ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ເກົາຫຼີໃຕ້ ຈັດການປະທ້ວງຄັ້ງໃຫຍ່ ຕໍ່ຕ້ານ ປະທານາທິບໍດີ Park


ພວກປະທ້ວງຊາວ ເກົາຫຼີໃຕ້ ຈຳນວນຫຼາຍຄົນຈັດການຊຸມນຸມ
ຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ລົງຈາກຕຳແໜ່ງຢູ່ໃນຕົວເມືອງ ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ພະຈິກ, 2016.
ພວກປະທ້ວງຊາວ ເກົາຫຼີໃຕ້ ຈຳນວນຫຼາຍຄົນຈັດການຊຸມນຸມ ຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ລົງຈາກຕຳແໜ່ງຢູ່ໃນຕົວເມືອງ ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ພະຈິກ, 2016.

ຊາວເກົາຫຼີໃຕ້ຫຼາຍສິບພັນຄົນພາກັນປະທ້ວງຢູ່ຕາມຖະໜົນ ໃນນະຄອນຫຼວງຂອງເຂົາ ເຈົ້າໃນວັນເສົາວານນີ້ ຮຽກຮ້ອງໃຫ້ປະທານາທິບໍດີ Park Guen Hye ລາອອກຍ້ອນ ຂ່າວນອງນັນ ກ່ຽວກັບ ເພື່ອນສະນິດຍາວນານທັງເປັນທີ່ປຶກສາຂອງເພິ່ນນັ້ນ.

ພວກນັກຂ່າວ ເກົາຫຼີໃຕ້ ກ່າວວ່າ ການປະທ້ວງຄັ້ງໃຫຍ່ໃນນະຄອນຫຼວງ ໂຊລ ຄັ້ງນີ້ແມ່ນ ເປັນຄັ້ງໃຫຍ່ ທີ່ສຸດທີ່ສະແດງຄວາມຮູ້ສຶກຕໍ່ຕ້ານລັດຖະບານ. ຕາມຕົວເລກທີ່ອ້າງອີງໃສ່ ການຄຳນວນຂອງຕຳຫຼວດແມ່ນວ່າ ມີຜູ້ປະທ້ວງຫຼາຍເຖິງ 50 ພັນຄົນ ແຕ່ອົງການຕ່າງໆ ເວົ້າວ່າ ຝູງຊົນດັ່ງກ່າວແມ່ນມີສູງກວ່ານັ້ນຕັ້ງຫຼາຍເທົ່າ.

ພວກປະທ້ວງຄັ້ງໃຫຍ່ເທື່ອນີ້ ພາກັນຖືປ້າຍຄຳຂວັນທັງປ້າຍກ່າວຫາວ່າ ປະທານາທິບໍດີ ຫັກຫຼັງຊຶ່ງພາກັນເຕົ້າໂຮມຢູ່ຈະຕຸລັດກາງ Gwangwhaamun ແລະ ຢູ່ບ່ອນດັ່ງກ່າວເປັນ ເວລາຫຼາຍຊົ່ວໂມງ ແຕ່ແລ້ວກໍແຍກຍ້າຍໄປກ່ອນທ່ຽງຄືນ. ໄດ້ມີຕຳຫຼວເກືອບເຖິງ 20 ພັນ ຄົນປະຈຳໜ້າທີ່ ເພື່ອຮັບມືແລະຕຽມພ້ອມ ເພື່ອປ້ອງກັນການເຄື່ອນໄຫວໃດໆ ຂອງພວກ ປະທ້ວງ ໄປຫາທຳນຽບສີຟ້າ ແລະ ສຳນັກງານປະທານາທິບໍດີ ຊຶ່ງຢູ່ບໍ່ໄກເຖິງ 2 ກິໂລ ແມັດ.

ຜູ້ປະທ້ວງຊາວ ເກົາຫຼີໃຕ້ ຈຳນວນຫຼາຍຈັດການຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ລົງຈາກຕຳແໜ່ງໃນຕົວເມືອງ ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ພະຈິກ, 2016.
ຜູ້ປະທ້ວງຊາວ ເກົາຫຼີໃຕ້ ຈຳນວນຫຼາຍຈັດການຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ລົງຈາກຕຳແໜ່ງໃນຕົວເມືອງ ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ພະຈິກ, 2016.

ຢູ່ເມືອງແລະແຂວງອື່ນໆທີ່ຖືວ່າເປັນທີ່ໝັ້ນຂອງທ່ານນາງ Park ໄດ້ມີການໄຕ້ທຽນໄຂ ແລະ ການປະທ້ວງແລະຊຸມນຸມຕໍ່ຕ້ານທ່ານນາງຢູ່ຫຼາຍແຫ່ງ.

ການປະທ້ວງທີ່ວ່ານີ້ ແມ່ນແນໃສ່ຄວາມເປັນມິດລະຫວ່າງປະທານາທິບໍດີ Park ກັບນາງ Choi Soon-sil ອາຍຸ 60 ປີ ລູກສາວຂອງອະດີດຜູ້ນຳລັດທິສາສະໜາ ແລະ ອະດີດຜູ້ ຊ່ອຍປະທານາທິບໍດີສອງຄົນ. ພວກເຫຼົ່ານີ້ຖືກກ່າວຫາວ່າໃຊ້ຄວາມກົດດັນໃສ່ທຸລະກິດ ຕ່າງໆເພື່ອໃຫ້ໃຊ້ເງິນ 70 ລ້ານໂດລາເຂົ້າໃສ່ໃນມຸນນິທິທີ່ນາງ Choi ຄວບຄຸມ. ນອກ ເໜືອໄປຈາກນັ້ນ ພວກປະທ້ວງຍັງກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ນາງ Choi ໝູນໃຊ້ນະ ໂຍບາຍຂອງລັດຖະບານ ທັງໃຊ້ອິດທິພົນທີ່ບໍ່ເໝາະສົມໃສ່ ແມ່ນກະທັ່ງດັດແປງແກ້ໄຂຄຳ ປາໄສລ່ວງໜ້າຂອງປະທານາທິບໍດີນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG