ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

24 ມີນາ​ ແມ່ນ​ວັນ ພະຍາດວັນນະ​ໂຣກ ຂອງ​ ສະຫະປະຊາ​ຊາດ


ທ່ານໝໍກໍາລັງກວດຄົນປ່ວຍເປັນວັນນະໂຣກ ຢູ່ໂຮງໝໍວັນນະໂຣກຂອງລັດທີ່ເມືອງ Allahabad ປະເທດອິນເດຍ ໃນວັນທີ 24 ມີນາ 2014
ທ່ານໝໍກໍາລັງກວດຄົນປ່ວຍເປັນວັນນະໂຣກ ຢູ່ໂຮງໝໍວັນນະໂຣກຂອງລັດທີ່ເມືອງ Allahabad ປະເທດອິນເດຍ ໃນວັນທີ 24 ມີນາ 2014

ໃນ​ວັນ​ສຸກທີ 24 ມີນາ​ມື້ນີ້ ເປັນ​ຂີດໝາຍ​ຂອງ​ວັນພະຍາດວັນນະ​ໂຣກຂອງ​ສະຫະ​ປະ
ຊາ​ຊາດ ທີ່ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ເຂົ້າ​ໃຈ ກ່ຽວກັບ​ພະຍາດ​ ທີ່​ໄດ້​ສັງຫານ​ຊີວິດ
ຂອງ​ຄົນ​ປະມານ 1 ລ້ານ 8 ​ແສນ​ຄົນ​ໃນ​ແຕ່ລະ​ປີ, ມີ​ແຕ່​ຫົກ​ປະ​ເທດ​ເທົ່າ​ນັ້ນ ທີ່​ກວມ
​ເອົາ​ເກືອບ​ຮອດ 2 ສ່ວນ 3 ຂອງ​ຈໍານວນ​ຄົນເສຍ​ຊິວິດ​ດັ່ງກ່າວ, ຊຶ່ງ​ໃນ​ນັ້ນ ມີ ອິນ​ເດຍ,
ອິນ​ໂດ​ເນ​ເຊຍ, ຈີນ, ​ໄນ​ຈີ​ເຣຍ, ປາ​ກິ​ສຖານ​ ​ແລະ​ອາ​ຟຣິກາໃຕ້.

ວັນ​ດັ່ງກ່າວ ​ໄດ້​ເລີ້ມຕົ້ນຮັບຮອງ​ເອົາ​ໃນ​ປີ 1882 ເວລາ ດຣ. Robert Koch ນັກວິທະ
ຍາສາດ ​ເຢຍຣະ​ມັນ ​ໄດ້​ປະກາດ​ວ່າ ທ່ານໄດ້ຄົ້ນພົບສາ​ເຫດ ​ທີ່​ພາ​ໃຫ້​ເປັນ​ພະຍາດ​ດັ່ງ
ກ່າວ ຊຶ່ງ​ເປັນເຊື້ອບັກ​ທີ​ເຣຍ bacillus ຂອງ​ວັນນະ​ໂຣກຫຼື TB ​ນັ້ນແລ້ວ. ​ໂຣກດັ່ງກ່າວ
​ຍັງ​ເປັນ​ພະຍາດ​ທີ່​ພາ​ໃຫ້​ມີການ​ຕິດ​ເຊື້ອ ທີ່​ອັນ​ຕະລາຍທີ່​ສຸດ​ໃນ​ໂລກ​ຈົນ​ຮອດ​ທຸກ​ວັນນີ້.

ທ່ານ Mario Raviglione ຜູ້​ອໍານວຍ​ການ ​ໂຄງການວັນນະ​ໂຣກ ​ລະດັບໂລກຂອງ​ອົງ
ການ​ອະນາ​ໄມ​ໂລກ ຫລື WHO ​ໄດ້​ກ່າວ​ວ່າ “​ໃນ​ແຕ່​ລະ​ວັນມີ​ຄົນ 5,000 ຄົນ​ເສຍ​ຊີວິດ
​ຍ້ອນ​ໂຣກປອດ​ແຫ້ງ ຫລື​ TB. ພະຍາດ​ດັ່ງກ່າວ ​ແມ່ນ​ເກີດ​ຂຶ້ນຫລາຍ​ເປັນ​ພິ​ເສດ ຢູ່​ໃນ​
ກຸ່ມ​ປະຊາຊົນ​ທີ່ຢູ່​ໃນ​ສະພາບ​ທີ່​ອາດຮັບ​ການ​ເຈັບ​ປ່ວຍ​ໄດ້​ງ່າຍ ​ຊຶ່ງລວມມີພວກ​ຍົກຍ້າຍ​
ຖິ່ນ​ຖານ​ໄປ​ຢູ່​ບ່ອນ​ອື່ນ, ພວກ​ອົບ​ພະຍົບ, ນັກ​ໂທດ​ຕ່າງໆ, ຜູ້​ທີ່​ປະ​ເຊີນ​ກັບ​ສະພາບ​ຫຍຸ້ງ
ຍາກຫລາຍ ​ໃນ​ສັງຄົມ​ຂອງ​ເຂົາ​ເຈົ້າ.”

On World Tuberculosis Day, Doctors Warn Of New Drug-Resistant Bacteria
please wait

No media source currently available

0:00 0:02:24 0:00

​ໃນ​ຊຸມ​ປີໝໍ່ໆມານີ້ ພະຍາດ TB ສາຍ​ພັນ​ທີ່​ຕ້ານທານ​ຢາ ​ໄດ້​ຄຸກຄາມ​ໄປ​ທົ່ວ​ໂລກ ຊຶ່ງ​ເປັນ
​ໄພ​ຂົ່ມຂູ່​ດ້ານ​ສາທາລະນະ​ສຸກ ທີ່​ຮີບ​ດ່ວນ​ນັບ​ມື້ ນັບ​ຫລາຍ​ຂຶ້ນ. ບັນດາ​ສາຍ​ພັນ​ນີ້ ​ແມ່ນ
ແຜ່​ລາມ​ ໄປແບບ​ງຽບໆ ​ບໍ່ມີ​ໃຜ​ກວດ​ຮູ້​ໄດ້ ​ແລະ​ກໍແຜ່​ລາມ​ໄປ​ຫາ​ພົນລະ​ເມືອງ​ຢູ່ ຫລາຍໆປະ​ເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG