານ​ Rainsy ກ່າວ​ວ່າ "ປະຊາຊົນ​ກຳປູ​ເຈຍ​ທັງ​ໝົດ​ເຊື່ອ​ວ່າ
ລັດຖະບານ​ຂອງ​ທ່ານ​ຮຸນເຊນ ຜິດ​ກົດໝາຍ ​ແລະວ່າ ນາຍົກ
ລັດຖະມຸນຕີຈະ​ໄດ້ຍິນ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ ​ແລະໄດ້​ຍິນວ່າ
ປະຊາຊົນ​ທຸກໆ​ຄົນ​ຢາກ​ເຫັນ​ການ​ປ່ຽນ​ແປງ​ໃນ​ຄະນະ​ນຳພາ ​
ແລະທ່ານຮຽກ ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່.
"

​ແຕ່​ນາຍົກລັດ​ຖະມຸນຕີ​ຮຸນ ​ເຊ​ນ ທີ່​ໄດ້​ຄອງ​ອຳນາດ​ມາ​ເປັນ​ເວລາ
​ເກືອບ 3 ທົດ​ສະວັດປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ແລະ​ການ
​ເຈລະຈາກັນ​ລະຫວ່າງສອງ​ຝ່າຍ ​ໄດ້ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​.

ພວກ​ສະມາຊິກ​ຝ່າຍ​ຄ້ານ 55 ທ່ານ​ບໍ່​ຍອມຮັບ​ເອົາ​ບ່ອນ​ນັ່ງ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ສະພາ​
ແຫ່ງ​ຊາດ​ ທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 123 ບ່ອນ​ນັ່ງ​ນັ້ນ. ພວກ​ເຂົາ​ເຈົ້າ​ຢາກ​ໃຫ້​ທ່ານ ຮຸນ
ເຊ​ນ ລາ​ ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຄັ້ງ​ທີ​ສອງ​ຂຶ້ນ​ໃນ​ປີໜ້າ
ຊຶ່ງ​ທ່ານ​ຮຸນ​ ເຊນ ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ທັງ​ສອງ​ຢ່າງ​ນີ້ ​ເຊັ່ນ​ກັນ.

ຝ່າຍ​ຄ້ານ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ຫຼາຍ​ພາກສ່ວນ​ຂອງ​ສັງຄົມ ຕັ້ງ​ແຕ່ພວກ​
ລັດຖະກອນທີ່​ເບື່ອ​ໜ່າຍ​ກັບເງິນ​ເດືອນ​ຕໍ່າ ​ໄປ​ຫາ​ພວກ​ປະຊາຊົນ​ທຳ​ມະ​ດາສາມັນ
​ທີ່ເບື່ອ​ໜ່າຍ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະພວກ​ພະສົງ​ທີ່​ບໍ່ພໍ​ໃຈ​ນໍາ​ຄະນະ​ນໍາພາ​ສົງ
​ທີ່​ໃກ້ຊິດ​ກັບ​ພັກ​ລັດຖ​ະບາຍ​ຫຼາຍ​ເກີນ​ໄປ ​ແລະ​ພວກ​ແຮງ​ງານ​ຕັດຫຍິບ ທີ່​ໂມ​ໂຫ​ນໍາ
ຄຳ​ປະກາດ​ຂອງ​ລັດຖະບານໃນວັນ​ອັງຄານ​ຜ່ານ​ມາ ​ຂຶ້ນ​ເງິນ​ເດືອ​ນຕໍ່າ​ສຸດ ຈາກ 80
ດອນ​ລາ ​ເປັນ​ພຽງ​ແຕ່ 95 ດອນ​ລາຕໍ່​ເດືອນ​ນັ້ນ.
XS
SM
MD
LG