ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມຊູນີ ອ້າງເອົາ ຄວາມຮັບຜິດຊອບ ສຳລັບ ການວາງລະເບີດ ທີ່ຕະຫຼາດ ໃນປາກິສຖານ


ພະນັກງານດັບເພີງ ພາກັນ ມອດໄຟ ທີ່ເຜົາໄໝ້ລົດຄັນນຶ່ງ ຢູ່ໃກ້ໆກັບສະຖານທີ່ ເກີດລະເບີດແຕກ ໃນຕະຫຼາດເມືອງ Parachinar, ເມືອງຫຼວງຂອງ ເມືອງຊົນເຜົ່າ Kurram, ວັນທີ 13 ທັນວາ 2015.
ພະນັກງານດັບເພີງ ພາກັນ ມອດໄຟ ທີ່ເຜົາໄໝ້ລົດຄັນນຶ່ງ ຢູ່ໃກ້ໆກັບສະຖານທີ່ ເກີດລະເບີດແຕກ ໃນຕະຫຼາດເມືອງ Parachinar, ເມືອງຫຼວງຂອງ ເມືອງຊົນເຜົ່າ Kurram, ວັນທີ 13 ທັນວາ 2015.

ບັນດາເຈົ້າໜ້າທີ່ ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ
ກ່າວວ່າ ຄວາມແຮງຂອງລະເບີດ ໄດ້ແຕກກະຈາຍໄປທົ່ວຕະຫຼາດ
ຂາຍເຄື່ອງນຸ່ງ ທີ່ມີຜູ້ຄົນໄປຊື້ເຄື່ອງຢ່າງໜາແໜັ້ນ ໃນວັນອາທິດ
ວານນີ້ ຊຶ່ງໄດ້ສັງຫານ ຢ່າງໜ້ອຍ 23 ຄົນ ແລະ ເຮັດໃຫ້ປະມານ
55 ຄົນບາດເຈັບ.

ລະເບີດດັ່ງກ່າວ ແຕກຂຶ້ນຢູ່ໃນເມືອງປາຣາຈິນາ ທີ່ເປັນສູນກາງ
ຣັຖບານ ເຂດປົກຄອງດ້ວຍຕົນເອງເຄິ່ງນຶ່ງ ໂດຍຊົນເຜົາກູຮາມ
ໃນຊາຍແດນຕິດກັບອັຟການິສຖານ.

ທ່ານ Amjad Ali Khan ນັກການເມືອງຜູ້ບໍລິຫານງານຂອງເຂດ
ກູຮາມ ກ່າວຕໍ່ອົງການຂ່າວຝຣັ່ງ ວ່າ “ລະເບີດໄດ້ຖືກເຊື່ອງໄວ້ໃນຖົງອັນນຶ່ງ ທີ່ໄດ້ຖືກ
ປະໄວ້ຢູ່ໃນຕະຫຼາດ.”

ພວກຜູ້ຊາຍ ຊາວປາກິສຖານ ພາກັນເຕົ້າໂຮມກັນ ຢູ່ໃກ້ຊາກສົບຂອງພວກເຄາະຮ້າຍ ຈາກລະເບີດແຕກ ຢູ່ທີ່ຕະຫຼາດ ໃນເມືອງ Parachinar ທີ່ເປັນເມືອງຫຼວງຂອງ ເມືອງຊົນເຜົ່າ Kurram, ວັນທີ 13 ທັນວາ 2015.
ພວກຜູ້ຊາຍ ຊາວປາກິສຖານ ພາກັນເຕົ້າໂຮມກັນ ຢູ່ໃກ້ຊາກສົບຂອງພວກເຄາະຮ້າຍ ຈາກລະເບີດແຕກ ຢູ່ທີ່ຕະຫຼາດ ໃນເມືອງ Parachinar ທີ່ເປັນເມືອງຫຼວງຂອງ ເມືອງຊົນເຜົ່າ Kurram, ວັນທີ 13 ທັນວາ 2015.

ອົງການມຸສລິມນິກາຍຊູນີຫົວຮຸນແຮງຈັດ ຜິດກົດໝາຍທີ່ມີຊື່ວ່າ Lashkar-e-Jhangvi
ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ ການວາງລະເບີດໃນຂົງເຂດ ທີ່ມີຊາວມຸສລິມນິກາຍ
ຊີໄອ ອາໄສຢູ່ຢ່າງຫຼວງຫຼາຍ. ກຸ່ມດັ່ງກ່າວ ເປັນທີ່ຮູ້ຈັກກັນດີ ວ່າ ໄດ້ເລີ້ມທຳການໂຈມຕີ
ທີ່ຮ້າຍແຮງເຖິງແກ່ຊີວິດ ຫຼາຍບັ້ນມາແລ້ວ ຕໍ່ຊາວປາກິສຖານຊົນຊາດກຸ່ມນ້ອຍ.

ຢູ່ໃນຄຳຖະແຫລງສະບັບນຶ່ງ ທີ່ໄດ້ສົ່ງໄປໃຫ້ສື່ມວນຊົນປາກິສຖານນັ້ນ ໂຄສົກຄົນນຶ່ງ
ຂອງກຸ່ມດັ່ງກ່າວ ເວົ້າວ່າ ການວາງລະເບີດເມື່ອວັນອາທິດນັ້ນ ແມ່ນເປັນການປະຕິບັດ
ການ ເພື່ອລົງໂທດພວກຊາວຊີໄອ ສຳລັບການເຂົ້າຂ້າງກັບອີຣ່ານ ແລະ ປະທານາທິບໍດີ
ຊີເຣຍ Bashar al-Assad. ຄວາມແທ້ຈິງຂອງການກ່າວອ້າງນັ້ນ ແມ່ນຍາກທີ່ຈະຢັ້ງຢືນ
ໄດ້.

ຂົງເຂດຊົນເຜົ່າ ໄດ້ກາຍເປັນສະຖານທີ່ຂອງຄວາມຮຸນແຮງ ຈາກພວກລັດອິສລາມຫົວຮຸນ
ແຮງຈັດ ແລະ ພວກຫົວແບ່ງແຍກທີ່ຂັດແຍ້ງກັນ ລະຫວ່າງຊາວມຸສລິມຊູນີ ແລະ ຊີໄອ.

Pakistan Bomb Blast
please wait
Embed

No media source currently available

0:00 0:00:57 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG