ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

SoloBucket ເຄື່ອງຜະລິດ ໄຟຟ້ານ້ອຍ ທີ່ພົກພາ ຕິດຕົວໄປໄດ້


ເຖິງແມ່ນວ່າ ພວກເຮົາດຳລົງຊີວິດ ຢູ່ໃນຍຸກອີເລັກໂທຣນິກແລ້ວກໍຕາມ ຫຼາຍຂົງເຂດ ໃນ ທົ່ວໂລກຍັງບໍ່ທັນມີໄຟຟ້າໃຊ້ດ້ວຍຊ້ຳ. ມັນອາດຈະ ເປັນຍ້ອນສົງຄາມ ຫຼືວ່າພວກເຂົາ ອາດທຸກຍາກລຳບາກ ຫຼືບໍ່ ກໍຢູ່ ຫ່າງໄກສອກຫຼີກເກີນໄປ ມີຫຼາຍຄົນທີ່ຍັງຢູ່ໃນສະພາບ ຍົກຍ້າຍຈາກບ່ອນ ນຶ່ງໄປຫາບ່ອນນຶ່ງ.

ສຳຫຼັບພວກເຂົາແລ້ວການແກ້ໄຂກໍຄືເຄື່ອງປັ່ນໄຟແສງອາທິດທີ່ພົກພາໄດ້ແລະໃຫຍ່ເທົ່າກັນ
ກັບຄຸນ້ຳ ນັກຂ່າວ VOA ​– George Putic ມີ​ລາຍ​ງານ​ກ່ຽວກັບ​ເລື້ອງ​ນີ້ ຊຶ່ງວັນນະສອນ ຈະ​ນຳເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຄຸນ້ຳແມ່ນເປັນພາຊະນະຊະນິດນຶ່ງທີ່ອາດມີການໃຊ້ຫຼາຍທີ່ສຸດຢູ່ໃນທົ່ວໂລກ ຊຶ່ງມັນ ສາມາດ ຫິ້ວຫຼືຕັ້ງໃສ່ຫົວ ໄປໃສມາໃສ ໄດ້ຢ່າງງ່າຍດາຍ ແລະມັນຍັງສາ ມາດບັນຈຸ ທັງຂອງແຫຼວແລະສິ່ງຂອງໄດ້ ເຊັ່ນໝໍ້ໄຟທີ່ສາກ ດ້ວຍແສງອາທິດ.

ທ່ານ Rob Campbell ປະທານບໍລິສັດ SoloPower ໂອ້ລົມກັບ VOA ຜ່ານທາງ Skype ວ່າ “ນີ້ແມ່ນເປັນແນວຄິດທີ່ດີເລີດ ໃນ ການທີ່ຈະນຳເອົາຄວາມຄິດດີໆ ທີ່ສາມາດ ພົກພາ ໄດ້ ເຂົ້າມາໃນຕະຫຼາດ ທີ່ສາມາດນຳໃຊ້ໄດ້ ສາມາດນຳຕິດຕົວໄປໄດ້ ມີຄວາມທົນທານ ແບບບໍ່ໜ້າເຊື່ອແລະສາມາດຜະລິດໄຟຟ້າໄດ້.”

ແຜ່ນຮັບແສງອາທິດ ແມ່ນອອກແບບ ເພື່ອທີ່ຈະໃຊ້ຢູ່ກັບທີ່ຢ່າງ ເປັນການຖາວອນ.
ການຕິດຕັ້ງນັ້ນແມ່ນຢ່າງນ້ອຍຕ້ອງສາມາດ ອ່ານວິທີປະກອບເຂົ້າກັນໄດ້.

ແຕ່ວ່າເຄື່ອງຜະລິດໄຟຟ້າ Solo Bucket ທີ່ສ້າງຂຶ້ນໂດຍບໍລິສັດ SoloPower ແມ່ນມີ ແຜ່ນຮັບແສງອາທິດທີ່ປັບຕົວ ຊຶ່ງສາມາດມ້ວນເຂົ້າເປັນທໍ່ໄດ້. ການປະກອບ ເຂົ້າກັນ ນັ້ນແມ່ນງ່າຍດາຍ ແລະແນ່ນອນ ມັນບໍ່ຕ້ອງການຄຳອະທິບາຍໃດໆ.

ທ່ານ Campbell ກ່າວວ່າ “ທຸກສິ່ງຢ່າງການຕິດຕໍ່ແມ່ນໄດ້ສະເພາະເຈາະຈົງສາຍ
cable ເພາະສະນັ້ນ ພວກເຂົາໄປພ້ອມໆກັນໃນ ທາງນຶ່ງທາງດຽວ ແລະມັນກໍຈະ
ບໍ່ຜິດພາດໄດ້.”

ດ້ວຍການອອກແບບເພື່ອສະພາບແວດລ້ອມ ເຄື່ອງຜະລິດໄຟຟ້າ Solo Bucket ຈຶ່ງມີທຸກ
ສິ່ງທຸກຢ່າງທີ່ຄອບຄົວນ້ອຍໆຈຳເປັນຕ້ອງ ມີ ເພື່ອໃຊ້ສຳລັບໃຫ້ໄຟຟ້າ ສາກໂທລະສັບມືຖື ຫຼືບໍ່ກໍໃຊ້ສຳລັບ ເບິ່ງໂທລະພາບນ້ອຍ.

ທ່ານ Campbell ກ່າວວ່າ “ພໍຕົກຮອດຕອນແລງແລ້ວ ພວກເຂົາກໍຈະສາມາດກໍ້ມັນ
ເຂົ້າໄວ້ ແລະເກັບມັນໄວ້ໃນຄຸເໝືອນເດີມ ໄດ້ຢ່າງ ປອດໄພໃນບ້ານຂອງພວກເຂົາເຈົ້າ ຈົນກວ່າຄັ້ງຕໍ່ໄປທີ່ຈະນຳອອກ ມາໃຊ້ອີກ.”

ທ່ານ Campbell ກ່າວວ່າ ເຄື່ອງຜະລິດໄຟຟ້າ Solo Bucket ແມ່ນກຳລັງຢູ່ໃນຂັ້ນທົດ
ລອງນຳໃຊ້ ໃນອາຟຣິກາໃຕ້ ແລະທ່ານຄາດວ່າ ຈະເລີ້ມຂາຍເຄື່ອງຜະລິດໄຟຟ້າດັ່ງກ່າວ ໃນທ້າຍປີ. ບໍລິສັດ SoloPower ແມ່ນກຳລັງຜະລິດເຄື່ອງປັ່ນໄຟຟ້າທີ່ໃຫຍ່ກວ່າເກົ່າ ເພື່ອ ຈະສາມາດນຳເອົາໄປໃຊ້ ສຳຫຼັບເຄື່ອງທີ່ໃຊ້ພະລັງ ງານທີ່ແຮງກວ່າ ເຊັ່ນປ້ຳນ້ຳ ເປັນຕົ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG