ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນ ການໂຈມຕີ ຂອງພວກກະບົດ ທີ່ ລັດອັສສຳ (ວີດີໂອ)


ແຜນທີ່ບ່ອນເກີດເຫດ ໃນ ປະເທດອິນເດຍ
ແຜນທີ່ບ່ອນເກີດເຫດ ໃນ ປະເທດອິນເດຍ
ບັນດາ​ເຈົ້າ​ໜ້າ​ທີ່ອິນ​ເດຍ ກ່າວ​ວ່າ ພວກ​ກະບົດ​ໄດ້​ສັງ
ຫານ 10 ຄົນ​ທີ່ລັດອັສສຳ​ ໃນພາກຕາ​ເວັນ​ອອກສຽງ​
ເໜືອ​ຂອງປະເທດ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ສັງຫານດັ່ງກ່າວ​ໄດ້​ເກີດ
​ຂື້ນ​ຢູ່​ສອງແຫ່ງ​ຕ່າງ​ກັນ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ
​ວານ​ນີ້.

ພວກ​ກະບົດໄດ້ເປີດ​ສາກ​ຍິງ​ໃສ່ເຮືອນຫລັງ ​ໃນ​ເຂດ​
ເມືອງ Kokrajhar ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຈັດ​ຄົນ.

​ນອກນັ້ນ ພວກຫົວຮຸນແຮງ ຍັງສັງຫານອີກ 3 ຄົນ ໃນ​ເຂ​ດເມືອງ Daksa.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ​ ພວກ​ກະບົດ​ຈາກກຸ່ມແນວໂຮມ​ປະຊາທິປະ​ໄຕ​ແຫ່ງ​ຊາດ
Bodoland ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມຕີຄັ້ງນີ້.

ຄວາມ​ຄຽດຊັງ ​ແລະ​ການ​ກ່າວ​ຫາ​ວ່າ ລັກ​ຂະໂມຍເອົາ​ດິນ​ດອນ ​ໄດ້ມີມາ​ເປັນ​ເວລາ
ຊ້າ​ນານ ​ໃນລັດອັສສຳ ລະຫວ່າງບັນດາສະມາຊິກ ປະຊາ​ຄົມເຜົ່າ Bodo ​ແລະ​ອີີກ
​ຫລາຍ​ພັນ​ຄົນ​ທີ່​ເປັນພວກເຂົ້າໄປຕັ້ງຖິ່ນຖານໃໝ່ຊາວ​ມຸສລິ​ມ​ຈາກບັງ ກລາແດັສ
ຫລາຍໆ​ຄົນ​ແມ່ນ​ພາກັນ​ມາ​ຈາກ ອະດີດປາ​ກິ​ສຖານຕາເວັນອອກ ກ່ອນ​ກາຍມາ
ເປັນປະເທດບັງ​ກລາ​ແດັສ ​ໃນ​ປີ 1971.
INDIA VIOLENCE VO
please wait
Embed

No media source currently available

0:00 0:00:16 0:00
XS
SM
MD
LG