ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອົບພະຍົບ 37 ຄົນ ເສຍຊີວິດ ໃນຂະນະທີ່ ເຮືອຂອງ ພວກເຂົາ ຂວ້ຳຈົມລົງ ນອກຝັ່ງຂອງເທີກີ


ພວກເຈົ້າໜ້າທີ່ຕຳຫຼວດເທີກີ ຢືນຢູ່ໃກ້ໆ ສົບຊາວອົບພະຍົບ
ຄົນນຶ່ງ ຢູ່ຊາຍຫາດ ໃກ້ກັບເມືອງນ້ອຍ Ayvacik ແຄມທະເລ Aegean ຂອງ Canakkale, ປະເທດເທີກີ, ວັນທີ 30 ມັງກອນ 2016.
ພວກເຈົ້າໜ້າທີ່ຕຳຫຼວດເທີກີ ຢືນຢູ່ໃກ້ໆ ສົບຊາວອົບພະຍົບ ຄົນນຶ່ງ ຢູ່ຊາຍຫາດ ໃກ້ກັບເມືອງນ້ອຍ Ayvacik ແຄມທະເລ Aegean ຂອງ Canakkale, ປະເທດເທີກີ, ວັນທີ 30 ມັງກອນ 2016.

ຢ່າງໜ້ອຍ ມີຊາວອົບພະຍົບ 37 ຄົນ ທີ່ລວມທັງ ເດັກນ້ອຍ
ຈຳນວນນຶ່ງ ໄດ້ເສຍຊີວິດເມື່ອວັນເສົາວານນີ້ ໃນເວລາ ເຮືອ
ລຳນຶ່ງທີ່ຈະນຳເອົາພວກເຂົາເຈົ້າ ໄປຍັງເກາະ Lesbos ຂອງ
ກຣິສ ໄດ້ຫລົ້ມຈົມ ຢູ່ນອກຝັ່ງທາງຕາເວັນຕົກຂອງປະເທດເທີກີ.

ຈຳນວນຂອງຜູ້ທີ່ເສຍຊີວິດ ໄດ້ເພີ່ມຂຶ້ນ ເມື່ອຕອນແລງວັນເສົາ
ວານນີ້ ຫຼັງຈາກທີ່ໜ່ວຍຄົ້ນຫາ ໄດ້ພົບເຫັນຫຼາຍສົບທີ່ຄ້າງຄາຢູ່
ໃນເຮືອຂະໜາດ 17 ແມັດ. ບັນດາພະນັກງານກູ້ໄພ ສາມາດ
ຊ່ອຍດຶງຂຶ້ນມາໄດ້ ຜູ້ລອດຊີວິດ 75 ຄົນ.

ອົງການຂ່າວ Dogan ຂອງເທີກີ ໄດ້ກ່າວວ່າ ພວກຊາວອົບ
ພະຍົບ ປະກອບມີ ພວກຄົນທີ່ມາຈາກ ຊີເຣຍ, ອັຟການິສຖານ ແລະມຽນມາ.

ເຖິງແມ່ນວ່າມີສະພາບອາກາດ ທີ່ໜາວກໍຕາມ ຈຳນວນຄົນຫຼາຍກວ່າ 20 ເທົ່າ ໄດ້ພະຍາຍາມເດີນທາງໄປຮອດ ກຣິສ ເມື່ອເດືອນມັງກອນ ປີ 2015, ຊຶ່ງ ໃນປີນຶ່ງ ຫຼາຍກວ່ານຶ່ງລ້ານຄົນ ໄດ້ອອກເດີນທາງຜ່ານຜ່າຄວາມອັນຕະລາຍ ເພື່ອໄປຂໍລີ້ໄພໃນຢູໂຣບ, ວັນທີ 19 ມັງກອນ 2016, ເກາະ Lesbos ຂອງກຣິສ. (VOA/Hamada Elrasam)
ເຖິງແມ່ນວ່າມີສະພາບອາກາດ ທີ່ໜາວກໍຕາມ ຈຳນວນຄົນຫຼາຍກວ່າ 20 ເທົ່າ ໄດ້ພະຍາຍາມເດີນທາງໄປຮອດ ກຣິສ ເມື່ອເດືອນມັງກອນ ປີ 2015, ຊຶ່ງ ໃນປີນຶ່ງ ຫຼາຍກວ່ານຶ່ງລ້ານຄົນ ໄດ້ອອກເດີນທາງຜ່ານຜ່າຄວາມອັນຕະລາຍ ເພື່ອໄປຂໍລີ້ໄພໃນຢູໂຣບ, ວັນທີ 19 ມັງກອນ 2016, ເກາະ Lesbos ຂອງກຣິສ. (VOA/Hamada Elrasam)

ຕຳຫຼວດໄດ້ຈັບກຸມ ຊາຍເທີກີຄົນນຶ່ງ ຊຶ່ງເປັນຜູ້ຕ້ອງສົງໄສວ່າ ເປັນຜູ້ລັກລອບຂົນສົ່ງ
ມະນຸດ ຜູ້ທີ່ໄດ້ຈັດແຈງ ແລະພະຍາຍາມຂ້າມທະເລ ເມື່ອວັນເສົາວານນີ້ ແຕ່ລາວໄດ້ກ່າວ
ວ່າ ຄອບຄົວຂອງລາວ ແມ່ນຮ່ວມຢູ່ໃນເຮືອລຳດັ່ງກ່າວ ແລະ ໄດ້ປະຕິເສດຕໍ່ການກະທຳ
ຜິດໃດໆ.

ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ໄດ້ກ່າວວ່າ ການສູນເສຍຊີວິດ ຂອງຊາວອົບ
ພະຍົບ ແລະ ພວກຍົກຍ້າຍຖິ່ນຖານ ທີ່ຂ້າມທະເລ Aegean ລະຫວ່າງ ປະເທດເທີກີ ແລະ ກຣິສ ນັ້ນ ແມ່ນ “ກຳລັງເພີ່ມຂຶ້ນ ໃນລະດັບທີ່ໜ້າວິຕົກກັງວົນຫຼາຍ.”

European Migrants
please wait
Embed

No media source currently available

0:00 0:00:17 0:00

XS
SM
MD
LG