ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລາຍໝື່ນຄອບຄົວ ໃນເກົາຫລີເໜືອ ບໍ່ມີນໍ້າສະອາດກິນ (ສະໄລດ໌)


ຊາວເກົາຫລີເໜືອຫລາຍຄອບຄົວພາກັນບໍ່ມີນໍ້າສະອາດໃຊ້ພາກັນໂບກ ມື ໃນຂະນະທີ່ພວກເຂົາເຈົ້າໄດ້ຮັບເຄື່ອງບັນເທົາທຸກຈາກອົງການສະພາ ກາແດງ ຫລື DPRK Red Cross Society (RCS) ໃນວັນທີ 31 ກໍລະກົດ, 2012.
ຊາວເກົາຫລີເໜືອຫລາຍຄອບຄົວພາກັນບໍ່ມີນໍ້າສະອາດໃຊ້ພາກັນໂບກ ມື ໃນຂະນະທີ່ພວກເຂົາເຈົ້າໄດ້ຮັບເຄື່ອງບັນເທົາທຸກຈາກອົງການສະພາ ກາແດງ ຫລື DPRK Red Cross Society (RCS) ໃນວັນທີ 31 ກໍລະກົດ, 2012.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ໄພ​
ນໍ້າ​ຖ້ວມ​ທີ່​ສ້າງ​ຄວາມ​ຫາ​ຍະ​ນະ
ຫຼາຍໆ​ບັ້ນ​ນັ້ນ ​ຍັງ​ຜົນ​ໃຫ້​ຊາວ​
ເກົາຫຼີ​ເໜືອຫຼາຍສິບ​ພັນ​ຄອບຄົວ
ປາດ​ສະ​ຈາກ​ນໍ້າ​ດື່ມ ນໍ້າ​ໃຊ້​ທີ່​ສະ
ອາດ​ປອດ​ໄພ ​ແລະ​ສ່ຽງ​ຕໍ່​ການ ​ແຜ່​ລະບາດ​ຂອງ​ພະຍາດ​.

​ໃນ​ລາຍ​ງານ​ສະບັບ​ນຶ່ງ​ເມື່ອ​ວັນ​ພະຫັດ​ວານ​ນີ້ ສະຫະ​ປະຊາ​ຊາດ​ ​ແລະ ອົງການ​ຊ່ວຍ​ເຫຼືອ
ຫຼາຍໆ​ອົງການ ​ເວົ້າ​ວ່າ ຝົນຕົກ​ໜັກເປັນ​ເວລາ​ສອງ​ອາທິດ ໄດ້​ພາ​ໃຫ້​ເກີດ​ນໍ້າ​ຖ້ວມ ທີ່​ເຮັດ​
ໃຫ້​ນໍ້າດື່ມ​ນໍ້າ​ໃຊ້​ຈາກ​ນໍ້າສ້າງ​ເປື້ອນ​ເປິ ​ແລະ​ໄດ້​ພັດ​ເອົາ​ສະຖານ​ພະຍາບານຫຼາຍ​ແຫ່ງ​ໄປ.

ອິງ​ຕາມ​ຕົວ​ເລກ​ຂອງ​ລັດຖະບານນັ້ນ ລາຍ​ງານ​ເວົ້າ​ວ່າ ສະພາບ​ອາກາດ ປັ່ນ​ປ່ວນ​ທີ່​ສຸດ​ ທີ່
ຍັງ​ຜົນ​ໃຫ້​ປະຊາຊົນ 60,000 ກວ່າ​ຄົນ​ບໍ່​ມີ​ບ້ານ​ຢູ່​ອາ​ໃສ. ລາຍ​ງານ​ເວົ້າ​ອີກ​ວ່າ ຜົນລະປູກ​ກໍ​
ຖືກ​ທໍາລາຍ​ຢ່າງ​ໜັກ​ເຊັ່ນ​ກັນ​ໃນປະ​ເທດ​ຄອມ​ມີ​ວນີສ​ເກົາຫຼີ​ເໜືອ​ນີ້ ຊຶ່ງ​ໄດ້ຮັບ​ຄວາມ​ເດືອດ​
ຮ້ອນຈາກການຂາດ​ແຄນ​ເຂົ້າປາ​ອາຫານ ​ມາ​ໂດຍ​ຕະຫລອດຢູ່​ແລ້ວ​ນັ້ນ.

ໃນ​ຕອນ​ຕົ້ນ​ຂອງ​ອາທິດ​ນີ້ ​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດຈໍານວນ​ນື່ງ ​ໄດ້​ໄປ​ຢ້ຽມຢາມ​
ຂົງ​ເຂດ​ຕ່າງໆຂອງ​ປະ​ເທດ ​ທີ່​ຖືກ​ໄພ​ນໍ້າ​ຖ້ວມ ​ເພື່ອສືບ ສວນສອບສວນ​ຜົນ​ເສຍ​ຫາຍ ​ແລະ
​ຊັ່ງຊາ​ຕີ​ລາຄາ​ຄວາມ​ຕ້ອງການ​ດ້ານ​ຕ່າງໆ​ທີ່​ຈໍາ​ເປັນ. ​ແຕ່​ລາຍ​ງານ​ເວົ້າ​ອີກ​ວ່າ ​ເວລາ​ນີ້​ຍັງ​ຄົງ​
ລໍາ​ບາກຫຼາຍທີ່​ຈະ​ຮູ້​ເຖິງ ສະ​ພາບ​ການ​ດ້ານ​ມະນຸດສະ​ທໍາ​ທີ່​ແນ່ນອນ​ ຫຼືຜົນ​ກະທົບ​ໄລຍະ​ຍາວ
ດ້ານ​ສະບຽງ​ອາຫານ ​ນັ້ນ.

ອົງການ​ຂ່າວ​ກາງຂອງ​ທາງ​ການ​ເກົາຫຼີ ລາຍ​ງານ​ວ່າ ມີ​ຜູ້ເສຍ​ຊີວິດໄປ​ແລ້ວ​ຢ່າງໜ້ອຍ 119
ຈາກ​ສະພາບ​ອາກາດ​ປັ່ນ​ປ່ວນ​.

XS
SM
MD
LG