ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

23 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະຫຼະຊີບ ຢູ່ປາກີສຖານ (ສະໄລດ໌)


Mike Barton, rescue coordination chief, right, shows Australia's Deputy Prime Minister, Warren Truss, the map of the Indian Ocean search areas during a tour of the Australian Maritime Safety Authority's rescue coordination center in Canberra, March 23, 2014.
Mike Barton, rescue coordination chief, right, shows Australia's Deputy Prime Minister, Warren Truss, the map of the Indian Ocean search areas during a tour of the Australian Maritime Safety Authority's rescue coordination center in Canberra, March 23, 2014.
ທາງ​ການ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້​ໂຈມ​ຕີ​ດ້ວຍລະ​ເບີດ​ສະຫຼະຊີ​ບຂອງ​ກຸ່ມ​ຕາ​ລິ​ບານ​ຄົນນຶ່ງ ​ໄດ້​ສັງຫານ 23 ຄົນ ຢູ່​ໃກ້​ນະຄອນຫຼວງ Islamabad.

ບັນດາ​ເຈົ້າໜ້າ​ທີ່ກ່າວໃນ​ວັນ​ພະຫັດ​ມື້​ນີ້ວ່າ ມື​ລະ​ເບີດ​ສະຫຼະຊີບ​ໄດ້ບີບ​ຄະ ຄວນລະ​ເບີດ​ໃຫ້​ແຕກ​ຂຶ້ນ ​ໃນ​ພິທີ​ແຫ່​ຂອງຊາວ​ມຸສລິ​ມນິກາຍ Shi'ite ທີ່​ ​ເມືອງ Rawalpindi ຫຼັງຈາກ​ຕໍາຫຼວດພະຍາຍ​າມຢຸດ​ຜູ້ກ່ຽວ​ເພື່ອ​ກວດ​ຄົ້ນ​ດ້ານຄວາມ​ປອດ​ໄພ. ລະ​ເບີດ​ທີ່​ແຕກ​ຂຶ້ນແມ່ນ​ເຮັດ​ໃຫ້ມີ​ຜູ້ໄດ້​ຮັບ​ບາດ​ເຈັບ ຢ່າງ​ໜ້ອຍ 62 ຄົນ ​ໂຮມ​ທັງ​ເດັກນ້ອຍ​ອີກຫຼາຍຄົນ.

​ໃນ​ວັນ​ພຸດວານ​ນີ້ ກຸ່ມ​ຕາ​ລິ​ບານ​ກໍ​ໄດ້​ວາງ​ລະ​ເບີດ ຢູ່​ໃກ້​ວັດ Shi’ite ທີ່​ນະ ຄອນ Karachi ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍນຶ່ງ​ຄົນ.

​ໂຄສົກ​ກຸ່ມ​ຕາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ​ທັງ​ສອງ ບັ້ນ​ດັ່ງກ່າວ​ໂດຍເວົ້າ​ວ່າ ຕົນ​ໄດ້​ແນ​ເປົ້າ​ໝາຍການໂຈມ​ຕີ​ໃສ່​ພວກ Shi’ite ຍ້ອນ​ພວກຕົນ​ເຊື່ອ​ວ່າ ຊາວ Shi’ite ​ເປັນ​ຄົນ​ໝິ່ນປະໝາດສາສະໜາ.

ຊາວ​ມຸສລິ​ມ ນິກາຍ Shi’ite ກໍາລັງ​ພາກັນ​ສະ​ເຫຼີມສະຫຼອງ​ເດືອນ​ສັກສິດ Muharram ​ແລະ​ໃນ​ວັນ​ເສົານີ້ ພວກ​ເຂົາ​ເຈົ້າກໍ​ຈະ​ສະ​ເຫຼີມສະຫຼອງວັນ Ashura ຊຶ່ງ​ເປັນ​ວັນ​ສັກສິດ​ທີ່​ສຸດ​ຂອງ​ເດືອນ. ວັນ​ສັກສິດ​ດັ່ງກ່າວ​ແມ່ນ​ລະ ນຶກ​ເຖິງການ​ເສຍ​ຊີວິດ​ຂອງ Imam Hussein ຜູ້​ເປັນຫຼານຊາຍຂອງ​ພະ​ສາ​ສະ​ດາມູຮໍາ​ມັດ ​ໃນ​ສັດຕະ​ວັດ​ທີ່ 7.
XS
SM
MD
LG