ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິສຣາ​ແອ​ລ ເອົາຂີ້ເຫຍື້ອ ມາໃຊ້ເປັນວັດຖຸ ຜະລິດ​ເຊື້ອໄຟ ໄດ້ແລ້ວ


ໂຮງງານທີ່ຫັນເອົາຂີ້ເຫຍື້ອ ມາໝູນໃຊ້ເປັນວັດຖຸ ເພື່ອຜະລິດເປັນພະລັງງານເຊື້ອໄຟ ຢູ່ອິສຣາແອລ

ໃນ​ຂະນະ​ທີ່​ດໍາລັດຫລ້າ​ສຸດ​ຂອງປະທານາທິບໍດີ Trump ເຮັດໃຫ້ໂຮງງານ​ທີ່ໃຊ້​
ພະລັງງານ​ຖ່ານຫີນຟື້ນຊີບ​ຄືນ​ມາ​ໃໝ່ຢູ່ນີ້, ພວກບໍລິສັດ​ຜະລິດພະລັງງານຕ່າງໆກໍ
ສືບຕໍ່ຊອກ​ຫາ ​ແລະ​ຄົ້ນ​ພົບ​ແຫ​ລ່ງ​ເຊື້ອ​ໄຟ​ທີ່​ເປັນທາງ​ເລືອກ​ໃໝ່ໄປພ້ອມ, ທີ່ຖືກ​ກວ່າ
​ທັງ​ສະອາດ​ກວ່ານຳດ້ວຍ. ຄວາມ​ເປັນ​ໄປ​ໄດ້​ດ້ານ​ນຶ່ງ​ກໍ​ຄືຂີ້​ເຫຍື້ອ. ການຫັນ​ເອົາ​ຂີ້
​ເຫຍື້ອ ໄປເປັນພະລັງງານ​ທີ່​ເປັນ​ມິດຕໍ່ສິ່ງ​ແວດ​ລ້ອມ ແມ່ນ​ຄວາມ​ຝັນ​ທີ່​ມີ​ມາ​ແຕ່​ດົນ​
ນານ​ຂອງ​ສັງຄົມ​ທັນ​ສະ​ໄໝ. George Putic ນັກ​ຂ່າວ​ຂອງວີ​ໂອ​ເອ ລາຍງານວ່າ
​ເຈົ້າໜ້າທີ່​ໃນ​ນະຄອນ Tel Aviv ທີ່ປະເທດ​ອິສຣາ​ແອ​ລເວົ້າວ່າ ​ໂຮງງານ​ຫັນປ່ຽນ​
ຂີ້ເຫຍື້ອ​ໃໝ່ ຂອງ​ເຂົາ​ເຈົ້າ ກໍາລັງຜະລິດ​ເຊື້ອ​ໄຟ​ອອກ​ມາໄດ້ຫລາຍ​ເຖິງ 500 ​ໂຕນ
ຕໍ່ມື້ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ລາຍລະອຽດມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ:

​ໃນ​ແຕ່​ລະມື້ ​ເຄື່ອງກົນ​ຈັກຫຍຸມ​ຂີ້​ເຫຍື້ອໃໝ່ຂະໜາດຍັກ ຢູ່​ໃນໂຮງງານ​ໝູນໃຊ້​ຂີ້​
ເຫຍື້ອມູນ​ຄ່າ 110 ລ້ານ ​ໂດ​ລາໃໝ່ແຫ່ງນີ້ ​ຈະບັນທຸກ​ຂີ້​ເຫຍື້ອປະມານ 1,500 ​ໂຕນ ຈາກເທດສະບານ ​ໄປ​ໃສ່​ໃນ​ເຄື່ອງ​ຈັກ​ທີ່​ຈະ​ແປ​ຮູບ​ໃຫ້​ເປັນ​ພະລັງງານ​ທີ່​ຜະ
ລິດມາ​ຈາກຂີ້​ເຫຍື້ອ ຫລື RDF. ​ທ່ານ Doron Saphir ຮອງ​ເຈົ້າຄອງ​ນະຄອນ Tel Aviv ຜູ້​ທີ​ນຶ່ງ ​ເວົ້າວ່າ:
“ຢູ່​ໂຮງງານ​ແຫ່ງ​ນີ້ ຕົ້ນຕໍ​ແລ້ວແມ່ນວ່າ ພວກ​ເຮົາ​ໝູນໃຊ້​ວັດຖຸ​ແຫ້ງ ສະນັ້ນເຄິ່ງນຶ່ງ ຂອງປະລິມານຂີ້ເຫຍື້ອຢູ່​ໃນເຂດລຸ່ມ​ນີ້ ​ຈະ​ເອົາລົງມາ​ໄວ້​ໃນ​ໂຮງງານ​ນີ້, ​ແລ້ວ​ມັນ
​ກໍ​ຈະ​ຖືກ​ຄັດ​ອອກ ​ແລະ​ກໍຈະ​ຜະລິດເປັນພະລັງງານ​ສະອາດສໍາລັບ​ໂຮງງານ​ຊີມັງ.”

ຢູ່ສະຖານ​ແປ​ຮູບຂີ້​ເຫຍື້ອສາທາລະນະ Hiriya ຂອງນະຄອນ Tel Aviv ​ມີ​ໂຮງງານ​ສາມ​ແຫ່ງດ້ວຍກັນ ທີ່​ຮັບ​ມື​ກັບບັນຫາ​ຂີ້​ເຫຍື້ອທີ່​ເອົາ​ມາ​ຈາກ​ຕົວ​ເມືອງທີ່​ມີ​ປະຊາຊົນ 1 ລ້ານ 5 ແສນ ​ຄົນແຫ່ງນີ້.

ຢູ່​ໃນ​ບາດກ້າວ​ທໍາ​ອິດ, ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ ​ຈະໃຈ້ແຍກ​ໂລຫະ​ຊະນິດແຂງ​ອອກ
ຈາກ ໂລຫະ​ຊະນິດທີ່ບໍ່​ໜຽວ​, ຂີ້​ເຫຍື້ອອິນ​ຊີປຽກ ​ແລະ​ວັດ​ຖຸຕ່າງໆ ທີ່​ເໝາະສົ​ມສຳ
ລັບເຮັດ​ໃຫ້ເປັນ​ເຊື້ອ​ໄຟໄດ້​ນັ້ນ ອອກ​ຈາກ​ກັນ.
​ພວກໂລຫະ​ຕ່າງໆ ​ແມ່ນຈະຖືກ​ສົ່ງ​ໄປແປ​ຮູບ ​ເພື່ອ​ເອົາ​ກັບ​ຄື​ນມາ​ໃຊ້ໃໝ່, ຂີ້​ເຫຍື້ອອິນ
​ຊີ ​ຊຶ່ງຕົ້ນຕໍ​ແມ່ນ​ເສດ​ອາຫານນັ້ນ ​ແມ່ນຈະ​ສົ່ງ​ໄປ​ເຮັດ​ປຸຍ ​ໃນ​ຂະນະ​ທີ່​ວັດຖຸ​ເໝາະສົມ
ໃນ​ການ​ເຜົາໄໝ້ ​ກໍ​ແມ່ນ​ເອົາໄປປ່ຽນເປັນ​ພະລັງງານ​ທີ່​ຜະລິດມາ​ຈາກຂີ້​ເຫຍື້ອ ຫລື
RDF ທີ່​ຊ່ວຍສະໜອງ​ພະລັງງານ​ໃຫ້​ແກ່​ໂຮງງານ​ຊີມັງຂອງ​ອິສຣາ​ແອ​ລ.

ຜະລິດ​ຕະພັນມຸ່ນລະອຽດ​ຜະລິດຢູ່​ໃນ​ໂຮງງານ​ໝູນໃຊ້ແຫ່ງນີ້ ​ແມ່ນ​ແຫ້ງ ​ແລະ​ຂົນໄປ
ມາໄດ້​ຢ່າງ​ປອດ​ໄພ ຊຶ່ງທ່ານ Doron Saphir ​ອະທິບາຍ​ວ່າ:

“ດັ່ງ​ທີ່​ທ່ານ​ເຫັນ​ໃນ​ທີ່ີີນີ້ວ່າ ​ນີ້ກໍ​ຄື​ຜະລິດຕະ​ພັນ​ທີ່​ໄດ້ຜ່ານ​ການ​ຄັດ​ແຍກ​ຢູ່​ໃນໂຮງງານ
RDF ​ແຫ່ງ​ນີ້. ພວກ​ເຮົາ​ມີ​ຢາງປລາສຕິກ, ພວກ​ເຮົາມີ​ເຈ້ຍທົ່ວ​ໄປ, ມີ​ເຈັ້ຍແຂງ, ມີ
ແຜ່ນແພ, ວັດຖຸ​ທັງໝົດ​ເຫລົ່ານີ້ ລ້ວນ​ແຕ່ຖື​ວ່າ​ເປັນ RDF ຊຶ່ງ​ຈະເປັນວັດຖຸພະລັງ
ງານສະອາດ ສໍາລັບ​ໂຮງງານ​ຊີມັງ ​ເພື່ອ​ໃຊ້​ແທນ​ນໍ້າມັນທີ່​ມີ​ຖ່ານຫີນ ຫລື petcoke
ທີ່ເປັນນໍ້າ​ມັນ​ທີ່​ມີ​ມົນ​ລະ​ພິດ​ນັ້ນ.”

ໃນ​ແຕ່ລະ​ປີ ໂຮງງານ​ແຫ່ງນີ້ ຄາດ​ວ່າ​ຈະ​ຜະລິດ RDF ໄດ້ປະ​ມານ 160,000 ​ໂຕນ
ຊຶ່ງ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພະລັງງານ​ຢູ່​ໃນ​ໂຮງງານ​ຊີມັງ​ໄດ້ 20
​ເປີ​ເຊັນ. ປະມານນຶ່ງ​ສ່ວນ​ສາມ​ຂອງຈໍ​ານວນ​ຂີ້​ເຫຍື້ອ ທີ່​ບໍ່ສາມາດ​ຈະ​ເອົາ​ໄປແປ​ຮູບ​
ເພື່ອ​ມາ​ໃຊ້​ໃໝ່​ຫຼືຈູດເຜົາຖິ້ມໄດ້​ນັ້ນ ​ໃນ​ທີ່​ສຸດ​ກໍຈະຕົກ​ໄປຢູ່​ໃນ​ລານ​ຖິ້ມຂີ້​ເຫຍື້ອ.

ອ່ານກ່ຽວກັບເລື່ອງນີ້ເປັນພາສາອັງກິດເພີ້ມອີກ

XS
SM
MD
LG