ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ ທົ່ວ​ທະວີບ ອາ​ຟຣິກາ ​ຈະເລີ່ມໃຊ້ ພະລັງງານ ຈາກແສງຕາເວັນ ຫຼາຍຂຶ້ນ


ຄົນຍາມຢືນຢູ່ໃກ້ແຜງຮັບແສງຕາເວັນ ຢູ່ສະຖານີຕິດຕັ້ງສາຍສົ່ງ Safaricom ພື້ນຖານ BTS ຢູ່ເມືອງ Kajiado ຊຶ່ງຢູ່ຫ່າງຈາກ ນະຄອນຫລວງ Nairobi 100 ກິໂລແມັດ.
ຄົນຍາມຢືນຢູ່ໃກ້ແຜງຮັບແສງຕາເວັນ ຢູ່ສະຖານີຕິດຕັ້ງສາຍສົ່ງ Safaricom ພື້ນຖານ BTS ຢູ່ເມືອງ Kajiado ຊຶ່ງຢູ່ຫ່າງຈາກ ນະຄອນຫລວງ Nairobi 100 ກິໂລແມັດ.

ເບິ່ງແລ້ວ​ຄ້າຍໆຄື​ວ່າ ໃນ​ທີ່​ສຸດ ເວລາທີ່ປະຊາຊົນ​ອາ​ໄສ​ຢູ່​ທົ່ວທະວີບອາ​ຟຣິກາ ​ຈະ​ເລີ່ມພາກັນໃຊ້ ​ແຫ​ລ່ງພະລັງງານ​ຈາກ​ທໍາ​ມະ​ຊາດ​ທີ່​ມີຢູ່​ຫລາຍທີ່ສຸດຂອງພວກເຂົາເຈົ້າ​ນັ້ນ​ແລ້ວ. ​ໃນ​ຂະນະ​ທີ່ການສ້າງ​ໂຮງງານ​ໄຟຟ້າ ​ແລະການວາງ​ສາຍ​ສົ່ງຕ້ອງໃຊ້ເວ​ລາ​ເປັນ​ປີໆ ​ແລະ​ມີຄ່າ​ໃຊ້​ຈ່າຍ​ຫລາຍ​ກວ່າ​ ການ​ຕິດຕັ້ງ​ແຜງ​ຮັບ​ແສງຕາ​ເວັນ​ແມ່ນຈະ​ໄວ​ກວ່າ ​ແລະ​ລາຄາ​ຖືກ​ກວ່າ​ສໍາລັບ​ເຈົ້າຂອງ​ເຮືອນ, ​ເຈົ້າຂອງ​ທຸລະ​ກິດ ​ຕະຫລອດ​ຮອດຊາວນາ ຊາວ​ສວນນຳ. George Putic ນັກ​ຂ່າວ​ຂອງ​ວີ​ໂອ​ເອ ມີ​ລາຍ​ງານ​ເລື້ອງນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ແຜງ​ຮັບ​ແສງຕາ​ເວັນ​ແມ່ນ​ປະກົດເຫັນຢູ່​ທົ່ວ​ທຸກ​ບ່ອນ ​ໃນ​ປະ​ເທດ​ເຄນ​ຢາ ​ແຕ່ຮ້ານ​ຄ້າ​ຕ່າງໆ ​ແລະ​ເຮືອນ​ຢູ່​ອາ​ໄສ ໄປ​ຮອດພວກຟາ​ມຕ່າງໆ. ທ່ານ ERNEST CHITECHI, ທີ່​ສູນ​ປະດິດ​ສ້າງ​ກ່ຽວກັບ​ເລື່ອງພູມ​ອາກາດ​ຂອງ​ເຄນ​ຢາ ກ່າວ​ວ່າ:
"​ເຄນ​ຢາ, ທີ່​ນອນ​ຢູ່​ໃນ​ເສັ້ນສູນ​ສູດ, ມີ​ສະຖານີ​ຕິດຕັ້ງ ທີ່​ດີ​ທີ່​ສຸດ​ໃນ​ໂລກຈໍານວນ​ນຶ່ງ, ຂ້າພະ​ເຈົ້າຄິດ​ວ່າ ມັນຜະລິດກະແສໄຟຟ້າ​ໄດ້​ປະມານ 4.5 ກິ​ໂລ​ວັດຕໍ່ຊົ່ວ​ໂມງ ຊຶ່ງ​ທີ່​ຈິງ​ແລ້ວ​ ແມ່ນ​ດີ​ຫລາຍ ​ແລະຖ້າ​ພະລັງງານ​ໄຟຟ້າ​ຫາກຖືກ​ໄປ​ນໍາ​ໃຊ້ປະ​ໂຫຍ​ດ​ເປັນ​ຢ່າງ​ດີ ຄວາມ​ຈິງ​ແລ້ວ ມັນກໍ​ຈະ​ຊ່ວຍ​ເຮັດ​ໃຫ້​ສາຍ​ສົ່ງ​ຂອງ​ພວກ​ເຮົາ​ມີ​ສະຖຽນລະ​ພາບ, ​ໂດຍ​ສະ​ເພາະ​ແມ່ນ, ​ໃນ​ເວລາ​ທີ່​ພວກ​ເຮົາ​ມີ​ແສງຕາ​ເວັນ​ຢູ່​ໃນ​ຕອນ​ກາງ​ເວັນ."

ລະບຽບການ​ອັນ​ນຶ່ງ​ທີ່​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ປີ 2012 ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ນັກ​ພັດທະນາ ອະສັງຫາລິມະ​ຊັບ​ໃນ​ເຄນ​ຢາ ຕິດຕັ້ງ​ເຄື່ອງ​ຕົ້ມນໍ້າ​ຮ້ອນ​ທີ່​ໃຊ້​ແສງ​ພະອາທິດ​ຢູ່​ໃນ​ອາຄານ​ຕ່າງໆ ທີ່​ມີ​ຄົນ​ອາ​ໄສ​ໃນ​ນັ້ນ ​ໃຊ້​ນໍ້າ​ຮ້ອນຫລາຍ​ກວ່າ 100 ລີດ​ຕໍ່ມື້. ທ່ານ ARVINDER GHATAURA, ຈາກ STEELSTONE ​ໃນ​ເຄນ​ຢາ ​ໃຫ້​ຄໍາ​ເຫັນ​ວ່າ:
"ທຸກໆ​ຄົນ​ກໍາລັງ​ພະຍາຍາມເຮັດ​ໃຫ້​ແນ່ໃຈ​ວ່າ ພວກ​ເຂົາ​ເຈົ້າ​ຕິດຕັ້ງລະບົບ​ພະລັງງານ​ແສງຕາ​ເວັນ​ໃນ​ໄລຍະ​ທີ່ກຳລັງ​ກໍ່ສ້າງ​ອາຄານ​ນັ້ນ ສະນັ້ນ ການ​ເຮັດແນວ​ນັ້ນ ຈຶ່ງເປັນການ​ເຮັດ​ໃຫ້​ເປັນ​ຜົນ​ດີ​ແກ່​ພວກ​ຮັບ​ເໝົາຕິດຕັ້ງ​ລະບົບ​ເຄື່ອງ​ຜະລິດ​ພະລັງງານ​ຈາກ​ແສງພະອາທິດ​ຫລາຍ ຢູ່​ໃນ​ເຄນ​ຢາ ແລະ ເມື່ອ​ເປັນ​ແນວ​ນັ້ນ ມັນ​ກໍໝາຍຄວາມ​ວ່າ ​ມັນເຮັດ​ໃຫ້ພວກ​ເຮົາມີ​ທຸລະ​ກິດ​ຫລາຍ​ຂຶ້ນ.”

ພວກ​ທີ່​ເປັນ​ຜູ້​ຢູ່​ອາ​ໄສ​ເວົ້າວ່າ ການ​ໃຊ້​ແຜງຮັບ​ແສງຕາ​ເວັນ​ໄດ້​ເຮັດ​ໃຫ້ຄ່າ​ໃຊ້ໄຟຟ້າ​ຫລຸດລົງ​ຢ່າງ​ຫລວງຫລາຍ. ນາງ RUTH WAIRIMU NG'ANG'A, ຊາວເຄນ​ຢາ​ຜູ້​ນຶ່ງ​ທີ່ອາ​ໄສ​ຢູ່​ໃນ​ຊຸມ​ຊົນ GREENPARK ​ເວົ້າວ່າ:
"ພວກ​ເຮົາ​ສາມາດ​ມີ​ນໍ້າ​ຮ້ອນ​ໃຊ້​ຕະຫລອດ​ມື້ ​ໂດຍຂຶ້ນກັບ​ການ​ໃຊ້​ຂອງ​ເຮົາ ​ແລະ​ກໍ​ມີ​ໄວ້​ໃຊ້​ໃນ​ຕອນ​ກາງຄືນ​ເຊັ່ນ​ກັນ, ໂດຍທີ່​ບໍ່ຕ້ອງ​ໄດ້​ໃຊ້ໄຟຟ້າ​ເລີຍ."

ຢູ່​ກາງ​ທົ່ງ​ນານັ້ນ, ​ແຜງເກັບພະລັງງານພະອາທິດ ​ສະໜອງພະລັງງານ​ໃຫ້​ເຄື່ອງ​ປໍ້າ​ນໍ້າ ​ທີ່​ຮັບປະກັນ​ວ່າ ຖັງ​ນໍ້າ​ທີ່​ຢູ່ສູງໆຈະມີ​ນໍ້າ​ເຕັມ​ຕະຫລອດ. ຄວາມ​ດຶງ​ດູດ​ຂອງໜ່ວຍ​ໂລກ ​ຈະສົ່ງ​ນໍ້າ​ໄປ​ຫາ​ຮາກ​ພືດ​ຜັກ​ໂດຍ​ກົງ​ເລີຍ. ທ້າວ JOHN MUTUGI, ຊາວ​ສວນ​ຄົນ​ນຶ່ງ ທີ່ ​ເມືອງ KISWAHILI ​ເວົ້າວ່າ:
"​ແຕ່​ກ່ອນຂ້ອຍ​ເຄີຍມີ​ບັນຫາ​ເລື່ອງ​ນໍ້າ ​ແຕ່​ດຽວນີ້ ຂ້ອຍ​ບໍ່ມີບັນຫາ​ອີກ​ແລ້ວ. ຕອນ​ນັ້ນ ຂ້ອຍ​ເຄີຍ​ໃຊ້ ປໍ້າ​ນໍ້າ ​ແລະ​ໃນ​ຊ່ວງ​ເວລາ​ທີ່ມັນ​ແຫ້ງ​ແລ້ງ ຂ້ອຍ​ບໍ່​ເຄີຍ​ໄດ້ຮັບຜົນ​ເກັບ​ກ່ຽວດີ​ເລີຍ ​ແລະ​ກໍ​ບໍ່​ເຄີຍ​ໄດ້​ສົ່ງຂາຍ​ອອກ​. ​ແຕ່​ວ່າ​ດຽວນີ້ ຂ້ອຍ​ໄດ້​ສົ່ງ​ຜົນ​ຜະລິດ​ອອກ​ໄປ​ຂາຍ​ຕ່າງປະ​ເທດ​ນັບ​ແຕ່​ເດືອນມັງກອນ ​ຈົນ​ຮອດ​ເດືອນ​ທັນວາ ນັບ​ແຕ່​ຂ້ອຍ​ໄດ້​ຕິດຕັ້ງລະບົບ​ພະລັງງານ​ໃຊ້​ແສງຕາ​ເວັນ​ເປັນຕົ້ນມາ."

ຄ່າຊຸດ​ເຄື່ອງມື​ໃນ​ການຕິດຕັ້ງພະລັງງານ​ແສງຕາ​ເວັນ ​ແມ່ນ​ຍັງ​ໄກ​ຫລາຍ​ທີ່​ປະຊາຊົນຊາວ​ເຄນ​ຢາ ​ແລະ​ຊາວ​ອາ​ຟຣິກາອື່ນໆ ທໍາ​ມະ​ດາ​ສາມັນ ຈະຊື້​ໄດ້ ສະນັນພວກ​ເຂົາ​ເຈົ້າຈຶ່ງຢາ​ກ​ໃຫ້ ລັດຖະບານ​ຂອງ​ເຂົາ​ເຈົ້າ ພະຍາຍາມ​ຊ່ວຍ​ເຫລືອ​ເຂົາ​ເຈົ້າເພີ້ມຂຶ້ນ. ທ້າວ PETER WAINAINA, ຊາວ​ນະຄອນຫລວງ NAIROBI ຄົນ​ນຶ່ງເວົ້າວ່າ:

"ຖ້າ​ຫາກ​ລັດຖະບານ​ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ຊ່ວຍ​ຈ່າຍ​ຖົມ​ຂຸມ​ໃຫ້​ແກ່​ພວກ​ເຮົາແລ້ວ ​ເພ່ິນ​ກໍ​ຈະ​ເຫັນ​ຜົນ​ປະ​ໂຫຍ​ດຂອງ​ນິຕິ​ກໍາທີ່​ພວກ​ເພິ່ນ​ໄດ້​ຮັບຮອງ​ເອົາ."

​ລັດຖະບານຂອງ​ເຄນ​ຢາ ​ໃຫ້​ສັນຍາ​ວ່າ ຕົນ​ຈະເລີ້ມຕົ້ນ​ໂຄງການມູນ​ຄ່າ 150 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ຊຸມ​ຊົນ​ໃນ​ທ້ອງ​ຖິ່ນ ​ເພື່ອ​ຈ່າຍຕິດັ້ງແຜງ​ຮັບ​ແສງຕາ​ເວັນ​ໃນ​ຕະຫລາດ, ​ໂຮງຮຽນຮ້ານ​ຄ້າ ​ແລະ​ບ້ານເຮືອນ ຢູ່​ໃນ​ຂົງ​ເຂດ​ທຸກ​ຈົນທີ່ຢູ່​ຫ່າງໄກ​ໄປຈາກ​ສາຍ​ສົ່ງ​ພະລັງໄຟຟ້າໃນ​ເຂດ​ຕົວ​ເມືອງ.

ເບິ່ງວີດິໂອນີ້ເປັນພາສາອັງກິດ

XS
SM
MD
LG