ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Ted Cruz ແລະ ຜູ້ປົກຄອງລັດ ເທັກຊັສ ພົບປະກັບປະທານາທິບໍດີ ໄຕ້ຫວັນ


ປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ກ່າວຄຳປາໄສໃນລະຫວ່າງ ການສະເຫຼີມສະຫຼອງວັນ
ຊາດຢູ່ຕໍ່ໜ້າຕຶກປະທານາທິບໍດີໃນນະຄອນຫຼວງ ໄທເປ, ໄຕ້ຫວັນ. 10 ຕຸລາ, 2016.
ປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ກ່າວຄຳປາໄສໃນລະຫວ່າງ ການສະເຫຼີມສະຫຼອງວັນ ຊາດຢູ່ຕໍ່ໜ້າຕຶກປະທານາທິບໍດີໃນນະຄອນຫຼວງ ໄທເປ, ໄຕ້ຫວັນ. 10 ຕຸລາ, 2016.

ຈີນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າໄດ້ຄັດຄ້ານທຸກໆການຕິດຕໍ່ກັນ ລະຫວ່າງ ບັນດາຜູ້ນຳ ໄຕ້ຫວັນ ກັບ ບັນດາຜູ້ນຳ ສະຫະລັດ, ມື້ໜຶ່ງຫຼັງຈາກປະທານາທິບໍດີຂອງ ໄຕ້ ຫວັນ ທ່ານນາງ Tsai Ing-wen ໄດ້ພົບປະກັບສະມາຊິກສະພາສູງ ສະຫະລັດ ທ່ານ Ted Cruz ແລະ ຜູ້ປົກຄອງລັດ Texas ທ່ານ Greg Abbott.

ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ Lu Kang ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຈີນ ຕໍ່ຕ້ານກິດຈະກຳຕ່າງໆ ທີ່ “ເປັນການແຊກແຊງ ແລະ ສ້າງຄວາມເສຍຫາຍຕໍ່ສາຍພົວ ພັນ ຈີນ ແລະ ສະຫະລັດ.”

ການພົບປະກັນ ໄດ້ເກີດຂຶ້ນໃນນະຄອນ Houston ບ່ອນທີ່ທ່ານນາງ Tsai ໄດ້ຢຸດແວ່ໃນ ການເດີນທາງໄປ ອາເມຣິກາ ກາງ.

ທ່ານ Cruz ກ່າວວ່າ ບໍ່ດົນກ່ອນການເຈລະຈາໄດ້ເກີດຂຶ້ນນັ້ນ, ຄະນະຜູ້ແທນລັດຖະສະ ພາ ນະຄອນ Houston ໄດ້ຮັບສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ຈົດໝາຍຢາກຮູ້ຢາກເຫັນ ຈາກສະຖານກົງສູນ ຈີນ ທີ່ຂໍພວກເຂົາເຈົ້າບໍ່ໃຫ້ດຳເນີນການປະຊຸມຕໍ່ໄປ.

ທ່ານ Cruz ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ສາທາລະນະລັດປະຊາຊົນ ຈີນ ຕ້ອງເຂົ້າໃຈວ່າ ໃນ ອາເມຣິກາ ພວກເຮົາທຳການຕັດສິນໃຈ ກ່ຽວກັບ ການພົບປະກັບ ແຂກຂອງພວກເຮົາດ້ວຍຕົນເອງ.ພວກ ຈີນ ບໍ່ແມ່ນຜູ້ມອບອຳນາດການຄັດຄ້ານ ກ່ຽວ ກັບ ຜູ້ໃດທີ່ພວກເຮົາຄວນຈະພົບປະນຳ. ພວກເຮົາຈະສືບຕໍ່ພົບປະກັບທຸກໆຄົນ, ລວມທັງຄົນ ໄຕ້ຫວັນ ດັ່ງທີ່ພວກເຮົາເຫັນວ່າເໝາະສົມ.”

ທ່ານສະມາຊິກສະພາສູງຄົນດັ່ງກ່າວເວົ້າວ່າ ໃຈຄວາມຂອງການເຈລະຈາລວມມີການຂະ ຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການເຂົ້າຫາ ໄຕ້ຫວັນ ເພີ່ມຂຶ້ນຈະເປັນການ ຊ່ວຍເຫຼືອພວກຊາວນາ, ຄົນລ້ຽງສັດ ແລະ ເຈົ້າຂອງທຸລະກິດຂະໜາດນ້ອຍໃນລັດຂອງ ທ່ານ.

ທ່ານ Abbott ໄດ້ກ່າວເຖິງຄວາມຄາດຫວັງໃນຖະແຫຼງການສ່ວນຕົວຂອງທ່ານ ກ່ຽວກັບ ການຄ້າຂາຍເພີ່ມຂຶ້ນ ປະກອບມີ ແກ໊ສທຳມະຊາດ ແລະ ການຮ່ວມມື ກ່ຽວກັບ ການພັດ ທະນາສະຖານທີ່ການແພດ.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ໄດ້ຮັບການຖືກກ່າວ ວິຈານຈາກ ຈີນ ເມື່ອທ່ານໄດ້ລົມກັບທ່ານນາງ Tsai ທາງໂທລະສັບ ບໍ່ດົນຫຼັງຈາກທ່ານ ໄດ້ຊະນະການເລືອກຕັ້ງໃນເດືອນພະຈິກປີກາຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US - Taiwan
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG