ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດາຣາເທັນນິສ Maria Sharapova ບໍ່ຜ່ານການກວດ ໃນການໃຊ້ຢາຊູກຳລັງ


ດາຣາເທັນນິສ Maria Sharapova ກ່າວ ຢູ່ກອງປະຊຸມນັກຂ່າວ ທີ່ນະຄອນ Los Angeles ເມື່ອວັນທີ 7 ມີນາ 2016.
ດາຣາເທັນນິສ Maria Sharapova ກ່າວ ຢູ່ກອງປະຊຸມນັກຂ່າວ ທີ່ນະຄອນ Los Angeles ເມື່ອວັນທີ 7 ມີນາ 2016.

ດາຣາເທັນ​ນິສຣັດ​ເຊຍນາງ Maria Shavapova ກ່າວ​ວ່າ ນາງ​
ບໍ່ສາມາດຜ່ານ​ການກວດຢູ່​ທີ່ພິທີ​ເປີດການແຂ່ງຂັນກິລາເທັນນິສ
ອອສເຕຣເລຍເມື່ອ​ເດືອນ​ມັງກອນ​ທີ່​ຜ່ານ​ມາເນື່ອງ​ຈາກ​ຢາທີ່​ນາງ​
ໄດ້​ໃຊ້​ມາ​ເປັນ​ເວລາ 10 ປີດ້ວຍ​ເຫດຜົນດ້ານ​ສຸຂະພາບ.

ນາງ Sharapova ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ ທີ່​ນະຄອນLos
Angeles ​ໃນ​ວັນ​ຈັນ​ວານ​ນີ້​ວ່າຢາ​ທີ່​ມີ​ຊື່ວ່າ meldonium ​ຫາ​ກໍ
​ໄດ້​ເພີ້ມ​ເຂົ້າ​ໃນບັນຊີ​ລາຍ​ຊື່​ຢາຊູ​ກຳລັງ​ທີ່ຖືກ​ຫ້​າມ​ໂດຍ​ອົງການ​
ຕໍ່ຕ້ານ​ການ​ໃຊ້​ຢາຊູ​ກຳລັງ ຫຼື WADA ເມື່ອຕົ້ນ​ປີ​ນີ້.

ນາງ​ກ່າວ​ວ່າ ນາງ​ບໍ່​ໄດ້​ເບິ່ງ e-mail ທີ່​ເຕືອນຄັ້ງ​ຫລ້າ​ສຸດກ່ອນ​ທີ່
​ນາງ​ໄດ້ໃຊ້ດັ່ງກ່າວ.

​ເນຶ່ອງຈາກ​ການ​ລະເມີດນີ້ນາງ Shavapora ອາຍຸ 28 ປີ ທີ່​ໄດ້​ເປັນ​ແຊມ​ປ້ຽນ​ເຖິງ​ຫ້າເທື່ອ ກຳລັງ​ປະ​ເຊີນ​ໜ້າ​ກັບ​ການຫ້າມບໍ່ໃຫ້ແຂ່ງຂັນເປັນການຊົ່ວຄາວ ໂດຍສະຫະພັນ​ເທັນ​ນິສ​ສາກົນ ທີ່​ອາດ​ຈະ​ກີດ​ກັ້ນ​ນາງ​ບໍ່​ໃຫ້​ເຂົ້າ​ແຂ່ງຂັນ ຕາງໜ້າໃຫ້​ປະ​ເທດ​ຂອງນາງ ຢູ່​ໃນການ​ແຂ່ງຂັນກິລາ​ໂອ​ລິ​ມປິກ ຊຶ່ງຈະ​ມີ​ຂື້ນທີ່ ​ນະຄອນ Rio.

ທ່ານ Steve Simon ຫົວໜ້າ​ສະມາຄົມ​ເທ​ນິສ​ແມ່ຍິງ ​ໄດ້​ອອກ​ຖະ​ແຫລ​ງການ ຮ້ອງ​ນາງ Sharapova ວ່າ​ເປັນ “​ແມ່ຍິງ​ທີ່​ມີ​ຄວາມ​ສື່​ສັດ​ອັນ​ສູງ​ສົ່ງ” ​ແຕ່ກໍ​ກ່າວວ່າ “ມັນ​ເປັນຄວາມ​ຮັບຜິດຊອບ​ຂອງ​ນັກ​ກິລາ​ແຕ່ລະຄົນທີ່​ຕ້ອງ​ຮູ້​ວ່າສິ່ງ​ໃດ​ທີ່​ເຂົາ​ເຈົ້າ​ເອົາ​ເຂົ້າໃສ່​ໃນຮ່າງກາຍ ແລະ​ຮູ້ວ່າມັນໄດ້ຮັບ​ອະນຸ​ຍາດຫຼືບໍ່.

​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ຫ້ອງການ​ບໍລິສັດ​ຜະລິດ​ເຄື່ອງນຸ່ງ​ກິລາ Nike ຢູ່​ສະຫະລັດ ​ໄດ້​ປະກາດວ່າ ຕົນ​ໄດ້​ຍົກເລີກການ​ເປັນ​ຜູ້​ອຸບປະ​ຖໍາໃຫ້ແກ່​ນາງ Sharapova ​ໂດຍ​ກ່າວ​ວ່າ
“ມັນ​ເປັນ​ທີ່​ເສົ້າ​ສະ​ລົດ​ໃຈ ​ແລະ​ຕື່ນ​ຕົກ​ໃຈ​ຈາກ​ລາຍ​ງານ​ຂ່າວ.” ນາງ Sharapova ​ໄດ້​ຊະ
ນະ​ການແຂ່ງຂັນ​ດ່ຽວ ຄັ້ງ ນັບຕັ້ງແຕ່ນາງໄດ້ຊະນະແຊ້ມ Wimbledon ​ຊຶ່ງເວລາ​ນັ້ນນາງ
ມີອາຍຸ 17 ປີ ທີ່​ສ້າ​ງ​ຄວາມ​ຕຶ່ນ​ເຕັ້ນ​ໂດ່​ງດັງ​ໃນ​ປີ 2004 ​ແລະ​ໄດ້​ຮັບ​ເງິນ​ເຖິງ 36 ລ້ານ​ໂດ​
ລາ​ໃນ​ເວລາ​ນັ້ນ ຊຶ່ງ​ສ່ວນ​ໃຫຍ່ໄດ້ມາ​ຈາກ​ການ​ໂຄສະນາ.

XS
SM
MD
LG